spot_img
Homeຂ່າວກິລາສະຫຼຸບການເຂົ້າແຂ່ງຂັນກິລາອາມີເກມ

ສະຫຼຸບການເຂົ້າແຂ່ງຂັນກິລາອາມີເກມ

Published on

ວັນ​ທີ 4 ຕຸລາ 2022 ຜ່ານມານີ້, ຢູ່​ທີ່​ສະໂມສອນ ກົມ​ຊ່າງ​ແສງ ກົມ​ໃຫຍ່​ເສນາທິ​ ການ​ກອງທັບທີມນັກກິລາເຫຼົ່າ ຮົບຊ່າງແສງ ໄດ້ສະຫຼຸບຖອດ ຖອນບົດຮຽນໃນການທີ່​ເຂົ້າ​ຮ່ວມ​ແຂ່ງຂັນ​ກິລາການ​ທະຫານ​ນາໆຊາດ​ທີ່ ສ ຣັດ​ເຊຍ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຕີ ພັນແສງ ບຸນ​ພັນ ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ມີ ສະຫາຍ ພົນ​ຈັດຕະວາ ວຽງ​ໄຊ ໄຊ​ສະໝອນ ຫົວໜ້າ​ກົມ​ຊ່າງ​ ແສງ, ບັນດາ​ຄະນະ​ຊີ້​ນຳ ແລະ ນັກ​ກິລາ​ເຂົ້າ​ຮ່ວມ.

ສະຫາຍ ພັນ​ເອກ ບຸນ​ທະວີ ໂພ​ໄຊ ຮອງ​ຫົວໜ້າ​ກົມ​ຊ່າງ​ແສງ, ຫົວໜ້າ​ຄະນະ​ຊີ້​ນຳ​ນັກ​ກິລາ​ກອງ ທັບ​ປະຊາຊົນ​ລາວ ໄດ້​ກ່າວ​ວ່າ: ການຈັດຕັ້ງ​ການ​ແຂ່ງຂັນ​ກິລາ​ການ​ທະຫານ​ສາກົນ ແມ່ນ​ກິລາ​ທາງ ດ້ານ​ການ​ທະຫານ​ປະຈຳ​ປີ ຂອງ ກະຊວງ​ປອ້ງ​ກັນ​ປະເທດ ສ ຣັດ​ເຊຍ ເປັນ​ເຫດການ​ທີ່​ໄດ້​ຈັດ​ຂື້ນ​ຄັ້ງ​ທຳ​ອິດ​ໃນ ປີ 2015 ເຊີ່ງ​ມີ 17 ປະເທດ​ເຂົ້າ​ຮ່ວມ ແລະ ມີ 6 ປະເທດ​ເຂົ້າ​ຮ່ວມ​ສັງເກດ​ການ. ການ​ແຂ່ງຂັນ​ກິລາການ​ທະຫານ​ສາກົນ​ນີ້ ແມ່ນ​ເພື່ອ​ສະ ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເຂັ້ມ ແຂງ, ຄວາມ​ສາມາດ​ໃນ​ການ​ນຳ​ໃຊ້ພາ​ຫະນະ, ອາວຸດ ຂອງ​ກອງ ທັບ​ແຕ່​ລະ​ປະເທດ.

ນອກຈາກ​ການ​ແຂ່ງຂັນ​ກິລາ​ການ​ທະຫານ​ສາກົນ​ແລ້ວ ຍັງ​ມີການ​ຈັດ​ວາງ ສະແດງ​ບັນດາ​ພາຫະນະ​ອາວຸດ ຍຸດ​ທະ​ພັນ​ລຸ້ນ​ເກົ່າ​ແກ່​ແຕ່​ສະໄໝ​ສົງຄາມ ແລະ ພາຫະນະ-ອາວຸດ ທີ່​ທັນ​ສະໄໝ ຂອງກອງທັບ ສະ ຫະພັນ​ຣັດ​ເຊຍ. ສະເພາະການ​ແຂ່ງຂັນ​ກິລາ​ການ​ທະຫານ ຂອງ​ເຫຼົ່າ​ຮົບ​ຊ່າງ​ແສງ ນັ້ນ ປະກອບ​ມີ​ 3 ປະເພດ ຄື: ຂ້າມຜ່ານແມ່ ນ້ຳ, ເສັ້ນທາງ​ທີ່​ປອດ​ໄພ ແລະ ຮູບ​ແບບ ເຕັກນິກ​ຊ່າງ​ແສງ ເຊິ່ງ​ມີ​ການນຳ​ໃຊ້​ພາຫະນະ ກົນ​ຈັກ ຂອງ​ເຫຼົ່າ​ຮົບ​ຊ່າງ​ແສງ ທີ່​ຮັບປະ ກັນ ໃຫ້​ແກ່​ການ​ສູ້​ຮົບໂດຍ​ການ​ເປັນ​ເຈົ້າພາບຂອງກອງທັບ ສະ ຫະພັນ ຣັດ​ເຊຍ ແລະ ເປັນ​ສ່ວນ ​ໜຶ່ງ ຂອງ​ການ​ແຂ່ງຂັນ​ກິລາ​ປະ ຈຳ​ປີ ຂອງ ກອງທັບ​ນາໆຊາດ.

ການ​ແຂ່ງຂັນກິລາ​ການ​ທະຫານ​ຊ່າງ​ແສງ ນີ້​ມັນ​ໄດ້​ເນັ້ນ​ໜັກ​ເຖິງ ຄວາມ​ຊຳນິ​ຊຳນານ ໃນ​ການ​ນຳ ​ໃຊ້​ບັນດາ​ພາຫະນະ-ອາວຸດ ຊ່າງ​ແສງ ເພື່ອ​ຮັບປະກັນໃຫ້ແກ່​ການ​ ສູ້​ຮົບປະສານ​ເຫຼົ່າລວມ​ທັງສະ ແດງ​ເຖິງ​ຄວາມ​ແຂງແຮງ, ຄວາມ​ວ່ອງໄວ, ຄວາມ​ອາດ​ສາ ມາດ​ໃນ​ການ ຜ່ານ​ບັນດາ​ສິ່ງ​ກີດ ຂວາງ​ຕ່າງໆ.

ທີ່ມາ: Lao National Radio

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...