spot_img
Homeຂ່າວຕ່າງປະເທດຍິງສາວຈຳຄຸກ 30 ມື້ຖານໃຊ້ຊີ້ນແທ່ງ ໄລ່ຕີເພື່ອນບ້ານ

ຍິງສາວຈຳຄຸກ 30 ມື້ຖານໃຊ້ຊີ້ນແທ່ງ ໄລ່ຕີເພື່ອນບ້ານ

Published on

ມາເນກາ ກາເນີ (Maneka Garner) ອາຍຸ 27 ປີ ຈາກໂອໄຮໂອ ໄດ້ຮັບຄຳສາລະພາບວ່າ ລາວໄດ້ໃຊ້ ຊີ້ນແທ່ງ ທີ່ວາງຂາຍຢູ່ຮ້ານຄ້າໄລ່ຕີເພື່ອນບ້ານ.

ໃນວັນທີ 8 ພະຈິກ 2022 ທີ່ຜ່ານມາ ສານຈຶ່ງໄດ້ຕັດສິນໃຫ້ ກາເນີ ມີຄວາມຜິດຈຳຄຸກ ເປັນເວລາ 30 ມື້ ປັບ 155 ໂດລາ ແລະ ຖືກຄຸມພຶດຕິກຳເປັນເວລາ 1 ປີ.

ຈາກເຫດການດັ່ງກ່າວໄດ້ເກີດຂຶ້ນໃນເດືອນ ພຶດສະພາ ປີ 2021 ທີ່ ມາເນກາ ກາເນີ ອາຍຸ 27 ປີ ຈາກລັດໂອໄຮໂອ ປະເທດອາເມຣິກາ ລາວໄດ້ນຳເອົາ ຊີ້ນແທ່ງ ໜັກປະມານ 10 ປອນ ຫຼື 4,5 ກິໂລກຼາມ ໄລ່ຕີເພື່ອນບ້ານ ທີ່ຊື່ວ່າ ພຣີຊຽດ ແຈັກສັນ (Precious Jackson).

ໂດຍກ່ອນໜ້ານີ້ ທາງ ກາເນີ ແລະ ແຈັດສັນ ມີຄວາມຂັດແຍ່ງກັນມາກ່ອນຈົນເຮັດໃຫ້ແຈັກສັນຕ້ອງຂໍຄຳສັ່ງຄຸ້ມຄອງຫ້າມ ກາເນີ ເຂົ້າໃກ້ຄອບຄົວຂອງລາວ.

ໃນຂະນະທີ່ ກາເນີກຳລັງຊື້ເຄື່ອງກັບລູກຊາຍ ອາຍຸ 5 ປີ ກໍໄດ້ພົບເຫັນພຣີຊຽດ ແລະ ລູກສາວ ອາຍຸ 7 ປີ ທີ່ຮ້ານ South Euclid ຫຼັງຈາກນັ້ນ ກາເນີກໍຍ່າງໄປປະເຊີນໜ້າກັບພຣີຊຽດ ແລ້ວດຶງຜ້າອັດປາກຂອງລາວອອກ ແລະ ພະຍາຍາມຖົ່ມນ້ຳລາຍໃສ່ໜ້າລາວ ກ່ອນທີ່ຈະທຸບຕີດ້ວຍ ຊີ້ນແທ່ງ ໜັກ 4,5 ກິໂລກຼາມ.

ຫຼັງຈາກນັ້ນ ເຈົ້າໜ້າທີ່ກໍໄດ້ຈັບກຸມກາເນີ ທີ່ລະເມີດຄຳສັ່ງສານ ທີ່ຜູ້ກ່ຽວນັ້ນຄິດວ່າຄຳສັ່ງສານ ວ່າຫ້າມເຂົ້າໃກ້ໄດ້ໝົດອາຍຸໄປແລ້ວ.

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...