Homeສຸຂະພາບ ແລະ ສີ່ງແວດລ້ອມ7. ວິຕາມິນບຳລຸງສະຫມອງ ສຳລັບສາວຫລຸດນ້ຳໜັກ

7. ວິຕາມິນບຳລຸງສະຫມອງ ສຳລັບສາວຫລຸດນ້ຳໜັກ

Published on

0056

ນອກ​ຈາກ​ສາວໆ ຈະ​ຕ້ອງ​ຄວບ​ຄຸມ​ອາຫານ ອອກ​ກຳ​ລັງ​ກາຍ ເຮັດ​ສະ​ມາ​ທິ​ໃນ​ການຫ​ລຸດ​ນ້ຳ​ໜັກ​ແລ້ວ ການ​ໃຊ້​ວິ​ຕາ​ມິນ​ກໍ​ເປັນ​ໂຕ​ຊ່ວຍ​ຫລຸດ​ນ້ຳ​ໜັກ​ໄດ້​ນໍາອີກ ອີກ​ທັງ​ຍັງ​ເປັນ​ການ​ບຳ​ລຸງ​ສະຫມອງ​ໄປ​ໃນ​ໂຕ ເຊິ່ງ​ປະກອບ​ໄປ​ດ້ວຍ 7 ວິ​ຕາ​ມິນ​ດັ່ງ​ຕໍ່ໄປນີ້

  1. ວິ​ຕາ​ມິນເອ
    ຄວນ​ກິນ​ເມັດ​ລະ 10, 000 IU ຫລື​ ໄດ້ຮັບ​ຈາກ​ການ​ກິນອາຫານ​ທຳມະຊາດ​ທີ່​ມີ​ສານ​ເລ​ຕິ​ນອນ ຫລື ​ເບ​ຕາ​ແຄ​ໂລ​ທີນ ເຊັ່ນ ກາລົດ ໝາກອຶ ໝາກເລັ່ນ ໝາກ​ມ່ວງ​ສຸກ ໝາກຮຸ່ງ​​ສຸກ ແລະ ​ຜັກ​ໃບ​ຂຽວ ເປັນ​ຕົ້ນ
  2. ວິ​ຕາ​ມິນຊີ 

ຄວນ​ກິນ​ເມັດ​ລະ 500 ມິລິ​ກຣາມ ຫລື​ ຈາກ​ອາຫານ​ທຳມະຊາດ ຈຳ​ພວກ​ຜັກ​ສົດ ຫມາກໄມ້​ສົດ ເຊັ່ນ ໝາກກ້ຽງ ສະ​ຕໍ​ເບີ​ລີ ກີ​ວີ ໝາກສີດາ ໝາກເພັດ ແລະ ​ມັນ​ຝຣັ່ງ

  1. ວິ​ຕາ​ມິນດີ
    ປະລິມານ​ທີ່​ເໝາະ​ສົມ​ເມັດ​ລະ 1, 000 IU ຫລື ​ກິນ​ໄດ້​ຈາກ​ອາຫານ​ທຳມະຊາດ ຈຳ​ພວກ​ນ້ຳ​ມັນ​ຕັບ​ປາ ປາ​ທູ​ນ້າ ປາ​ແຊວມອນ ແລະ ​ປາ​ຊາ​ດີນ
  2. ວິ​ຕາ​ມິນອີ
    ເມັດ​ລະ 400 IU ຫລື ​ກິນ​ໄດ້​ຈາກ​ອາຫານ​ທຳມະຊາດ ຈຳ​ພວກ​ນ້ຳ​ມັນ​ພືດ ເຊັ່ນ​ເຂົ້າວີດ ຖົ່ວ​ເປືອກ​ແຂງ ແລະ ​ເມັດ​ພືດ
  3. ວິ​ຕາ​ມິນ​ບີ 1
    ຄວນ​ກິນ​ປະ​ມານ 100 ມິ​ລິ​ກຣາມ ຖ້າ​ຮູ້ສຶກ​ວ່າ​ສະຫມອງ​ຍັງ​ມຶນ​ງົງ​ຢູ່​ໃຫ້​ກິນ​ເທື່ອ​ລະ 2 ເມັດ ຫລື ​ສາມາດ​ກິນ​ໄດ້​ຈາກ​ອາຫານ​ທຳມະຊາດ ຈຳ​ພວກ​ຊີ້ນປາ ເຂົ້າ​ກ້ອງ ຂະໜົມ​ປັງ​ໂຮນ​ວີດ ທັນ​ຍະພືດ​ທີ່​ເສີມ​ຄຸນຄ່າ ມັນ​ຝຣັ່ງ ຖົ່ວ​ເປືອກ​ແຂງ ແລະ ​ຖົ່ວ​ເມັດ​ແຫ້ງ
  4. ວິ​ຕາ​ມິນ​ບີ 6

ຄວນ​ກິນ​ເສີມ 1 ເມັດ ຫລື ​ສາມາດ​ກິນ​ໄດ້​ຈາກ​ອາຫານ​ທຳມະຊາດ ຈຳ​ພວກ​ຊີ້ນ​ປາ ຂະໜົມ​ປັງ​ໂຮນ​ວີດ ທັນຍະ​ພືດ ຖົ່ວ​ເປືອກ​ແຂງ ກ້ວຍ ຖົ່ວ​ເຫລືອງ

  1. ບີ​ຄອມ​ເພັກ 1 ເມັດ
    ສຳຫລັບ​ທ່ານ​ທີ່​ຕ້ອງ​ການ​ບຳ​ລຸງ​ສະຫມອງ​ໃຫ້​ກິນ​ເລັກ​ຊິ​ຕິນ​ເຂົ້າໄປ​ນໍາ​ປະ​ມານ 1 ເມັດ

ຢ່າງໃດ​ກໍ​ຕາມ​ວິ​ຕາ​ມິນ​ກໍ​ເປັນພຽງ​ອີກ​ໂຕ​ຊ່ວຍ​ໜຶ່ງ​ເທົ່າ​ນັ້ນ ແຕ່​ສຳຫລັບ​ການ​ຫລຸດ​ນ້ຳ​ໜັກ​ແບບໃດ​ກໍ່​ຍັງ​ຕ້ອງ​ອາໄສ​ການ​ອອກ​ກຳ​ລັງ​ກາຍ ການ​ປັບ​ປ່ຽນ​ການ​ກິນ​ອາຫານ ແລະ ​ມີສະ​ມາ​ທິ​ຢ່າງ​ຕັ້ງ​ໃຈ​

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...