spot_img
Homeຂ່າວພາຍ​ໃນທູດ ສ.ອາເມລິກາ ໃຫ້ທຶນເກືອບ 50 ພັນໂດລາ ເພື່ອອະນຸລັກຮູບແຕ້ມຝາຜະໜັງ ວັດເກົ່າແກ່ 3 ວັດ

ທູດ ສ.ອາເມລິກາ ໃຫ້ທຶນເກືອບ 50 ພັນໂດລາ ເພື່ອອະນຸລັກຮູບແຕ້ມຝາຜະໜັງ ວັດເກົ່າແກ່ 3 ວັດ

Published on

ພິທີລົງນາມໃນການໃຫ້ທຶນ ສະໜັບສະໜູນ ໂຄງການອະນຸລັກ ຮູບແຕ້ມຝາຜະໜັງບັນດາວັດເກົ່າ ແກ່ ທີ່ສ້າງຂຶ້ນໃນ ສະຕະວັດທີ XIX ຢູ່ແຂວງສະ ຫວັນນະເຂດ ຈຳນວນ 3 ວັດຄື: ວັດບ້ານຕາແຫຼວເກົ່າ, ວັດບ້ານທວດເມືອງຈຳພອນ ແລະ ວັດບ້ານໜອງບົວທ່າເມືອງສອງ ຄອນ​ ຈັດຂຶ້ນໃນວັນ ທີ 26 ຕຸລາ 2022 ທີ່ເດີ່ນວັດ ບ້ານຕາແຫຼວເກົ່າເມືອງຈຳພອນ​ ເຂົ້າຮ່ວມເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ປອ ປີເຕີ ແຮມມອນ ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈຳ ສປປ ລາວ, ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ສຸນັນທາ ກັນ ລະຍາ ປະທານສະມາຄົມສົ່ງເສີມ ການອະນຸລັກສິລະປະວັນນະຄະດີ (ສອສວ) ໄດ້ລາຍງານໃຫ້ຮູ້ ວ່າ: ໂຄງການອະນຸລັກຮູບແຕ້ມຝາຜະໜັງ ບັນດາວັດໃນ ສັດຕະວັດທີ 19 ຢູ່ແຂວງສະຫວັນນະເຂດໄດ້ ຮັບທຶນພາຍໃຕ້ໂຄງການ: ທຶນ ທ່ານ ເອກອັກຄະລັດຖະທູດສະຫະ ລັດອາເມຣິກາ ເພື່ອອະນຸລັກວັດ ທະນະທຳປີ 2022, ເຊິ່ງຢູ່ແຂວງ ສະຫວັນນະເຂດ ປະກອບມີ 3 ວັດ ຄື: ວັດບ້ານຕາແຫຼວເກົ່າ, ວັດບ້ານທວດ ເມືອງຈຳພອນ ແລະ ວັດບ້ານໜອງບົວທ່າ ເມືອງສອງຄອນ, ໃນມູນຄ່າ 49.800 ໂດລາສະຫະລັດ ປະກອບມີ: ໃຫ້ພະແນກ ຖະແຫຼງຂ່າວ-ວັດທະນະທຳແລະ ທ່ອງທ່ຽວແຂວງສະຫວັນນະ ເຂດ, ຫ້ອງການຖະແຫຼງຂ່າວ-ວັດ ທະນະທຳເມືອງທັງສອງເມືອງ, ສະຖາບັນວິຈິດສິນແຫ່ງຊາດ, ວິ ທະຍາໄລສິລະປະສຶກສາ ແລະ ໂຮງຮຽນວິຈິດສິນແຂວງສະຫວັນ ນະເຂດ ເປັນຄູ່ຮ່ວມງານຫຼັກໃນ ໂຄງການ. ເຊິ່ງໃນນັ້ນກິດຈະກຳ ຂອງໂຄງການປະກອບດ້ວຍ: ການລົງສຳຫຼວດພື້ນທີ່ ແລະ​ ຄັດລອກຮູບແຕ້ມຝາຜະໜັງ, ຈາກນັ້ນ ກໍ່ຈະມີການຝຶກອົບຮົມນັກສິລະປະ ພ້ອມດ້ວຍການສ້າງກິດຈະກຳ ປູກຈິດສຳນຶກ ໃຫ້ກັບຊາວບ້ານ ແລະນ້ອງນັກຮຽນ, ຈາກນັ້ນ ກໍ່ຈະ ໄດ້ເກັບກຳຂໍ້ມູນເພື່ອຈັດພິມປື້ມ ແລະປື້ມເອເລັກໂຕຼນິກບັນດາກິດ ຈະກຳຂອງໂຄງການ ແລະຮູບ ແຕ້ມຝາຜະໜັງ, ພ້ອມນັ້ນກໍ່ຈະມີ ການຈັດງານວາງສະແດງຜົນ ງານ ແລະສິ່ງສຳຄັນແມ່ນການກະ ກຽມຂຶ້ນແຜນ ເພື່ອຂໍທຶນສະໜັບ ສະໜູນວຽກງານບູລະນະຝາຜະ ໜັງກໍ່ຄືຕົວອາຄານສະ ຖານບູຮານ ວັດທັງ 3 ແຫ່ງ. ທັງນີ້ກໍ່ເພື່ອເປັນ ການປູກຈິດສຳນຶກ ກ່ຽວກັບການ ອະນຸລັກມໍລະດົກວັດທະນະທຳໃຫ້ ແກ່ປະຊາຊົນໃນທ້ອງຖິ່ນ ໂດຍ ສະເພາະຄົນຮຸ່ນໃໝ່, ອີກຢ່າງກໍ່ ເພື່ອໃຫ້ປະຊາຊົນໃນທ້ອງຖິ່ນໄດ້ ນຳໃຊ້ ແລະອະນຸລັກມໍລະດົກວັດ ທະນະທຳແບບຍືນຍົງ, ພ້ອມນັ້ນ ກໍ່ເພື່ອຝຶກຝົນໃຫ້ນັກສຶກສາໄດ້ ຮຽນຮູ້ສິລະປະການແຕ້ມຮູບຝາ ຜະໜັງແບບດັ້ງເດີມຕື່ມອີກ.

ທ່ານ ນາງ ຫຼິງທອງ ແສງ ຕາວັນ ກໍ່ໄດ້ຕາງໜ້າຄະນະນໍາ ຂອງແຂວງ, ກໍ່ຄືພະແນກຖະແຫຼງ ຂ່າວ, ວັດທະນະທໍາ ແລະທ່ອງ ທ່ຽວແຂວງ, ຊາວເມືອງຈໍາພອນ, ເມືອງສອງຄອນ ແລະອໍານາດ ການປົກຄອງບ້ານຕາແຫຼວ, ບ້ານ ທວດ ແລະບ້ານໜອງບົວທ່າ ເຊິ່ງ ເປັນຜູ້ທີ່ໄດ້ຮັບຜົນປະໂຫຍດ ຈາກ ທຶນສະໜັບສະໜູນຈາກກອງທຶນ ທູດສະຫະລັດອາເມຣິກາໃນການ ບູລະນະ ແລະຮັກສາວັດທະນະທໍາ ຮູບແຕ້ມຝາຜະໜັງວັດທັງ 3 ແຫ່ງ, ເຊິ່ງການຊ່ວຍເຫຼືອດ້ວຍທຶນ ສະໜັບສະໜູນຈາກກອງທຶນດັ່ງ ກ່າວນີ້ເປັນເທື່ອທໍາອິດທີ່ແຂວງ ສະຫວັນນະເຂດ ໄດ້ຮັບຂໍສະແດງ ຄວາມຂອບອົກຂອບໃຈທຸກພາກ ສ່ວນ ໃນການສະໜັບສະໜູນໃຫ້ ທຶນໃນຄັ້ງນີ້.

ໃນພິທີຄັ້ງນີ້ກໍ່ໄດ້ມີການລົງ ນາມໃນບົດທຶກລະຫວ່າງທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າ ພະແນກຖະແຫຼງຂ່າວ-ວັດທະ ນະທຳ ແລະທ່ອງທ່ຽວແຂວງສະ ຫວັນນະເຂດ ແລະທ່ານ ເກຼັກອໍຮິທ ເລຂານຸການເອກ ສະຖານເອກ ອັກຄະລັດຖະທູດ ສ.ອາເມຣິກາ ປະຈຳ ສປປ ລາວ, ໂດຍການເປັນ ສັກຂີພະຍານຂອງຄະນະປະທານ ແລະແຂກທີ່ເຂົ້າຮ່ວມ.

ແຫຼ່ງຂ່າວຈາກ ຂ່າວສະຫວັນພັດທະນາ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...