spot_img
Homeຂ່າວຕ່າງປະເທດຣັດເຊຍ-ຈີນ ຕົກລົງກັນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ຄວາມໝັ້ນຄົງທາງທະຫານ

ຣັດເຊຍ-ຈີນ ຕົກລົງກັນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ຄວາມໝັ້ນຄົງທາງທະຫານ

Published on

ສຳນັກຂ່າວ ອັລຈາຊີລາ ໄດ້ລາຍ​ງານ​ຈາກ​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ​ໃນ​ວັນ​ທີ 20 ກັນຍາ​ນີ້​ວ່າ: ທ່ານ​ ນິໂກຄໄລ ​ປາ​ຕູ​ເຊ​ຟ ປະທານ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດຂອງຣັດ​ເຊຍ ໄດ້ຖະ​ແຫຼງ​ການ​ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ປັກ​ກິ່ງ ໃນວັນຈັນທີ່ຜ່ານມາວ່າ​ ຈີນ ​ແລະ ຣັດ​ເຊຍ​ໄດ້​ບັນລຸ​ຂໍ້​ຕົກລົງ​ກັນ ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ຄວາມໝັ້ນຄົງ “ກ້າວ​ຂຶ້ນ​ອີກລະ​ດັບ​” ເພື່ອ​ຂະ​ຫຍາຍ​ຂອບ​ເຂດ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ແລະ​ ການ​ຮ່ວມ​ມື​ທີ່​ກ່ຽວ​ຂ້ອງ​ ໃນຖານະເປັນລັດຖະບານມອສໂກ ໃຫ້​ຄວາມ​ສຳຄັນ​ໂດຍ​ບໍ່​ມີ​ເງື່ອນ​ໄຂ ຕໍ່​ຈີນ​ໃນ​ການ​ຊຸກຍູ້​ນະ​ໂຍບາຍ​ການ​ຕ່າງປະ​ເທດ.

​ປາ​ຕູ​ເຊ​ຟ ເປັນໜຶ່ງ​ໃນ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ສຸດ​ຂອງ​ລັດຖະບານ​ມອສໂກ ແລະ ເປັນໜຶ່ງໃນ ບຸກຄົນພາຍໃນ ຂອງປະທານາທິບໍດີ ວະລາດິເມຍ ປູຕິນກ່າວຕໍ່ໄປວ່າ ສະພາບ​ການ​ທົ່ວ​ໂລກ​ໃນ​ປະຈຸ​ບັນ ຊີ້​ໃຫ້​ເຫັນ​ວ່າ​ມັນ​ມີ​ຄວາມ​ສໍາ​ຄັນ ​ແລະ ​ຈໍາ​ເປັນ​ທີ່ລັດຖະບານ​ປັກ​ກິ່ງ ​ແລະ ຣັດ​ເຊຍ ​ຕ້ອງ​ສະ​ແດງ​ຄວາມກຽມ​ພ້ອມ​ຂອງ​ຕົນ ໃນ​ການ​ສະໜັບ​ສະໜູນ​ເຊິ່ງ​ກັນ​ແລະ​ກັນ​ ແລະ​ ພັດ​ທະ​ນາ​ການ​ຮ່ວມ​ມື​ທີ່​ກ່ຽວ​ຂ້ອງ​.

ຜູ້ນຳຣັດ​ເຊຍ ​ແລະ​ ທ່ານ ​ສີ​ ຈິ້ນ​ຜິ​ງ ຜູ້ນຳປະເທດ​ຈີນ​ໄດ້​ພົບ​ປະຫາລື​ກັນ ນອກ​ກອງ​ປະຊຸມ​ອົງການ​ຮ່ວມ​ມື​ຊຽງ​ໄຮ້ (SCO) ຢູ່​ເມືອງ Samarkand ໃນອຸສເບກິສຖານ ໃນອາ​ທິດ​​ແລ້ວນີ້ ນັບເປັນຄັ້ງ​ທຳ​ອິດ​ທີ່​ຜູ້ນຳ​ສອງ​ປະ​ເທດ​ໄດ້​ພົບ​ປະ​ກັນ ນັບ​ແຕ່​ສົງຄາມ​ຢູ່​ຢູ​ແຄຣນ​ໄດ້​ເກີດ​ຂຶ້ນ ​ໃນ​ວັນ​ທີ 24 ກຸມພາ​ທີ່ຜ່ານມານີ້, ​ເຊິ່ງທ່ານ ປູຕິນ ​ໄດ້​ຍ້ອງຍໍວ່າ “ຮັກສາ​ທ່າ​ທີ​ທີ່​ສົມ​ດູນ” ຂອງຈີນ ຂະນະດຽວກັນ ຣັດເຊຍຮັບຮູ້ ແລະ ມີຄວາມເຂົ້າໃຈເປັນຢ່າງດີຕໍ່ “ຄວາມວິຕົກກັງວົນ ແລະ ຄວາມສົງໄສ” ຂອງລັດຖະບານປັກກິ່ງທີ່ມີຕໍ່ສົງຄາມ.

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...