spot_img
Homeຂ່າວທົ່ວໄປມາເບິ່ງ 19 ມາດຕະຖານທີ່ຖືກຕ້ອງ

ມາເບິ່ງ 19 ມາດຕະຖານທີ່ຖືກຕ້ອງ

Published on

1. ຟາມລ້ຽງສັດຕ້ອງຕັ້ງຢູ່ສະຖານທີ່ໆ ເຫມາະສົມ, ບໍ່ມີນ້ໍາຖ້ວມຂັງ, ໄດ້ຮັບການເຫັນດີຈາກອົງການປົກຄອງແລະ ຂະແ ຫນງການທີ່ກ່ຽວຂ້ອງ; ຢູ່ຫ່າງໄກຈາກຊຸມຊົນ, ບໍ່ລົບກວນຕໍ່ສັງຄົມອ້ອມຂ້າງ, ບໍ່ມີຄວາມສ່ຽງຕໍ່ການປົນເປື້ອນຂາກສານເຄມີ ແລະ ຊີວະພາບ; ມີແຫຼ່ງນ້ໍາສະອາດ,ພຽງພໍ ແລະ ມີສະພາບແວດລ້ອມທີ່ ເຫມາະສົມ; ບໍ່ໃກ້ກັບໂຮງຂ້າສັດ ແລະ ບໍ່ຢູ່ເຂດກັນຊົນຂອງເຂດປອດພະຍາດປາກເປື່ອຍລົງເລັບ.
2. ພື້ນທີ່ ແລະ ການຈັດວາງຜັງຂອງຟາມ ຕ້ອງມີການຈັດວາງ ເຂດລ້ຽງສັດ ແລະ ເຂດກໍ່ສ້າງສິ່ງອໍານວຍຄວາມສະດວກຢ່າງຊັດເຈນ ແລະ ເຫມາະສົມ ກັບຂະຫນາດຂອງການລ້ຽງສັດ ເຊັ່ນ: ຄວນມີ ເຂດທົ່ງຫຍ້າ, ໂຮງເຮືອນ, ຄອກສັດ, ສາງເກັບຮັກສາ ອາຫານສັດ, ສິ່ງອໍານວຍຄວາສະດວກ ແລະ ມີລະບົບຈັດການກັບຂອງເສຍຢ່າງປອດໄພ ແລະ ພຽງພໍ, ມີຮົ້ວກັ້ນອ້ອມຮອບ ທີ່ ສາມາດຄວບຄຸມການເຂົ້າອອກ ຂອງຄົນ ແລະ ສັດຈາກພາຍນອກ ແລະ ຕ້ອງຈັດສັນພື້ນທີ່ໆເປັນທີ່ພັກອາໄສຂອງຄົນແຍກຕ່າງຫາກ.
3. ໂຮງເຮືອນຕ້ອງເຫມາະສົມກັບການລ້ຽງສັດໃຫຍ່ ແຕ່ລະປະເພດ ໂດຍຕ້ອງມີຄອກທີ່ຈັດແບ່ງໃຫ້ເປັນພື້ນທີ່ສໍາລັບການລ້ຽງສັດໃຫຍ່ແຕ່ລະຊ່ວງອາຍຸ ຫຼື ຂະຫນາດ; ໂຄງສ້າງໂຮງເຮືອນຕ້ອງເຮັດດ້ວຍວັດຖຸທີ່ທົນທານ, ງ່າຍຕໍ່ການທໍາຄວາມສະອາດ, ບໍາລຸງ ຮັກສາ ແລະ ມີການລະບາຍອາກາດທີ່ດີ; ຫຼັງຄາຄວນມີຄວາມສູງບໍ່ຫຼຸດ 3 ແມັດ, ມີຊ່ອງທາງສໍາລັບໄລ່ຕ້ອນສັດ, ບ່ອນໃຫ້ສັດຂື້ນລົງ, ຄອກແຄບ, ຄອກພໍ່ພັນ, ຄອກແມ່ລ້ຽງລູກ ຫຼື ຄອກທອມ ແຍກສ່ວນກັນຢ່າງຊັດເຈນ.
4. ພື້ນທີ່ໂຮງເຮືອນຄວນເປັນພື້ນຊີເມັນ, ລາດອຽງ, ບໍ່ມື່ນ ສາມາດທໍາຄວາມສະອາດ ແລະ ຂ້າເຊື້ອໄດ້ໂດຍສະດວກ, ມີລະບົບລະບາຍນ້ໍາທີ່ດີ.

5. ໂຮງເຮືອນສໍາລັບທອມສັດໃຫຍ່ອາດ ເປັນຄອກດ່ຽວ ຫຼື ຄອກລວມ ແລ້ວ ແບ່ງເປັນສັດສ່ວນຢ່າງເຫມາະສົມກັບລຸ້ນ, ຂະຫນາດແລະ ຈໍານວນສັດທີ່ລ້ຽງ.

6. ຮົ້ວຄອກຄວນມີ ຄວາມສູງ ຢ່າງຫນ້ອຍ 150 ຊຕມ. ຮາວຮອບນອກຂອງຄອກ ຄວນມີ ຮາວ 4 ຮາວ, ຮາວແບ່ງລອກພາຍໃນຄອກຄວນມີ 3 ຮາວ.

7. ບ່ອນໃຫ້ອາຫານສັດໃຫຍ່ ຕ້ອງເຮັດດ້ວຍວັດຖຸທີ່ສາມາດທໍາຄວາມສະອາດໄດ້ງ່າຍ ແລະ ຕ້ອງມີພຽງພໍກັບຈໍານວນສັດທີ່ລ້ຽງ; 8. ຮາງນ້ໍາ ຕ້ອງເຮັດດ້ວຍວັດຖຸທີ່ທໍາຄວາມສະອາດໄດ້ງ່າຍ, ຈັດວາງໄວ້ໃນຕໍາແຫນ່ງທີ່ເຫມາະສົມ ແລະ ທົ່ວເຖິງ.

9. ຟາມຕ້ອງມີສາງເກັບຮັກສາອາຫານ ແລະ ບ່ອນເກັບມ້ຽນ ວັດຖະອຸປະກອນຮັບໃຊ້ ທີ່ຮັບປະກັນຄວາມສະອາດ ແລະ ສາມາດ
ລະບາຍອາກາດໄດ້.

10. ອາຫານທີ່ໃຊ້ລ້ຽງຕ້ອງມີຄຸນນະພາບດີ, ຜ່ານການວິໄຈຄວາມປອດໄພ ແລະ ມາຈາກແຫຼ່ງທີ່ບໍ່ເກີດພະຍາດຮ້າຍແຮງລະບາດ; ບໍ່ປົນເປື້ອນດ້ວຍສານເຄມີທີ່ເປັນອັນຕະລາຍ ແລະ ບໍ່ປະສົມຮໍໂມນກະຕຸ້ນການຈະເລີນເຕີບໂຕ; ໃນກໍລະນີນໍາໃຊ້ອາຫານສັດປະ ສົມເອງຕ້ອງຄໍານຶງເຖິງຄວາມຕ້ອງການທາງດ້ານໂພຊະນາການຂອງສັດໃນແຕ່ລະຊວງອາຍຸ. ການຂົນສົ່ງອາຫານສັດຕ້ອງຮັບປະ
ກັນບໍ່ໃຫ້ຖືກຝົນ ແລະ ຕ້ອງມີການຈັດການບັນທຶກການນໍາໃຊ້ອາຫານຢ່າງເປັນລະບົບ.

11. ນ້ໍາທີ່ໃຊ້ລ້ຽງຕ້ອງສະອາດ, ປອດໄພ ແລະ ມີປະລິມານພຽງພໍກັບຄວາມຕ້ອງການຕະຫຼອດເວລາ, ແຫຼ່ງນ້ໍາຕ້ອງບໍ່ມີຄວາມສ່ຽງປົນເປື້ອນເຄມີ ແລະ ເຊື້ອພະຍາດທີ່ເປັນອັນຕະລາຍ

12. ການບໍລິຫານຄຸ້ມຄອງຟາມຕ້ອງມີຄູ່ມືການຈັດການຟາມ ທີ່ມີລາຍລະອຽດການປະຕິບັດງານຂອງຟາມ ເປັນຕົ້ນໂຄງຮ່າງການຈັດຕັ້ງ, ການຈັດການ ແລະ ການຄຸ້ມຄອງຝູງສັດ (ທະບຽນພິມສັດ), ອາຫານ ແລະ ນ້ໍາ, ການຮັກສາສຸຂະພາບສັດ, ສະຫວັດດີ ການສັດ,ສິ່ງແວດລ້ອມການບັນທຶກຂໍ້ມູນທີ່ກ່ຽວຂ້ອງທັງຫມົດຂອງຟາມລວມທັງການວາງແຜນການຜະລິດ ແລະ ການຕະຫຼາດ.

13. ບຸກຄະລາກອນ ທີ່ເຮັດວຽກຢູ່ຟາມຕ້ອງມີຈໍານວນ ແລະ ລະດັບວິຊາການທີ່ພຽງພໍ, ມີການຈັດແບ່ງຫນ້າທີ່ ແລະ ຄວາມຮັບຜິດຊອບຢ່າງຊັດເຈນ, ໄດ້ຮັບການຝຶກອົບຮົມ ມີສຸຂະພາບສົມບູນແຂງແຮງ, ໄດ້ຮັບການກວດສຸຂະພາບປະຈໍາປີ ແລະ ບໍ່ອະນຸຍາດໃຫ້ ຜູ້ທີ່ເປັນພະຍາດວັນນະໂລກ ຫຼື ພະຍາດຕິດຕໍ່ຮ້າຍແຮງເຂົ້າມາເຮັດວຽກຢູ່ຟາມ.

14. ດ້ານຄວາມສະອາດ ແລະ ຄວາມປອດໄພ ຕ້ອງປະຕິບັດມາດຕະການຄວາມປອດໄພທາງຊີວະພາບທີ່ດີ, ມີອ່າງຢາຂ້າເຊື້ອ ຢູ່ທາງເຂົ້າຟາມ,ໂຮງເຮືອນ ແລະ ຄອກສັດ, ອຸປະກອນ ຮັບໃຊ້ຕ້ອງຮັກສາຄວາມສະອາດ ມີການບໍາລຸງຮັກສາ, ເກັບກວດອາຈົມ, ລ້າງ ແລະ ຂ້າເຊື້ອດອກຢ່າງເປັນປົກກະຕິ ເພື່ອບໍ່ໃຫ້ເປີເປື້ອນຢູ່ພາຍໃນ ແລະ ອ້ອມຮອບຄອກສັດ.

15. ການຈັດການດ້ານສຸຂະພາບສັດ ໃຫ້ມີສັດຕະວະແພດ ຫຼື ຜູ້ໄດ້ຮັບການມອບຫມາຍເປັນຜູ້ດູແລ, ມີການກັກກັນ ແລະ ກວດກາສຸຂະພາບສັດກ່ອນຈະນໍາສັດເຂົ້າມາລ້ຽງໃນຟາມ, ມີແຜນການສັກຢາກັນພະຍາດ, ຂ້າແມ່ກາຝາກ ພາຍໃນ ແລະ ພາຍນອກຢ່າງເປັນລະບົບ, ພາຫະນະ ທີ່ນໍາໃຊ້ໃນຟາມຕ້ອງມີການທໍາຄວາມສະອາດ ແລະ ຂ້າເຊື້ອທັງກ່ອນ ແລະ ຫຼັງໃຊ້ງານ, ກ່ອນເຂົ້າ-ອອກຟາມ ຕ້ອງມີການບັນທຶກ; ຟາມ ຕ້ອງມີການເຝົ້າລະວັງພະຍາດປາກເປື່ອຍລົງເລັບ, ພະຍາດເຕົ້າໂຮມເລືອດງົວຄວາຍ ແລະ ພະຍາດອື່ນຕາມທີ່ລະບຸໄວ້ໃນຂໍ້ 1.3 ຂອງຄໍາ ແນະນໍາສະບັບນີ້ ແລະ ຕ້ອງໄດ້ຮັບການວິໄຈກວດສອບຫາພະຍາດສັດໃຫຍ່ສໍາຄັນ ໂດຍສະເພາະແມ່ນພະຍາດແທ້ງລູກຕິດຕໍ່ ແລະ ພະ
ຍາດວັນນະໂລກປີລະຄັ້ງ.

16. ຟາມຕ້ອງມີຄອກແຍກປ່ຽວກັກຂັງງົວເຈັບປ່ວຍເພື່ອປິ່ນປົວ, ມີມາດຕະການປ້ອງກັນສັດທີ່ເປັນພາຫະນໍາເຊື້ອພະຍາດເຂົ້າສູ່ຟາມ. ໃນກໍລະນີເກີດ ຫຼື ສົງໄສເກີດພະຍາດລະບາດ ຕ້ອງປະຕິບັດມາດຕະການ ທີ່ກໍານົດໄວ້ໃນມາດຕາ 29 ຂອງກົດຫມາຍວ່າດ້ວຍລ້ຽງສັດ ແລະ ການ ສັດຕະວະແພດ ສະບັບເລກທີ 08/ສພຊ ລົງວັນທີ່ 11 ພະຈິກ 2016.

17. ຟາມລ້ຽງສັດໃຫຍ່ ຕ້ອງມີການຈັດການດ້ານສິ່ງແວດລ້ອມ, ຕ້ອງປະຕິບັດຕາມຄູ່ມື ກ່ຽວກັບ ການທໍາລາຍຊາກສົບສັດ, ການ _ ບໍາບັດນ້ໍາເສຍ, ການກໍາຈັດຂີ້ເຫຍື້ອ ແລະ ອາຈົມສັດ ຢ່າງເຫມາະສົມ ແລະ ຖືກຫຼັກສຸຂານາໄມ.

18. ຟາມລ້ຽງສັດໃຫຍ່ ຕ້ອງມີການຈັດການດ້ານສະຫວັດດີການສັດທີ່ດີ, ໃຫ້ອາຫານຢ່າງພຽງພໍ, ມີການດູແລສັດເຈັບປ່ວຍ ຫຼື ພິ
ການ; ການບັງຄັບສັດ, ການບັນຈຸ, ການຂົນສົ່ງ ຕ້ອງເຮັດແບບບໍ່ທໍລະມານ. ຖ້າຈໍາເປັນຕ້ອງຂ້າສັດຕ້ອງປະຕິບັດແບບບໍ່ທາ ລຸນ; ຟາມຕ້ອງມີສະຖານທີ່ ສໍາລັບສັດກຽມຈໍາຫນ່າຍທີ່ຮັບປະກັນ ບໍ່ໃຫ້ສັດໄດ້ຮັບບາດເຈັບ ຫຼື ຕິດ
ພະຍາດ.

19. ຟາມຕ້ອງມີລະບົບບັນທຶກ ຂໍ້ມູນ ທີ່ສໍາຄັນຂອງການຟາມເຊັ່ນ: ມີລະບົບທະບຽນພິມສັດ (ການເຮັດກາຫມາຍໃສ່ໂຕສັດ, ໃສ່ເບີຫູ , ການເຮັດກາຫມາຍເອເລັກໂຕຣນິກ) ທີ່ບົ່ງບອກເຖິງຊະນິດ, ເລກລະຫັດ, ສາຍພັນ, ເພດ, ອາຍຸ, ປະຫວັດພໍ່-ແມ່ພັນ, ມື້ນໍາ ສັດເຂົ້າ-ມື້ນໍາສັດອອກ ລວມທັງແຫຼ່ງທີ່ມາ ແລະ ປະຫວັດ, ຈໍານວນ, ສະມັດຕະພາບການຜະລິດ, ການນໍາໃຊ້ອາຫານ, ປະ ຫວັດການສັກຢາກັນພະຍາດ, ການປິ່ນປົວ, ຜົນການກວດວິໄຈພະຍາດ, ການບັກທຶກດ້ານສິ່ງແວດລ້ອມ ແລະ ເຫດການເກີດ
ພະຍາດຢູ່ໃນຟາມ ໂດຍຕ້ອງມີລະບົບເກັບຮັກສາຂໍ້ມູນໄວ້ຢ່າງຫນ້ອຍ 3 ປີ ຫຼັງຈາກທີ່ນໍາສັດອອກຈໍາຫນ່າຍແລ້ວ.

ອ້າງອິງຈາກ ຂ່າວສານກະສິກຳ,ປ່າໄມ້ ແລະ ພັດທະນາ ຊົນນະບົດ

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...