Homeຂ່າວພາຍ​ໃນເຈົ້າໜ້າທີ່ພາສີພະແນກ ພສປ ກວດກາ-ດຳເນີນມາດຕະການ ຕໍ່ຜູ້ກະທຳຜິດເຄື່ອນຍ້າຍນໍ້າມັນເຊື້ອໄຟບໍ່ຖືກຕ້ອງ

ເຈົ້າໜ້າທີ່ພາສີພະແນກ ພສປ ກວດກາ-ດຳເນີນມາດຕະການ ຕໍ່ຜູ້ກະທຳຜິດເຄື່ອນຍ້າຍນໍ້າມັນເຊື້ອໄຟບໍ່ຖືກຕ້ອງ

Published on

ໃນເວລາ 23:00 ໂມງຂອງວັນທີ 15 ພະຈິກ 2022 ນີ້, ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພະແນກ ພສປ) ປະຈຳຈຸດປະສານງານດານຊີ ເມືອງນາຊາຍທອງ ແລະ ຈຸດປະສານງານ ບ້ານໃໝ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ສົມທົບກັບຂະແໜງກວດກາ ແລະ ສືບສວນ-ສອບສວນ ຂອງພະແນກ ພສປ ກົມພາສີ ກະຊວງການເງິນ.

ໂດຍໄດ້ຮັບຂ່າວຈາກພົນລະເມືອງດີວ່າ: ຈະມີການລັກລອບສິນຄ້າໜີພາສີຕາມເສັ້ນທາງ 13 ເໜືອ, ຈຶ່ງໄດ້ອອກຕິດຕາມ, ກວດກາປະເພດລົດສິນຄ້ານໍ້າມັນເຊື້ອໄຟຈຳນວນ 2 ຄັນ.

ຜ່ານການກວດກາຕົວຈິງເຫັນວ່າ: ເປັນປະເພດສິນຄ້ານ້ຳມັນເຊື້ອໄຟເຄື່ອນຍ້າຍບໍ່ຖືກຕ້ອງ (ປະເພດນໍ້າມັນ ກາຊວນ ຈໍານວນ 3.000 ລິດ ແລະ ນໍ້າມັນແອັດຊັງ ຈໍານວນ 4.000 ລິດ, ຊຶ່ງໄດ້ດຳເນີນຂັ້ນຕອນສືບສວນ-ສອບສວນ ແລະ ອາຍັດພາຫະນະດັ່ງກ່າວ, ເພື່ອດຳເນີນການແກ້ໄຂຄະດີຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການ.

ແຫຼ່ງຂ່າວຈາກ ກະຊວງການເງິນ

ບົດຄວາມຫຼ້າສຸດ

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...

ເມືອງຄູ່ແຝດ! ຂົວມິດຕະພາບລາວ-ໄທ ຕິດອັນດັບຂົວທີ່ງາມທີ່ສຸດໃນໂລກ

ອີງຕາມຂໍ້ມູນຈາກ Insider Monkey ເຊິ່ງປະເທດໄທຕິດຢູ່ໃນ ອັນດັບທີ 4 ແລະ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 (ຄໍາມ່ວນ - ນະຄອນພະນົມ)...