spot_img
Homeຂ່າວຕ່າງປະເທດສາວລາວຖືກພໍ່ຄ້າເຂົ້າມັນໄກ່ຈາກໄທບັງຂັບຂົ່ມຂືນແລະຂົ່ມຂູ່

ສາວລາວຖືກພໍ່ຄ້າເຂົ້າມັນໄກ່ຈາກໄທບັງຂັບຂົ່ມຂືນແລະຂົ່ມຂູ່

Published on

ສາວລາວຖືກພໍ່ຄ້າເຂົ້າມັນໄກ່ຈາກໄທບັງຂັບຂົ່ມຂືນ ໄດ້ຍື່ນເລື່ອງຕໍ່ກະຊວງຍຸດຕິທຳ ເພື່ອຂໍຄວາມຊ່ວຍເຫຼືອຕິດຕາມຄະດີໃຫ້ໄດ້ຮັບຄວາມເປັນທຳ ແລະ ຮ້ອງຂໍຄ່າບັນເທົາຈາກກົມຄຸ້ມຄອງສິດທິ.

ຈາກກໍລະນີສາວລາວ ອາຍຸ 19 ປີ ແລະ ອ້າຍລາວເດີນທາງເຂົ້າຮ້ອງຂໍຄວາມຊ່ວຍເຫຼືອກັບເພຈ ສາຍໄໝຕ້ອງລອດ ຫຼັງຈາກທີ່ລາວໄດ້ຖືກນາຍຈ້າງທີ່ເປັນພໍ່ຄ້າເຂົ້າມັນໄກ່ ໃນປະເທດໄທ ຕົວະໃຫ້ໄປເຮັດວຽກ ແຕ່ວ່າໄປບ້ານຫຼັງໜຶ່ງເພື່ອລົງມືບີບຄໍ ແລ້ວຂົ່ມຂືນ ໃນວັນທີ 26 ກັນຍາທີ່ຜ່ານມາ.

ເຖິງຢ່າງໃດກໍຕາມ ຜູ້ກໍ່ຕັ້ງເພຈ ສາຍໄໝຕ້ອງລອດ ພ້ອມທີມງານໄດ້ລົງພື້ນທີ່ ພາຜູ້ເສຍຫາຍໄປຊີ້ຈຸດເກີດເຫດ ແລະ ພາເຂົ້າພົບເຈົ້າໜ້າທີ່ຕຳຫຼວດເພື່ອຕິດຕາມຄວາມຄືບໜ້າຂອງຄະດີດັ່ງກ່າວ ຫຼັງຈາກທີ່ເຄີຍໄດ້ແຈ້ງຄວາມຮ້ອງທຸກໄປແລ້ວ ແຕ່ຍັງບໍ່ມີຄວາມຄືບໜ້າ.

ນອກນັ້ນ ທາງຜູ້ຖືກກະທຳກໍຄື ສາວລາວເຮົາ ໄດ້ກ່າວວ່າ ຖືກຂົ່ມຂູ່ຈາກຜູ້ກໍ່ເຫດວ່າ “ເປັນຄົນລາວ ຕຳຫຼວດ ຫຼື ຂະບວນການຍຸດຕິທຳໃນໄທຈະບໍ່ຄຸ້ມຄອງ ເພາະເຈົ້າໂຕເປັນຄົນໄທ ຕຳຫຼວດກໍຈະຊ່ວຍກັນຢູ່ແລ້ວ”.

ທັ້ງນີ້ ໂຕຜູ້ກໍ່ເຫດກໍ່ໄດ້ມາຮັບຄຳສາລະພາບ ແລະ ມອບໂຕໃຫ້ກັບເຈົ້າໜ້າທີ່ຕຳຫຼວດແລ້ວ ໃນເບື້ອງຕົ້ນເຈົ້າໜ້າທີ່ກໍ່ໄດ້ທຳການສືບສວນສວບສວນ ແລະ ແຈ້ງຂໍ້ຫາການກະທຳຕໍ່ຜູ້ອື່ນ ໂດຍຕຳຫຼວດຝັ່ງໄທກໍ່ໄດ້ຂັດຄ້ານການປະກັນໂຕ ແລ້ວນຳໂຕສົ່ງຝາກຂັງຕໍ່ສານປະຈຳແຂວງເປັນທີ່ຮຽບຮ້ອຍ.

ແຫຼ່ງຂ່າວຈາກ ໄທລັດ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...