spot_img
Homeຂ່າວຕ່າງປະເທດກູບາເປີດໃຫ້ປະຊາຊົນລົງຄະແນນສຽງເລື່ອງການແຕ່ງງານຂອງເພດດຽວກັນ

ກູບາເປີດໃຫ້ປະຊາຊົນລົງຄະແນນສຽງເລື່ອງການແຕ່ງງານຂອງເພດດຽວກັນ

Published on

ລັດ​ຖະ​ບານ​ກູ​ບາ​ ແລະ​ ພາກສ່ວນຕ່າງໆພາຍໃນລັດ​ທັງ​ໝົດ ລວມ​ທັງ​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ ແລະ​ ສານ​ສູງ​ສຸດ ໄດ້ຕົກລັງເຫັນດີໃຫ້ມີການຈັດຕັ້ງລົງຄະແນນສຽງ ເຮັດໃຫ້ການແຕ່ງງານຂອງກຸ່ມຄົນເພດດຽວກັນຖືກຕ້ອງຕາມກົດໝາຍ.

ກູບາ ກຳລັງໃຊ້ຊຸດນິຕິບັນຍັດ ທີ່ເວົ້າເຖິງການແຕ່ງງານຂອງເພດດຽວກັນ ແລະ ການຖືພາແທນ ໄປ”ລົງປະຊາມະຕິ” ຫຼື “ລົງຄະແນນສຽງ” ໃນວັນອາທິດນີ້.

ທ່ານ Miguel Diaz-Canel ປະທານາທິບໍດີຂອງກູບາ ຮ່ວມກັບພັນລະຍາຂອງລາວ ທີ່ໄດ້ຮ່ວມລົງຄະແນນສຽງເຫັນດີໃນມາດຕະການດັ່ງກ່າວ ຈາກເມືອງຮາວານາ ເມືອງຫຼວງຂອງກູບາ.

ການຈັດຕັ້ງໄດ້ຮ່າງກົດໝາຍ 25 ສະບັບ, ການປະຊຸມໃນສາລາກາງຂອງບ້ານເກືອບ 80.000 ຄັ້ງ ແລະ ມີຂໍ້ແນະນະຈາກປະຊາຊົນ 300.000 ຂໍ້ ທັ້ງນີ້ກໍເພື່ອໃຫ້ປະຊາຊົນຫຼາຍລ້ານຄົນເຂົ້າຮ່ວມການລົງຄະແນນສຽງດັ່ງກ່າວ ໃຫ້ຫຼາຍກວ່າ 50% ເພື່ອໃຫ້ການຮ່າງກົດໝາຍນັ້ນກາຍເປັນກົດໝາຍຢ່າງຖືກຕ້ອງ.

ແຫຼ່ງຂ່າວຈາກ ຣອຍເຕີ 

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...