Homeຂ່າວຕ່າງປະເທດອິນເດຍຈະກາຍເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກໃນປີ 2023

ອິນເດຍຈະກາຍເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກໃນປີ 2023

Published on

ລາຍງານຈາກ  World Population Prospects 2022 ຂອງອົງການສະຫະປາຊາຊາດໄດ້ເປີດເຜີຍວ່າ ຈຳນວນປະຊາກອນໂລກໄດ້ຮອດ 8 ພັນລ້ານ ໃນວັນທີ 15 ພະຈິກ 2022  ແລະ ຄາດການວ່າ ໃນປີ 2023 ອິນເດຍຈະເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ.

ຢ່າງໃດກໍຕາມ ນັກວິຊາການຫຼາຍໆຄົນເຫັນວ່າ ອິນເດຍ ຍັງບໍ່ພ້ອມທີ່ຈະມີປະຊາກອນຫຼາຍທີ່ສຸດ ຍ້ອນໂຄງສ້າງຂອງປະເທດ ແລະ ຊັບພະຍາກອນທີ່ບໍ່ພຽງພໍຕໍ່ຈຳນວນປະຊາກອນທີ່ເພີ່ມຂຶ້ນຕະຫຼອດເວລາ.

ປັດຈຸບັນ ຈີນຍັງເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ, ໂດຍໃນປີ 1750 ຈີນມີປະຊາກອນ 225 ລ້ານຄົນ ເຊິ່ງຫຼາຍກວ່າ 1 ສ່ວນ 4 ຂອງປະຊາກອນໂລກ ໃນຂະນະນັ້ນ ອິນເດຍກໍມີປະຊາກອນ 200 ລ້ານຄົນ ຢູ່ໃນອັນດັບ 2 ຂອງປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ ແລະ ຄາດວ່າ ອິນເດຍ ຈະແຊງໜ້າຈີນໃນວັນທີ 14 ເມສາ 2023.

ໃນຊ່ວງສະຕະຫວັດທີ 20 ທັງສອງປະເທດຕ່າງກໍຄວບຄຸມການຂະຫຍາຍຕົວຂອງປະຊາກອນຢ່າງເຂົ້ມງວດ, ໃນໄລຍະປີ 1980 ຈີນກໍໄດ້ໃຊ້ມາດຕະການ “ລູກຄົນດຽວ” ເພື່ອຄວບຄຸມຈຳນວນປະຊາກອນ, ໂດຍກ່ອນໜ້ານັ້ນໃນຊຸມປີ 1960 ປະຊາກອນໄດ້ເພີ່ມຂຶ້ນຢ່າງໄວວາ ເນື່ອງຈາກ ສະເລ່ຍຜູ້ຍິງ 1ຄົນ ໃຫ້ກຳເນີດລູກ 6 ຄົນ ຕໍ່ມາໃນຊຸມປີ 1970 ຈຶ່ງໄດ້ຫຼຸດລົງເຫຼືອ 3 ຄົນ ນັບວ່າເປັນການຂະຫຍາຍທີ່ໄວທີ່ສຸດໃນປະຫວັດສາດ.

ແຫຼ່ງຂ່າວຈາກ The Economist

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...