spot_img
Homeຂ່າວການຮ່ວມມືກະຊວງປ້ອງກັນຄວາມສະຫງົບ ລາວ-ສສ ຫວຽດນາມ ສືບຕໍ່ຮ່ວມມືຫຼາຍດ້ານ ໃນປີ 2023

ກະຊວງປ້ອງກັນຄວາມສະຫງົບ ລາວ-ສສ ຫວຽດນາມ ສືບຕໍ່ຮ່ວມມືຫຼາຍດ້ານ ໃນປີ 2023

Published on

ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ພ້ອມດ້ວຍຄະນະນໍາຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໄດ້ເຄື່ອນໄຫວຢ້ຽມຢາມສັນທະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 25-27 ຕຸລາ 2022 ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ພົອ ໂຕ ເລິມ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມດ້ວຍຄະນະ.

ໃນຕອນບ່າຍຂອງວັນທີ 25 ຕຸລາ 2022 ຜ່ານມາ, ຢູ່ທີ່ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ, ຄະນະນຳທັງສອງກະຊວງ ກໍໄດ້ພົບປະກັນ ໂດຍພ້ອມກັນຕີລາຄາສະພາບການຂອງໂລກ ແລະ ພາກພື້ນທີ່ມີການຜັນແປໄປຢ່າງສະຫຼັບຊັບຊ້ອນ ມີທັງກາລະໂອກາດ ແລະ ສິ່ງທ້າທາຍຫຼາຍຢ່າງ ຕໍ່ລາວ ແລະ ຫວຽດນາມ; ແຕ່ດ້ວຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ, ສອງກໍາລັງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ ນັບມື້ແໜ້ນແຟ້ນ ກ້າວສູ່ລວງເລິກ ເຊິ່ງໄດ້ສະແດງອອກ ໃນການປະຕິບັດ ແຜນການຮ່ວມມືຊ່ວຍເຫຼືອກັນ ລະຫວ່າງສອງກະຊວງ ໃນປີ 2022 ຜ່ານມາ ແມ່ນມີປະສິດທິຜົນດີ ແລະ ມີໝາກຜົນຕົວຈິງໃນຫຼາຍດ້ານ, ເຊິ່ງສາມາດຮັບປະກັນ ສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ໃຫ້ແກ່ສອງ ປະເທດ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ປະຊາຊົນສອງຊາດ ມີໂອກາດໃນການສ້າງສາ ແລະ ພັດທະນາປະເທດຊາດຂອງຕົນ, ກຳລັງປ້ອງກັນຄວາມສະຫງົບ ນັບມື້ໄດ້ຮັບການປັບປຸງຢ່າງໜັັກແໜ້ນ ແລະ ມີແບບແຜນທັນສະໄໝເທື່ອລະກ້າວ.

ສໍາລັບທິດທາງແຜນການຮ່ວມມື ປະຈໍາປີ 2023 ທັງສອງກະຊວງເຫັນດີສືບຕໍ່ພົວພັນຮ່ວມມືກັນຕາມຂົງເຂດວຽກງານ ທີ່ໄດ້ພົວພັນຮ່ວມມືກັນຜ່ານມາ, ໂດຍສະເພາະແມ່ນການປະສານສົມທົບ, ສະຫນັບສະຫນູນຊ່ວຍເຫຼືອກັນເຊິ່ງກັນ ແລະ ກັນ ໃນການຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ການປ້ອງກັນຄວາມປອດໄພໃຫ້ແກ່ເຫດການທາງດ້ານການເມືອງ, ດ້ານການຕ່າງປະເທດທີ່ສໍາຄັນ, ເພີ່ມທະວີການປະສານສົມທົບກັນໃຫ້ແຫນ້ນແຟ້ນໃນການຕ້ານ ອາຊະຍາກໍາ ທີ່ເປັນອັນຕະລາຍຮ້າຍແຮງ ເຊັ່ນ: ອາຊະຍາກໍາຢາເສບຕິດ, ອາຊະຍາກໍາສວຍໃຊ້ເຕັກໂນໂລຊີທັນສະໄໝ, ການຟອກເງິນ, ການນຳໃຊ້ເງິນປອມ, ການຄ້າມະນຸດ, ອາຊະຍາກຳສິ່ງແວດລ້ອມ ແລະ ອື່ນໆ, ສືບຕໍ່ຮ່ວມມືປະສານສົມທົບກັນຢ່າງສະຫນິດແຫນ້ນ ເພື່ອຕອບຕ້ານການເຄື່ອນໄຫວຂອງພວກບໍ່ດີ, ອິດທິກໍາລັງປໍລະປັກໃສ່ຮ້າຍປ້າຍສີ, ແບ່ງແຍກຄວາມ ສາມັກຄີ ລະຫວ່າງສອງປະເທດ ລາວ-ຫວຽດນາມ ໂດຍສະເພາະ ແມ່ນຜ່ານລະບົບສື່ສັງຄົມອອນລາຍ, ສືບຕໍ່ຮ່ວມມືຊ່ວຍເຫຼືອ ທາງດ້ານອຸປະກອນເຕັກນິກທີ່ຈໍາເປັນ ເພື່ອຮັບໃຊ້ວຽກງານປ້ອງກັນຄວາມສະຫງົບຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ທັງປະກອບເຂົ້າໃນການກະກຽມປ້ອງກັນ ກອງປະຊຸມອາຊຽນໃນປີ 2024 ທີ່ໃກ້ຈະມາເຖິງ ເຊິ່ງ ສປປລາວ ຈະເປັນເຈົ້າພາບ; ສືບຕໍ່ຊຸກຍູ້ບັນດາໂຄງການທີ່ສອງກະຊວງກໍາລັງດໍາເນີນໃຫ້ສໍາເລັດ ຕາມຄາດຫມາຍ; ນໍາສະເຫນີລັດຖະບານ ເພື່ອຂໍການຊ່ວຍເຫຼືອສ້າງສູນບໍາບັດຜູ້ຕິດຢາເສບຕິດ ແລະ ຖານຂໍ້ມູນປະຊາກອນແຫ່ງຊາດ ໃຫ້ ສປປ ລາວ, ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດໂຄງການກໍ່ສ້າງຫ້ອງການປະສານງານຕ້ານອາຊະຍາກໍາຂ້າມຊາຍ ແດນ ຈໍານວນ 287 ຫຼັງ ແລະ ໂຄງການກໍ່ສ້າງວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ປະຊາຊົນລາວ ໃຫ້ສໍາເລັດ ແລະ ທັນຕໍ່ເປີດສົກຮຽນປີ 2023, ສືບຕໍ່ຮ່ວມມືດ້ານວຽກງານຮ່ວມມືກໍ່ສ້າງກໍາລັງ, ການແລກປ່ຽນຄະນະຜູ້ແທນ,ພັກຜ່ອນ-ຢ້ຽມຢາມ ແລະ ປິ່ນປົວສຸຂະພາບ.

ໂອກາດດັ່ງກ່າວ ກໍໄດ້ມີການລົງນາມແຜນການຈັດຕັ້ງປະຕິບັດສັນຍາຮ່ວມມືປະຈຳປີ 2023 ລະຫວ່າງສອງກະຊວງ ຕາງໜ້າກະຊວງ ປກສ ລາວ ໂດຍ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ແລະ ຕາງໜ້າກະຊວງ ປກສ ຫວຽດນາມ ໂດຍ ສະຫາຍ ພົອ ໂຕ ເລິມ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຫວຽດນາມ.

ທີ່ມາ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...