spot_img
Homeຂ່າວທ້ອງຖິ່ນພິທີປະກາດຮັບຮອງ ເປັນເມືອງສຸຂານາໄມ ແລະ ເມືອງຢຸດຕິການຖ່າຍຊະຊາຍ

ພິທີປະກາດຮັບຮອງ ເປັນເມືອງສຸຂານາໄມ ແລະ ເມືອງຢຸດຕິການຖ່າຍຊະຊາຍ

Published on

ວັນທີ 19 ກັນຍາ 2022 ຢູ່ທີ່ສະໂມສອນເມືອງເຟືອງ ໄດ້ຈັດພິທີປະກາດຮັບຮອງ ເປັນເມືອງສຸຂານາໄມ ແລະ ເມືອງຢຸດຕິການຖ່າຍຊະຊາຍ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳເພັດ ຈັນສົມພູ ກຳມະການ ພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆເຟືອງ, ທ່ານ ດຣ ອິນປອນ ມະນີແສງ ກຳມະການພັກແຂວງ ຫົວໜ້າພະແນກ ສາທາລະນະສຸກ ແຂວງ, ມີ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ເລຂາພັກບ້ານ-ນາຍບ້ານ ພາກສ່ວນກ່ຽວຂ້ອງໄດ້ພ້ອມກັນເຂົ້າຮ່ວມ.

ທ່ານ ດຣ ທອງວັນ ພົງພັກດີ ເລຂາໜ່ວຍພັກ ຫົວໜ້າຫ້ອງການສາທາລະນະສຸກເມືອງເຟືອງ ໄດ້ລາຍງານການຈັດຕັ້ງປະຕິບັດການສ້າງເມືອງເຟືອງ ເປັນເມືອງຊຸມຊົນເປັນເຈົ້າການທາງດ້ານສຸຂາອານາໄມ ແລະ ສົ່ງເສີມການຊົມໃຊ້ວິດຖ່າຍ, ເມືອງເຟືອງມີ 43 ບ້ານ ມີຈຳນວນຄອບຄົວທັງໝົດ 9.029 ຄອບຄົວ, ມີ 7.529 ຫັລງຄາເຮືອນ, ມີພົນລະເມືອງທັງໝົດ 48.277 ຄົນ, ຍິງ 24.583 ຄົນ, ມີຄອບຄົວ ສຸຂານາໄມ 9.029 ຄອບຄົວ ກວມ 100%, ຄອບຄົວ ຊົມໃຊ້ວິດຖ່າຍ ມີ 9.029 ກວມ 100%, ອັດຕາເດັກລຸ່ມ 5 ປີ ມີນ້ຳຫນັກຕ່ຳກວ່າມາດຕະຖານ ບັນລຸໄດ້ 7,8%, ອັດຕາເດັກລຸ່ມ 5 ປີ ມີລວງສູງຕ່ຳກວ່າມາດຕະຖານ ບັນລຸໄດ້ 11.3%, ອັດຕາການເກີດມີແພດຊ່ວຍບັນລຸໄດ້ 78%, ອັດຕາການສັກຢາກັນພະຍາດເດັກລຸ່ມ 1 ປີ ບັນລຸໄດ້ 99%, ອັດຕາການຊົມໃຊ້ນ້ຳສະອາດບັນລຸໄດ້ 92%, ອັດຕາການຊົມໃຊ້ວິດຖ່າຍຄອບຄົວ ບັນລຸໄດ້ 100%, ການສ້າງບ້ານສຸຂານາໄມບັນລຸໄດ້ 43 ບ້ານ ກວມເອົາ 100%, ປະກັນປົກຄຸມສຸຂະພາບທຸກທົ່ວໜ້າ ກວມ 100%,​ ອາຍຸຢືນສະເລ່ຍຂອງປະຊາກອນ 65 ປີ ຈາກນັ້ນ ທ່ານ ອາດ ວິໄລພົນ ໄດ້ຜ່ານ ຂໍ້ຕົກລົງ ຂອງທ່ານເຈົ້າແຂວງວຽງຈັນ ສະບັບເລກທີ 332/ຈຂ ວຈ ລົງວັນທີ 1 ເມສາ 2022 ວ່າດ້ວຍ ການຮັບຮອງເອົາເມືອງເຟືອງເປັນເມືອງຊຸມຊົນ ເປັນເຈົ້າການສຸຂານາໄມ ເມືອງຢຸດຕິການຖ່າຍຊະຊາຍ.

ທ່ານ ດຣ ອິນປອນ ມະນີແສງ ຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ໃຫ້ກຽດມອບໃບຢັ້ງຢືນທາງດ້ານສຸຂານາໄມ ໃຫ້ແກ່ເມືອງເຟືອງ ແລະ ໃຫ້ກຽດຮັບໂດຍທ່ານ ຄຳເພັດ ຈັນສົມພູ ເຈົ້າເມືອງໆເຟືອງ, ພ້ອມດຽວກັນນັ້ນ ເລຂາພັກບ້ານ-ນາຍບ້ານ ຈຳນວນ 5 ບ້ານໄດ້ຕາງໜ້າໃຫ້ຈຳນວນ 43 ບ້ານທົ່ວເມືອງຂຶ້ນຮັບໃບຢັ້ງຢືນທາງດ້ານສຸຂານາໄມ ເປັນກຽດມອບໃບຢັ້ງຢືນຄັ້ງນີ້ ໂດຍແມ່ນ ທ່ານ ຄຳເພັດ ຈັນສົມພູ ເຈົ້າເມືອງໆເຟືອງ.

ຕອນທ້າຍຂອງພິທີ ທ່ານ ອິນປອນ ມະນີແສງ ຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ມີຄຳເຫັນໂອ້ລົມກ່ອນອື່ນ ເພີ່ນໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ອົງການປົກຄອງເມືອງທຸກຂັ້ນທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານ ການສ້າງເມືອງສຸຂານາໄມ ແລະ ສົ່ງເສີມການຊົມໃຊ້ວິດຖ່າຍໄດ້ສຳເລັດຕາມແຜນການ, ເພີ່ນໄດ້ເໜັ້ນໃຫ້ພາກສ່ວນກ່ຽວຂ້ອງຂອງເມືອງເອົາໃຈໃສ່ຕໍ່ກັບບັນຫາສຸຂະພາບຂອງເດັກ ແລະ ພໍ່,ແມ່ ປະຊາຊົນ ເປັນບັນຫາສຳຄັນຕໍ່ກັບການພັດທະນາເສດຖະກິດ-ສັງຄົມຂອງເມືອງ ເພື່ອແນ່ໃສ່ເຮັດໃຫ້ສຸຂະພາບຂອງເດັກ ແລະ ພໍ່,ແມ່ ປະຊາຊົນ ຫ່າງຈາກພະຍາດໂລຄາຕ່າງໆທີ່ຈະເກີດຂຶ້ນ, ເພື່ອເປັນສິລິມຸງຄຸນໃນການປະກາດເມືອງສຸຂານາໄມ ໃນຄັ້ງນີ້ ທ່ານ ຫົວໜ້າພະແນກ ສາທາລະນະສຸກແຂວງ, ທ່ານ ເຈົ້າເມືອງໆເຟືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງໄດ້ຮ່ວມກັນ ຕັດແຂບຜ້າ ແລະ ລັ່ນຄ້ອງ 9 ບາດອີກດ້ວຍ.
ຂ່າວ:ເມືອງເຟືອງ.

ບົດຄວາມຫຼ້າສຸດ

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...