spot_img
Homeຂ່າວການຮ່ວມມືວາງສີລາລຶກໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທແຫ່ງທີ 5 ບໍລິຄຳໄຊ-ບຶງການ

ວາງສີລາລຶກໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທແຫ່ງທີ 5 ບໍລິຄຳໄຊ-ບຶງການ

Published on

ພິທີວາງສີລາລຶກ ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາ 2022 ໂດຍໄດ້ຮັບກຽດເປັນປະທານຮ່ວມຂອງ ທ່ານ ພັນຄຳວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກ ລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ, ມີບັນດາການນໍາຂັ້ນສູງຂອງສອງຝ່າຍ ເຂົ້າຮ່ວມ, ຊຶ່ງພິທີວາງສີລາລຶກດັ່ງກ່າວ ໄດ້ຈັດຂຶ້ນຢູ່ທັງສອງຟາກຝັ່ງແມ່ນໍ້າຂອງລາວ ແລະ ໄທ ໂດຍເລີ່ມຈັດພິທີ ຂຶ້ນຢູ່ເບື້ອງ ສປປ ລາວ ແລະ ຣາຊະອານາຈັກໄທ ຕາມລໍາດັບ.

ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວວ່າ: ໂຄງການກໍ່ສ້າງຂົວມິດຕະພາບ ລາວ – ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ໄດ້ເລີ່ມສຶກສາຄວາມເປັນໄປໄດ້ ໃນປີ 2014 ໂດຍໄດ້ຮັບການສະໜັບສະໜູນ ແລະ ຊ່ວຍເຫຼືອລ້າ ຈາກສຳນັກງານຄວາມຮ່ວມມືເພື່ອການພັດທະນາເສດຖະກິດກັບປະເທດເພື່ອນບ້ານ (ອົງການມະຫາຊົນ) ຫຼື NEDA, ຊຶ່ງການສຶກສາຄວາມເປັນໄປໄດ້ດັ່ງກ່າວ ໄດ້ຖືກຮັບຮອງຈາກລັດຖະບານທັງສອງປະເທດ ໂດຍມີການເຊັນຂໍ້ຕົກລົງ ວ່າດ້ວຍການກໍ່ສ້າງຂົວມິດຕະພາບດັ່ງກ່າວ ຮ່ວມກັນໃນກາງປີ 2019. ໃນເດືອນ ມັງກອນ 2020 ໄດ້ເຊັນສັນຍາເງິນກູ້ ລະຫວ່າງ ກະຊວງການເງິນ, ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ກັບ ອົງການຄວາມຮ່ວມມືເພື່ອການພັດທະນາເສດຖະກິດກັບປະເທດເພື່ອນບ້ານ ໃນວົງເງິນ 1.380 ລ້ານກ່ວາບາດ ແລະ ໄດ້ດຳເນີນການປະມູນເອົາບໍລິສັດທີ່ປຶກສາ ເພື່ອຄວບຄຸມການກໍ່ສ້າງ ໂດຍແມ່ນບໍລິສັດທີ່ປຶກສາ AEC (ປະເທດໄທ) ຮ່ວມກັບ ບໍລິສັດ MAA (ປະເທດໄທ) ແລະ ບໍລິສັດ LGE (ປະເທດລາວ) ເປັນຜູ້ຊະນະການປະມູນ ແລະ ໄດ້ເຊັນສັນຍາກັບ ກົມຂົວທາງ, ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ໃນນາມເຈົ້າຂອງໂຄງການ ໃນເດືອນ ກໍລະກົດ ປີ 2020.
ໃນທ້າຍປີ 2020 ໄດ້ສໍາເລັດການປະມູນ ແລະ ໄດ້ເຊັນສັນຍາກັບຜູ້ຮັບເໝົາກໍ່ສ້າງ ຂົວ, ທາງເຂົ້າຂົວ, ອາຄານດ່ານ ແລະ ສິ່ງອໍານວຍຄວາມສະດວກເບື້ອງ ສປປ ລາວ ລວມມີ 2 ສັນຍາ ຄື:
ສັນຍາ 1: ກໍ່ສ້າງຂົວເບື້ອງ ສປປ ລາວ ມີຄວາມຍາວ 535 ແມັດ ໂດຍແມ່ນ ບໍລິສັດ ນະພາ ກໍ່ສ້າງຈຳກັດ (ປະເທດໄທ) ຮ່ວມກັບ ບໍລິສັດ ສະຫຍາມ ບີບີອາ ກໍ່ສ້າງຈຳກັດ ແລະ ບໍລິສັດ ວີເຄ ອິນເຕີເນເຊິນແນວ ຈໍາກັດ ເປັນຜູ້ຮັບເໝົາ ໃນມູນຄ່າ 379 ລ້ານກ່ວາບາດ, ໄລຍະເວລາກໍ່ສ້າງ 36 ເດືອນ.
ສັນຍາ 2: ກໍ່ສ້າງ ທາງເຂົ້າຂົວ ມີຄວາມຍາວ 2.865 ແມັດ ແລະ ອາຄານດ່ານກວດຄົນເຂົ້າ-ອອກເມືອງ ລວມທັງສິ່ງອຳນວຍຄວາມສະດວກ ໂດຍແມ່ນບໍລິສັດ ສະຫຼວງ ກໍ່ສ້າງຈຳກັດ (ປະເທດໄທ) ຮ່ວມກັບ ບໍລິສັດ ວິສະວະກຳກໍ່ສ້າງ ສາກົນທັນສະໄໝ ຈຳກັດຜູ້ດຽວ (ປະເທດລາວ) ເປັນຜູ້ຮັບເໝົາ ໃນມູນຄ່າ 773 ລ້ານກ່ວາບາດ, ໄລຍະເວລາກໍ່ສ້າງ 30 ເດືອນ. ການກໍ່ສ້າງທັງສອງສັນຍາ ໄດ້ເລີ່ມລົງມືໃນຕົ້ນເດືອນ ມັງກອນ 2021, ມາຮອດປະຈຸບັນມີຄວາມຄືບໜ້າທັງໝົດຫຼາຍກວ່າ 56%, ຄາດຄະເນຈະສໍາເລັດ ແລະ ເປີດນໍາໃຊ້ ໃນຕົ້ນປີ 2024.
                                                                                                                                    ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວວ່າ: ໂຄງການກໍ່ສ້າງຂົວມິດຕະພາບແຫ່ງທີ 5 ນີ້ ແມ່ນໜຶ່ງໃນບັນດາຄວາມພະຍາຍາມຂອງສອງລັດຖະບານ ລາວ ແລະ ໄທ ໃນການສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການສັນຈອນ ໄປ-ມາຫາສູ່ກັນຂອງປະຊາຊົນສອງຊາດ ລາວ-ໄທ ແລະ ການຂົນສົ່ງລະຫວ່າງປະເທດ ເພື່ອສົ່ງເສີມດ້ານການຄ້າ-ການລົງທຶນ ແລະ ທ່ອງທ່ຽວ ກໍ່ຄືການນໍາໃຊ້ທີ່ຕັ້ງຍຸດທະສາດອັນສໍາຄັນຂອງສອງປະເທດ ຢູ່ອະນຸພາກພື້ນລຸ່ມແມ່ນໍ້າຂອງ ແລະ ອາຊີຕາເວັນອອກສ່ຽງໃຕ້ ໃນການເຊື່ອມໂຍງ-ເຊື່ອມຈອດພື້ນຖານໂຄງລ່າງ ຕາມແລວເສດຖິກິດຕາເວັນອອກ-ຕາເວັນຕົກ ຊຶ່ງຈະເປັນການອໍານວຍຄວາມສະດວກ ແລະ ສະໜັບສະໜູນການພັດທະນາການເຊື່ອມໂຍງການຂົນສົ່ງໃຫ້ໂລ່ງລ່ຽນ ລະຫວ່າງ ສອງປະເທດ ລາວ-ໄທ ກັບບັນດາປະເທດອະນຸພາກພື້ນ ໃຫ້ເກີດຜົນປະໂຫຍດສູງສຸດຮ່ວມກັນ.
ທີ່ມາ: ເສດຖະກິດການຄ້າ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...