Homeຄວາມງາມຈ່ອຍ ແບບໃດບໍ່ຂີ້ພະຍາດ

ຈ່ອຍ ແບບໃດບໍ່ຂີ້ພະຍາດ

Published on

9438256_s

ເຄີຍ​ສົງ​ໄສ​ບໍ່ວ່າ ເປັນຫຍັງ​ບາງ​ຄົນ​ກິນ​ທຸກ​ຢ່າງ​ທີ່​ຂວາງ​ໜ້າ ແຕ່​ຍັງ​ຮັກສາ​ຮູບຮ່າງທີ່ຈ່ອຍໄດ້​ ໃນ​ຂະນະ​ທີ່​ບາງ​ຄົນ​ພະຍາຍາມ​ອົດອາຫານ​ສຸດ​ຊີວິດ ພັດ ຕຸ້ຍຂຶ້ນຕຸ້ຍຂຶ້ນທັງ​ທີ່​ເມື່ອ​ຄິດເຖິງ​ກິດ​ຈະວັດ​ຕັ້ງ​ແຕ່​ເຊົ້າ​ຫາແລງ​ກໍ່ບໍ່​ໜ້າ​ຈະ​ມີ​ອຸປະສັກ​ມາ​ຂວາງ​ກັ້ນ​ຄວາມ ຈ່ອຍງາມ​ ອາຫານ​​ກິນ​ພຽງ​ມື້​ລະ 1 ຄາບ ຫລື ​ຖ້າ​ສຽງ​ຮ້ອງ​ຈາກ​ທ້ອງ​ດັງ​ກວນ​ໃຈ​ຈົນ​ທົນ​ບໍ່​ໄດ້ກໍ່ເພີ່ມ​ເປັນ 2 ຄາບ​ບໍ່​ເຄີຍກາຍກວ່າ​ນີ້ ນິ​ໄສ​ກິນ​ຈຸກ​ກິນ​ຈິກ​ກໍ​ພະຍາຍາມ​ຫລີກລ້ຽງ​ຢ່າງ​ສຸດ​ຄວາມ​ສາມາດ​ແຕ່​ເປັນຫຍັງ​ເປົ້າ​ໝາຍ​ໃນ​ການ​ຫລຸດ​ຄວາມ​ຕຸ້ຍ​ໃຫ້​ຕົນ​ເອງ​ໄດ້ ຈ່ອຍ ​ແລະ ​ແຂງ​ແຮງ​ຈຶ່ງ​ບໍ່​ເຄີຍ​ບັນ​ລຸ​ຕາມເປົ້າໝາຍ

ນັ້ນ​ເປັນ​ເພາະ​ນິ​ໄສ​ການ​ກິນ​ບາງຢ່າງ​ທີ່​ເຮັດໃຫ້​ຕຸ້ຍ​ໂດຍ​ບໍ່​ຮູ້​ໂຕ ຫລື​ ຖ້າຈ່ອຍ ລົງ​ໄດ້ ກໍ​ກາຍ​ເປັນ​ຄົນ​ຂີ້​ພະຍາດ ເຊິ່ງ​ເປັນ​ສິ່ງ​ທີ່​ບໍ່​ໜ້າ​ປາຖະຫນາ​ເຊັ່ນ​ກັນ ຄວາມ​ລັບ​ກ່ຽວກັບ​ນິ​ໄສ​ການ​ກິນ​ບາງ​ປະ​ການ​ຈາກ​ຄົນ​ຮູບຮ່າງ​ດີ​ທີ່​ແຂງ​ແຮງ​ຕໍ່ໄປ​ນີ້ ໜ້າ​ຈະ​ເປັນ​ປະໂຫຍດ​ກັບ​ທຸກໆຄົນ

ນິ​ໄສ​ທີ່​ຄວນ​ຫລີກ​ລ້ຽງ

ອົດ​ອາ​ຫານ ນິ​ໄສ​ມັກ​ອົດອາຫານ​ບໍ່​ຊ່ວຍ​ໃຫ້​​ກາຍ​ເປັນ​ຄົນຈ່ອຍ ໄດ້​ໃນ​ໄລ​ຍະ​ຍາວ ເພາະ​ຜົນ​ການ​ວິ​ໄຈ​ຫລາຍ​ຢ່າງ​ລະ​ບຸ​ກົງ​ກັນ​ວ່າ ການ​ອົດອາຫານ​ເຮັດໃຫ້​ລະບົບ​ການເຮັດວຽກງານ​ຂອງ​ຮ່າງກາຍ​ປ່ຽນ​ແປງ​ໄປ​ ​ຈະ​ຢາກ​ຫລາຍ​ຂຶ້ນ​ກວ່າ​ເກົ່າ ​ແລະ ​ກິນ​ຫລາຍ​ຂຶ້ນ​ກວ່າ​ເກົ່າ​ກາຍ​ເປັນ​ວັດທະ​ຈັກ​​ໃນ​ຊີວິດ​ອັນ​ແສນ​ໂສກເສົ້າ ເພາະ​ເມື່ອ​ກິນ​ຫລາຍ​ໄປ ນ້ຳ​ໜັກ​ໂຕເພີ່ມ ຈຶ່ງ​ອົດອາຫານ​ເພື່ອ​ໃຫ້​ນ້ຳ​ໜັກຫ​ລຸດລົງ ວົນວຽນ​​ຊ້ຳ​ໄ​ປຊ້ຳ​ມາ​ບໍ່​ສິ້ນ​ສຸດ

ປະຕິເສດ​ຄວາມ​ຕ້ອງ​ການ​ຂອງ​ຕົນ​ເອງ ເບິ່ງ​ຄື​ຄົນ​ເຮົາ​ຈະ​ມີ​ທຳມະຊາດ​ທີ່​ແປກ​ຢູ່​ຢ່າງ​ໜຶ່ງ ເມື່ອ​ຄວາມ​ຮູ້ສຶກ​ບອກວ່າ ​ບໍ່​ຄວນ ​ພັດ​ຈະ​ຕ້ອງ​ການ​ຫລາຍ​ຂຶ້ນ ດັ່ງ​ນັ້ນ​ເມື່ອ​ປະຕິເສດ​ຄວາມ​ຕ້ອງ​ການ​ອາຫານ ໄປໆ ມາໆ​ ​ກໍ​ລົງ​ທ້າຍ​ດ້ວຍ​ການ​ກິນ​ແບບ​ບໍ່​ມືນ​ຫູ​ມືນ​ຕາ ທາງ​ທີ່​ດີ​ຢ່າ​ໃຫ້​ຮ່າງກາຍ​ເກີດ​ຄວາມ​ຮູ້ສຶກ​ເຊັ່ນ​ນີ້ ພະຍາຍາມ​ບອກ​ໂຕເອງ​ເລື້ອຍໆວ່າ ເຈົ້າ​ສາມາດ​ກິນ​ຫຍັງ​ກໍ​ໄດ້ ​ແລະ ​ຫລາຍ​ເທົ່າ​ທີ່​ເຈົ້າ​ຮູ້ສຶກ​ວ່າ​ພໍ ຂໍ​ຢ້ຳ​ວ່າ​ ພຽງ​ພໍ​ເທົ່າ​ທີ່​ຮ່າງກາຍ​ຕ້ອງ​ການ​ເທົ່າ​ນັ້ນ

ນິ​ໄສ​ຕາມ​ໃຈ​ປາກ 

ຄົນ​ຈຳນວນ​ຫລາຍ​ກິນ​ເພາະ​ຢາກ​ກິນ ແທນ​ທີ່​ຈະ​ກິນ​ເທົ່າ​ທີ່​ຮ່າງກາຍ​ຕ້ອງ​ການ ເຈົ້າເປັນ​ໜຶ່ງ​ໃນ​ນັ້ນ​ຫລື​ບໍ່ ຖ້າ​ແມ່ນຫາ​ສາ​ເຫດ​ວ່າ​ ເປັນຫຍັງ​ເຈົ້າ​ຈຶ່ງ​ກິນ​ໃນ​ເວລາ​ທີ່​ເຈົ້າ​ບໍ່​ໄດ້​ຢາກ ເຊັ່ນ ເຈົ້າ​ພົບ​ວ່າ​ຕົນ​ເອງ​ມັກ​ຫາ​ຫຍັງ​ໃສ່​ທ້ອງ​ໃນ​ຍາມຫວ່າງ ເວລາ​ຢູ່​ຄົນ​ດຽວ ຫລື​ ເວລາ​ເໜື່ອຍ ເມື່ອ​ຫາ​ສາ​ເຫດ​ໄດ້​ແລ້ວ​ຫລີກ​ລ້ຽງ​ໃຫ້​ໄດ້ ກໍ​ນັບ​ເປັນ​ກ້າວ​ໃຫຍ່​ສູ່​ຄວາມ ຈ່ອຍ ງາມ​ໃນ​ອານາຄົດ

ນິ​ໄສ​ທີ່​ຄວນ​ປະຕິ​ບັດ

ກິນແບບ​​ມີ​ເຈົ້າ​ພາບ ໜ້າ​ແປກ​ໃຈ​ທີ່​ພົບ​ວ່າ​ ຜູ້​ທີ່​ຫລຸດ​ນ້ຳ​ໜັກ​ໄດ້​ຕິດ​ຕໍ່​ກັນ​ດົນ​ກວ່າ 5 ປີ ເປັນ​ກຸ່ມ​ທີ່​ເລືອກ​ກິນ​ອາຫານ​ທີ່​ເຕັມ​ໄປ​ດ້ວຍ​ຄຸນຄ່າ​ທາງ​ໂພສະ​ນາ​ການ​ກົງກັນຂ້າມ​ກັບ​ກຸ່ມ​ທີ່​ຫລຸດ​ຄວາມ​ຕຸ້ຍແລ້ວ​ກັບ​ມາ​ຕຸ້ຍອີກ ນັ້ນ​ໝາຍ​ຄວາມ​ວ່າ ເລື່ອງ​ຂອງ​ສານ​ອາຫານ​ເປັນ​ເລື່ອງ​ສຳຄັນ​ຫລາຍກວ່າ​ຈະ​ມາ​ນັ່ງ​ຄິດໄລ່​ຄ່າ​ແຄ​ລໍ​ລີ ​ທາງ​ທີ່​ດີ​ຄວນ​ປຸງ​ແຕ່ງອາຫານ​ກິນ​ເອງ ຈະ​ໄດ້​ເລືອກ​ສ່ວນ​ປະສົມ​ທີ່​ເຕັມ​ໄປ​ດ້ວຍ​ສານ​ອາຫານ​ທີ່​ດີ​ຕໍ່​ຮ່າງ​ກາຍ

ກິນ​ອາຫານ​ຫລາກ​ຫລາຍ ຍິ່ງ​ກິນ​ອາຫານ​ຫລາກ​ຫລາຍ​ເທົ່າ​ໃດ ສານ​ອາຫານ​ທີ່​ເຈົ້າ​ຈະ​ໄດ້ຮັບ​ກໍ​ຍິ່ງ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ ເຊົາ​ພຶດຕິກຳ​ກິນ​ຊ້ຳ​ ຫລື ​ເລືອກ​ກິນ​ສະເພາະ​ສິ່ງ​ທີ່​ມັກ ການ​ປ່ຽນ​ແປງ​ໜ້າ​ຕາ​ອາຫານ​ທີ່​ກິນ​ນຳ​ແມ່ນ​ພຽງ​ໜ້ອຍດຽວ ຊ່ວຍ​ປ່ຽນແປງ​ລະ​ດັບ​ສານ​ອາຫານ​ທີ່​ຮ່າງກາຍ​ໄດ້ຮັບ​ໄດ້​ຢ່າງ​ໜ້າ​ອັດສະຈັນ

ກິນ​ໜ້ອຍໆ ແຕ່​ກິນ​ເລື້ອຍໆ ຜົນ​ວິ​ໄຈ​ບອກວ່າ ການ​ຫາ​ຫຍັງ​ໃສ່​ທ້ອງ​ແຕ່​ໜ້ອຍ​ຕະຫລອດ​ມື້​ຍັງ​ດີກວ່າ​ການ​ປ່ອຍ​ໃຫ້​ທ້ອງຫວ່າງ ​ແລະ ​ປິດ​ທ້າຍ​ດ້ວຍ​ເຂົ້າແລງ​ຄາບ​ໃຫຍ່​ເພາະ​ຊ່ວຍ​ໃຫ້​ລະບົບ​ຍ່ອຍ​ເຮັດວຽກ​ໄດ້​ມີ​ປະ​ສິດ​ທິ​ພາບ​ຫລາຍກວ່າ ແຕ່​ຢ່າ​ລືມ​ວ່າ​ອາຫານ​ທີ່​ເລືອກ​ກິນ​ຄວນ​ຈະ​ເປັນ​ອາຫານ​ແຄ​ລໍ​ລີ​ຕ່ຳ​

ກິນ​ອາຫານ​ເຊົ້າ 

ອາຫານ​ເຊົ້າ​ໄຂ​ມັນ​ຕ່ຳ ຄຸນຄ່າ​ສູງ​ຕົວຢ່າງ ອາຫານ​ຈຳ​ພວກ​ທັນຍະ​ພືດ ຊ່ວຍ​ໃຫ້​ເລີ່ມ​ຕົ້ນ​ມື້​ໃໝ່​ໄດ້​ແບບມີ​ພະລັງ ຜົນ​ວິ​ໄຈ​ພົບ​ວ່າ ຜູ້​ທີ່​ກິນອາຫານ​ເຊົ້າ​ເປັນ​ປະຈຳ​ມີ​ສຸຂະພາບ​ແຂງ​ແຮງ​ກວ່າ​ອາ​ຍຸ​ເຖິງ 3 ປີ ຖ້າ​ທຽບ​ກັບ​ຜູ້​ທີ່​ບໍ່​ຄ່ອຍ​ກິນ​ອາຫານ​ເຊົ້າ

ອອກ​ກຳ​ລັງ​ກາຍ 

ການ​ອອກ​ກຳ​ລັງ​ກາຍ​ຕິດ​ຕໍ່​ກັນ​ດົນ​ເຖິງ 11/2 ຊົ່ວ​ໂມງ ຈະ​ມີ​ຜົນ​ໃຫ້​ຮ່າງກາຍ​ເຜົາ​ຜານ​ພະລັງ​ງານ​ຕໍ່​ອີກ 200 ແຄ​ລໍ​ລີ ໃນ​ໄລຍະ 12 ຊົ່ວ​ໂມງ​ຫລັງ​ການ​ອອກ​ກຳ​ລັງ ເຖິງວ່າ​ຈະ​ເປັນ​ເວລາ​ທີ່​ເຈົ້າ​ນອນ​ຫລັບ​ກໍ​ຕາມ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...