spot_img
Homeຂ່າວຕ່າງປະເທດຈີນສາມາດປ່ອຍຈະຫຼວດຂົນສົ່ງບັນທຸກດາວທຽມສຳຫຼວດດວງຕາເວັນ

ຈີນສາມາດປ່ອຍຈະຫຼວດຂົນສົ່ງບັນທຸກດາວທຽມສຳຫຼວດດວງຕາເວັນ

Published on

ຈີນປະສົບຜົນສຳເລັດໃນການປ່ອຍຈະຫຼວດຂົນສົ່ງບັນທຸກດາວທຽມສຳຫຼວດດວງຕາເວັນ ທີ່ມີຊື່ວ່າ “ກັວຟູ່-1” ຂຶ້ນສູ່ວົງໂຄຈອນ.

ໃນວັນທີ 9 ຕຸລາ 2022 ສະຖານີໂທລະທັດ  CCTV ທາງການຈີນ ລາຍງານວ່າ ຈີນປະສົບຜົນສຳເລັດໃນການປ່ອຍຈະຫຼວດຂົນສົ່ງລອງມາສ-2ດີ  (Long March-2D) ສູນດາວທຽມຈິ່ວສວຽນ ບໍລິເວນທະເລຊາຍໂກບີ ເຂດມົງໂກເລຍ ທາງຕາເວັນອອກສຽງເໜືອຂອງປະເທດ ໃນເວລາ 7:43 ໂມງ.

ໂດຍຈະຫຼວດລຳນີ້ ບັນທຸກດາວທຽມສຳຫຼວດດວງຕາເວັນ ທີ່ມີຊື່ວ່າ “ຫໍສັງເກດການດວງຕາເວັນໃນອາວະກາດຂັ້ນສູງ”  (Advanced Space-based Solar Observatory-ASO-S) ຫຼື “ກັວຟູ່-1” ຂຶ້ນສູ່ວົງໂຄຈອນ ເຊິ່ງເປີດເຜີຍວ່າພາລະກິດປ່ອຍດາວທຽມສູ່ວົງໂຄຈອນໃນຄັ້ງນີ້ປະສົບຜົນສຳເລັດໄປດ້ວຍດີ.

ດາວທຽມກັວຟູ່-1 ຈະຢູ່ວົງໂຄຈອນທີ່ຫ່າງຈາກໂລກ 720 ກິໂລແມັດ ຫັນໜ້າເຂົ້າສູ່ຕາເວັນແບບຖາວອນ ໂດຍຈະສັງເກດດວງຕາເວັນລະຫວ່າງປີ 2024- 2025 ຊ່ວງເວລາຕາມວັດຖະຈັກສຸລິຍະ ເມື່ອວົງຈອນຄວາມເຄື່ອນໄຫວຂອງການເກີດປາກົດການຕ່າງໆເທິງຕາເວັນ ເຊັ່ນ ລົມສຸລິຍະ  (Solar wind) ເປວສຸລິຍະ  (Solar flare) ຫຼື ການປົດປ່ອຍມວນໂຄໂລນໍ (Coronal Mass Ejection) ເພື່ອໃຫ້ເຂົ້າໃຈປາກົດການຕ່າງໆ ແລະ ຫຼຸດຜົນກະທົບຄວາມເສຍຫາຍຕໍ່ຄົນເຮົາ ອັນເກີດຈາກປາກົດການເທິງດວງຕາເວັນ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...