Homeຂ່າວຕ່າງປະເທດຍີ່ປຸ່ນເຕືອນໄພປະຊາຊົນຫາບ່ອນລີ້ໄພຫຼັງຈາກເກົາຫຼີເໜືອຍິງລູກສອນໄຟຂ້າມຍີ່ປຸ່ນ

ຍີ່ປຸ່ນເຕືອນໄພປະຊາຊົນຫາບ່ອນລີ້ໄພຫຼັງຈາກເກົາຫຼີເໜືອຍິງລູກສອນໄຟຂ້າມຍີ່ປຸ່ນ

Published on

ຍີ່ປຸ່ນເຕືອນໄພປະຊາຊົນໃນຮອກໄກໂດ-ອາໂຣໂມຣິ ໃຫ້ຊອກຫາບ່ອນລີ້ໄພ ຫຼັງຈາກເກົາຫຼີເໜືອຍິງລູກສອນໄຟຂ້າມຍີ່ປຸ່ນ ກ່ອນທີ່ຈະຕົກລົງໄປໃນມະຫາສະໝຸດປາຊີຟິກ.

ວັນທີ 4 ຕຸລາ ສຳນັກຂ່າວທາງການຍີ່ປຸ່ນ Japan Times ໄດ້ລາຍງານວ່າ ເກົາຫຼີເໜືອທົບສອບຍິງລູກສອນໄຟຂ້າມຍີ່ປຸ່ນເປັນຄັ້ງທິດ ໃນຮອບ 5 ປີ ຫຼື ຕັ້ງແຕ່ປີ 2017 ສົ່ງຜົນໃຫ້ລັດຖະບານຍີ່ປຸ່ນປະກາດເຕືອນປະຊາຊົນໃນແຂວງຮອກໄກໂດ ແລະ ອາໂຣໂມຣິ ຫາບ່ອນລີ້ໄພ.

ສຳນັກງານນາຍົກລັດຖະມົນຕີໄດ້ກ່າວວ່າ ລູກສອນໄຟຢ່າງໜ້ອຍ 1 ລູກ ຍິງມາຈາກເກົາຫຼີເໜືອ ພ້ອມລະບຸວ່າ ການຍິງລູກສອນໄຟໃນຫຼາຍໆຄັ້ງນີ້ ຈະໄດ້ເອີ້ນປະຊຸມຄະນະມົນຕີຄວາມໝັ້ນຄົງແຫ່ງຊາດ ເພື່ອຫາລືກ່ຽວກັບສະຖານະການທີ່ເກີດຂຶ້ນ.

ນອກຈາກນີ້ ຍີ່ປຸ່ນຍັງສັ່ງໂຈະການໃຫ້ບໍລິການລົດໄຟໃນເຂດທາງພາກເໜືອຊົ່ວຄາວ ກ່ອນທີ່ຈະກັບມາໃຫ້ບໍລິການປົກກະຕິ ຫຼັງຈາກໄດ້ຮັບການຢືນຢັນວ່າລູກສອນໄຟຕົກລົງໃນມະຫາສະໝຸດແລ້ວ.

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...