spot_img
Homeຂ່າວຕ່າງປະເທດຈັບແມ່ຄ້າຂາຍປິ້ງໄກ່ ຫັນມາຂາຍຢາບ້າສ້າງລາຍໄດ້ເສີມ

ຈັບແມ່ຄ້າຂາຍປິ້ງໄກ່ ຫັນມາຂາຍຢາບ້າສ້າງລາຍໄດ້ເສີມ

Published on

ສຳນັກຂ່າວປະເທດໄທ ໄດ້ລາຍງານວ່າ: ວັນທີ 1 ພະຈິກ 2022 ເຈົ້າໜ້າທີ່ຕຳຫຼວດປະເທດໄທ ພ້ອມກຳລັງໄດ້ເຂົ້າຈັບ ແມ່ຄ້າຂາຍປິ້ງໄກ່ ຊື່ນາງ ຈິດຕະລາພອນ ອາຍຸ 32 ປີ ພ້ອມຂອງກາງເປັນຢາບ້າ ທີ່ເຊື່ອງໄວ້ໃນກະເປົາສະພາຍສີດຳ ຈຳນວນ 14 ເມັດ.

ຜູ້ຖືກຫາໄດ້ ສາລະພາບວ່າ: ຊ່ວງນີ້ຂາຍປິ້ງໄກ່ບໍ່ຄ່ອຍໄດ້ດີປານໃດ ລາຍຈ່າຍສູງກ່ອນລາຍຮັບ ທັງຄ່າຮຽນລູກ ຄ່ານ້ຳ ຄ່າໄຟ ຜ່ອນລົດ ແລະ ອື່ນໆ ຈຶ່ງຫັນໄປຮັບຢາບ້າມາຈາກໝູ່ຜູ້ຊາຍ ສັນຊາດລາວ ມາຈຳໜ່າຍໃຫ້ກັບກຸ່ມໄວລຸ້ນ ແລະ ຊາວບ້ານທີ່ສະນິດກັນເທົ່ານັ້ນ ເພື່ອຫາລາຍໄດ້ເສີມ ເປັນຄ່າໃຊ້ຈ່າຍພາຍໃນຄອບຄົວ.

ເຈົ້າໜ້າທີ່ໄດ້ສົ່ງກວດຍ່ຽວທີ່ໂຮງໝໍ ຜົນປາກົດວ່າເປັນສີມ່ວງເຂັ້ມ ຈຶ່ງໄດ້ຈັບໂຕ ພ້ອມຂອງກາງທັງໝົດ ສົ່ງໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງດຳເນີນຄະດີຕາມກົດໝາຍ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...