Homeຂ່າວຕ່າງປະເທດນັດຢຸດງານເພື່ອປະທ້ວງທີ່ໂຮງກັ່ນນ້ຳມັນຈົນເຮັດໃຫ້ຝຣັ່ງຂາດແຄນນ້ຳມັນ

ນັດຢຸດງານເພື່ອປະທ້ວງທີ່ໂຮງກັ່ນນ້ຳມັນຈົນເຮັດໃຫ້ຝຣັ່ງຂາດແຄນນ້ຳມັນ

Published on

ສຳນັກຂ່າວຈາກຝຣັ່ງ ໄດ້ລາຍງານວ່າ: ສະຫະພາບແຮງງານທຸລະກິດນ້ຳມັນໃນຝຣັ່ງ ນັດຢຸດງານປະທ້ວງທີ່ໂຮງກັ່ນນ້ຳມັນຂະໜາດໃຫຍ່ 6 ແຫ່ງຈາກ 7 ແຫ່ງ ເຮັດໃຫ້ປະຊາຊົນຕົກຕື່ນແຫ່ກັນໄປເຕີມນ້ຳມັນເພາະຢ້ານຂາດແຄນນ້ຳມັນ.

ກະຊວງພະລັງງານຂອງຝຣັ່ງລະບຸວ່າ ຕອນນີ້ເລີ່ມຂາດແຄນນ້ຳມັນບາງປະເພດແລ້ວ ແລະ ບາງປ້ຳກໍບໍ່ສາມາດເປີດບໍລິການໄດ້ປົກກະຕິ ເນື່ອງຈາກບໍ່ມີການສົ່ງນ້ຳມັນທີ່ໂຮງກັ່ນ.

ເຫດການນີ້ເກີດຂຶ້ນເມື່ອຊາວຜູ້ອອກແຮງງານທົ່ວເອີຣົບຮຽກຮ້ອງໃຫ້ຂຶ້ນເງິນເດືອນ ເພື່ອຮັບມືກັບພາວະເງິນເຟີ້ສູງ ແລະ ວິກິດເສດຖະກິດ ໂດຍການປະທ້ວງນີ້ ເຮັດໃຫ້ຜົນຜະລິດໃນປະເທດຝຣັ່ງຫຼຸດລົງກວ່າ 60% ຈຶ່ງສ້າງຄວາມວິຕົກກັງວົນໄປທົ່ວປະເທດ.

ຈາກແຕ່ເດີມໄດ້ພັກວຽກເພື່ອປະທ້ວງແມ່ນ 3 ມື້ ແຕ່ອາດຈະໄດ້ຢືດໄປເຖິງ 1 ອາທິດ ການຮຽກຮ້ອງປັບເງິນເດືອນແຮງງານຂຶ້ນ 10% ໂດຍໃຫ້ເຫດຜົນວ່າ 7% ແມ່ນສຳລັບເງິນເຟີ້ ແລະ ອີກ 3% ແມ່ນການແບ່ງປັນຄວາມລ່ຳລວຍ ເນື່ອງຈາກບໍລິສັດນ້ຳມັນໄດ້ກຳໄລມະຫາສານໃນຊ່ວງທີ່ຜ່ານມາ.

ການປະທ້ວງຍັງດຳເນີນມາໄດ້ 13 ມື້ແລ້ວ ເຮັດໃຫ້ສົ່ງຜົນກະທົບຕໍ່ການເດີນທາງຂອງຜູ້ຂັບຂີ່ ຫຼາຍຄົນກໍ່ຕ້ອງໄດ້ຢຸດວຽກ ແລະ ກິດຈະກຳອື່ນໆ ເພາະບໍ່ມີນ້ຳມັນ.

 

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...