Homeອຸບັດເຫດແລະປາກົດການຫຍໍ້ທໍ້ຂັບລົດໄວຕຳເສົາໄຟຟ້າ ເສຍຊີວິດຄາທີ່ໜຶ່ງຄົນ ຢູ່ເມືອງທ່າພະບາດ!

ຂັບລົດໄວຕຳເສົາໄຟຟ້າ ເສຍຊີວິດຄາທີ່ໜຶ່ງຄົນ ຢູ່ເມືອງທ່າພະບາດ!

Published on

accident

 

ເຈົ້າໜ້າທີ່ເມືອງທ່າພະບາດ ແຂວງບໍລິຄຳໄຊໃຫ້ຮູ້ວ່າ: ເວລາປະມານ 10:00 ໂມງຂອງ ວັນທີ 15 ພະຈິກຜ່ານມານີ້,

ໄດ້ເກີດອຸປະຕິເຫດລົດຈິບໂຕໂຍຕາ ໝາຍເລກທະບຽນ ກກ 4189 ບໍລິຄຳໄຊ ຂັບໂດຍທ້າວ ແສງອາລຸນ ອາຍຸ 27 ປີ

ຢູ່ບ້ານປາກຊັນໃຕ້ ເມືອງປາກຊັນ ແລະ ມີຜູ້ນັ່ງມານຳລົດອີກ 5 ຄົນ, ຕຳເສົາໄຟຟ້າແຮງສູງ ເຊິ່ງເປັນເສົາຄອນກຼີດ

ຢູ່ແຄມເສັ້ນທາງ 13 ໃຕ້ ເຂດບ້ານໂພນສະຫວັນ ເມືອງທ່າພະບາດ ແຂວງບໍລິຄຳໄຊຢ່າງຮຸນແຮງ ເຮັດໃຫ້ມີຜູ້ເສຍ

ຊີວິດຄາທີໜຶ່ງຄົນຄື ນາງ ກົງໃຈ ອາຍຸ 44 ປີເຊິ່ງເປັນເຈົ້າຂອງລົດ ແລະ ເອື້ອຍຂອງຜູ້ຂັບ, ສ່ວນຜູ້ອື່ນໆແມ່ນໄດ້ຮັບ

ບາດເຈັບສາຫັດ.

 

ຜ່ານການສືບສວນ-ສອບ ສວນສະຖານທີ່ເກີດເຫດຂອງເຈົ້າໜ້າທີ່ຮູ້ວ່າ: ລົດຄັນດັ່ງກ່າວ, ໄດ້ແລ່ນມາແຕ່ເສັ້ນທາງ

13 ໃຕ້ເພື່ອມຸ້ງໜ້າມານະຄອນຫລວງວຽງຈັນດ້ວຍຄວາມໄວສູງສົມຄວນ, ພໍຮອດຈຸດເກີດເຫດຊຶ່ງມີລັກສະນະເປັນ

ທາງໂຄ້ງ ເຮັດໃຫ້ຄັນສົ່ງລົດຫລຸດອອກ ແລະ ບໍ່ສາມາດຄວບຄຸມລົດໄວ້ໄດ້ ຈຶ່ງເສຍຫລັກເຈືອກລົງຂ້າງທາງ ແລະ ຕຳ

ຫລັກເສົາໄຟຟ້າດັ່ງກ່າວ, ເນື່ອງຈາກການຂັບຂີ່ດ້ວຍຄວາມໄວສູງ ແລະ ສະພາບເຕັກນິກຂອງລົດບໍ່ຮັບປະກັນດີ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...