spot_img
Homeຂ່າວພາຍ​ໃນບໍລິສັດ Boten Frontier Services Limited ຊີ້ແຈງກ່ຽວກັບການເກັບຄ່າຈອດລົດເດີ່ນໜ້າສະຖານນີລົດໄຟນະຄອນຫຼວງວຽງຈັນ

ບໍລິສັດ Boten Frontier Services Limited ຊີ້ແຈງກ່ຽວກັບການເກັບຄ່າຈອດລົດເດີ່ນໜ້າສະຖານນີລົດໄຟນະຄອນຫຼວງວຽງຈັນ

Published on

ວັນທີ 16 ກັນຍາ, ບໍລິສັດ Boten Frontier Services Limited ຜູ້ຮັບຜິດຊອບການບໍລິຫານຄຸ້ມຄອງການຈອດລົດຢູ່ໜ້າສະຖານີນະຄອນຫຼວງວຽງຈັນ ຊີ້ແຈງກ່ຽວກັບການບໍລິການຄຸ້ມຄອງການຈອດລົດໜ້າສະຖານີນະຄອນຫຼວງຈັນ ແລະ ມາດຕະການປັບປຸງແກ້ໄຂການເກັບຄ່າຈອດລົດ ແລະ ການບໍລິການຕ່າງໆ, ຊຶ່ງມີລາຍລະອຽດດັ່ງນີ້:

ກ່ອນອື່ນໝົດ, ບໍລິສັດພວກຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງບັນດາທ່ານທີ່ໃຫ້ຄວາມສົນໃຈຕໍ່ການບໍລິຫານງານຂອງເດີ່ນໜ້າສະຖານນີນະຄອນຫຼວງວຽງຈັນ. ພວກຂ້າພະເຈົ້າບໍລິສັດ ສ່ຽນຝົງ ການບໍລິການ ບໍ່ເຕ່ນ ຈຳກັດ ເປັນຜູ້ຮັບຜິດຊອບການບໍລິຫານຄຸ້ມຄອງການຈອດລົດຢູ່ໜ້າສະຖານີນະຄອນຫຼວງວຽງຈັນ ນັບແຕ່ວັນທີ 12 ກັນຍາ 2022 ເຊິ່ງເປັນມື້ເລີ່ມທົດລອງການບໍລິການຄຸ້ມຄອງການຈອດລົດໜ້າສະຖານນີເປັນຕົ້ນມາ.

I. ສຳລັບມາດຕະຖານການເກັບຄ່າຈອດລົດ.

ມາດຕະຖານການເກັບຄ່າຈອດລົດຕາມເດີ່ນໜ້າສະຖານນີນະຄອນຫຼວງ ແມ່ນໄດ້ຜ່ານການປຶກສາຫາລື ແລະ ຕົກລົງເປັນເອກະພາບກັນຈາກພາກລັດຄຸ້ມຄອງທີ່ກ່ຽວຂ້ອງ, ໂດຍປະຕິບັດຕາມມາດຕະຖານການເກັບຄ່າຈອດລົດ ທຽບເທົ່າກັບມາດຕະຖານຈອດລົດທົ່ວໄປທີ່ປະຕິບັດນຳໃຊ້ໃນນະຄອນຫຼວງວຽງຈັນ, ທາງບໍລິສັດພວກຂ້າພະເຈົ້າໄດ້ອອກແຈ້ງການໃນວັນທີ 9 ກັນຍາ 2022 ແລະ ເລີ່ມທົດລອງບໍລິຫານໃນວັນທີ 12 ກັນຍາ 2022.

II. ສຳລັບມາດຕະການແກ້ໄຂບັນຫາການບໍລິການທີ່ພົບເຫັນໃນປະຈຸບັນ.

ບັນດາທ່ານຜູ້ໂດຍສານເພື່ອນມິດໄດ້ໃຫ້ກຽດປະກອບຄຳຄິດເຫັນຢ່າງເປີດໃຈກ່ຽວກັບມາດຕະຖານການເກັບຄ່າຈອດລົດພາຫະນະທຸກຊະນິດ ແລະ ການບໍລິການຂອງພວກຂ້າພະເຈົ້າ. ພວກຂ້າພະເຈົ້າໃນນາມຝ່າຍບໍລິຫານງານໄດ້ຮັບຝັງ ແລະ ກໍໄດ້ສຶກສາຄົ້ນຄວ້າບັນດາຄຳຄິດຄຳເຫັນຈາກສັງຄົມ ເພື່ອປັບປຸງມາດຕະຖານການເກັບຄ່າຈອດລົດ ແລະ ການບໍລິການໃຫ້ຖຶກຕ້ອງຕາມຄວາມເໝາະສົມ ລາຍລະອຽດຄືດັ່ງຕໍ່ໄປນີ້:

  1. ຈັດສັນເລນຈອດລົດຊົ່ວຄາວ ສະເພາະລົດທີ່ມາຈອດຮັບ-ສົ່ງຄົນແລ້ວອອກໄປ ປະຈຸບັນຈະບໍ່ທັນເກັບເງິນເທື່ອ;
  2. ສຶກສາຄົ້ນຄວ້າຄືນມາດຕະຖານເກັບຄ່າຈອດລົດແບບຄ້າງຄືນ ແລະ ຈະອອກແຈ້ງການຕ່າງຫາກ;
  3. ຈັດສັນບ່ອນຈອດລົດຈັກໂດຍສະ ເພາະ ແລະ ຄຸ້ມຄອງຮັກສາແບບແຍກກັນ;
  4. ຈະຕິດຕັ້ງລະບົບອຸປະກອນຄິດໄລ່ຄ່າຈອດລົດແບບອັດຕະໂນມັດເພື່ອຍົກສູງປະສິດທິພາບການສັນຈອນຂອງພາຫະນະ;
  5. ເພີ່ມພະນັກງານຮັກສາຄວາມສະອາດ, ພະນັກງານເກັບເງິນ ແລະ ພະນັກງານຄຸ້ມຄອງຮັກສາ ເພື່ອຍົກສູງຄຸນນະພາບການບໍລິການ.

ທ້າຍນີ້, ບໍລິສັດພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈມາຍັງເພື່ອນມິດ ແລະສື່ສັງຄົມຕ່າງໆທີ່ໄດ້ໃຫ້ການສະໜັບສະໜູນຕໍ່ບໍລິສັດຂ້າພະເຈົ້າ ກໍຄືການບໍລິຫານເດີ່ນໜ້າສະຖານນີນະຄອນຫຼວງວຽງຈັນ, ພວກຂ້າພະເຈົ້າຈະສືບຕໍ່ຍົກສູງຄຸນນະພາບການບໍລິການ ແລະ ປະສິດທິພາບການບໍລິຫານງານເດີ່ນໜ້າສະຖານນີນະຄອນຫຼວງໃຫ້ດີຂຶ້ນ, ຮັບປະກັນຂໍ້ມູນຂ່າວສານທີ່ໂປ່ງໃສ ເພື່ອສະໜອງການບໍລິການທີ່ມີມາດ ຕະຖານສູງ ແລະ ຍິນດີຮັບຟັງຄວາມຄິດເຫັນຈາກບັນດາທ່ານດ້ວຍຄວາມຈິງໃຈ.

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...