Homeຂ່າວພາຍ​ໃນຕມ ຂົວມິດຕະພາບລາວ-ໄທ 1 ພ້ອມປະຕິບັດໜ້າທີ່ຢ່າງເຂັ້ມງວດໃນການກວດຄົນເຂົ້າ-ອອກເມືອງໄລຍະເທດສະການບຸນພຣະທາດຫຼວງ

ຕມ ຂົວມິດຕະພາບລາວ-ໄທ 1 ພ້ອມປະຕິບັດໜ້າທີ່ຢ່າງເຂັ້ມງວດໃນການກວດຄົນເຂົ້າ-ອອກເມືອງໄລຍະເທດສະການບຸນພຣະທາດຫຼວງ

Published on

ພັທ ກິດ່ອນ ກິວົງໄຊ ຮອງຫົວໜ້າຄະນະຄຸ້ມຄອງດ່ານ, ຫົວໜ້າດ່ານ ຕມ ສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ໃຫ້ສໍາພາດຕໍ່ນັກຂ່າວ ວັນທີ 28 ຕຸລາ 2022 ວ່າ: ຄະນະພັກ-ຄະນະບັນຊາ ຕມ ສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ໄດ້ກະກຽມຄວາມພ້ອມ ໃນການກວດຄົນເຂົ້າ-ອອກເມືອງ ໃນໄລຍະງານບຸນນະມັດສະການບຸນພຣະທາດຫຼວງວຽງຈັນ ທີ່ຈະຈັດຂຶ້ນລະຫວ່າງວັນທີ 4-8 ພະຈິກ 2022.

ໂດຍລວມໄດ້ສຸມໃສ່ເຮັດໜ້າທີ່ວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ພາຍໃນດ່ານ ຢ່າງເປັນປົກກະຕິ, ໃນໄລຍະງານບຸນນະມັດສະການພຣະທາດຫຼວງປະຈຳປີ 2022, ເຈົ້າໜ້າທີ່ ຕມ ໄດ້ເພີ່ມທະວີເຂັ້ມງວດໃນການກວດກາຄົນເຂົ້າ-ອອກດ່ານ ພ້ອມທັງໄດ້ຈັດວາງກໍາລັງເຂົ້າປະຈໍາຈຸດ, ກວດກາເອກະສານແຕ່ລະຈຸດ ໃນຂອບເຂດຄວາມຮັບຜິດຊອບ, ປ້ອງກັນ ແລະ ສະກັດກັ້ນກຸ່ມຄົນບໍ່ຫວັງດີ ລັກລອບເຂົ້າ-ອອກເມືອງ, ພ້ອມນີ້ ໄດ້ປະສານສົມທົບກັບທຸກຂະແໜງການພາຍໃນດ່ານ ໃຫ້ເພີ່ມທະວີເປັນເຈົ້າການ, ປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ແລະ ຊ່ວຍເປັນຫູ ເປັນຕາຊ່ວຍເຈົ້າໜ້າທີ່ ນອກຈາກນີ້, ໄດ້ປະສານສົມທົບກັບດ່ານເຊິ່ງໜ້າ ( ດ່ານ ຕມ ໜອງຄາຍ ) ໃນການປ້ອງກັນ, ສະກັດກັ້ນການລັກລອບເຂົ້າ-ອອກເມືອງຜິດກົດໝາຍ, ການປະຕິບັດໜ້າທີ່ໃນໄລຍະງານບຸນ ແມ່ນເຂັ້ມງວດກວດກາພາຫະນະເຂົ້າ-ອອກທຸກປະເພດ ເພື່ອຮັບປະກັນຄວາມສະຫງົບ-ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ.

ພັທ ກິດ່ອນ ກິວົງໄຊ ຮຽກຮ້ອງມາຍັງນັກທ່ອງທ່ຽວ, ປະຊາຊົນລາວ ທີ່ມີຈຸດປະສົງເຂົ້າ-ອອກດ່ານ ຫຼື ຈະເດີນທ່ຽວຊົມງານບຸນນະມັດສະການພຣະທາດຫຼວງວຽງຈັນ ຈົ່ງກະກຽມເອກະສານການເດີນທາງໃຫ້ຄົບຖ້ວນ ແລະ ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ, ພ້ອມຍົກສູງສະຕິໃນການຮັກສາຊັບສິນຂອງຕົນ ບໍ່ໃຫ້ກຸ່ມຄົນບໍ່ຫວັງດີສວຍໂອກາດລັກໄປໄດ້.

ແຫຼ່ງຂ່າວຈາກ ປກສ ນະຄອນຫຼວງວຽງຈັນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...