spot_img
Homeຂ່າວຕ່າງປະເທດຢູເຄຣນພົບຂຸມສົບ ຫຼາຍກວ່າ 440 ສົບ ໃນເມືອງອິຊູມ

ຢູເຄຣນພົບຂຸມສົບ ຫຼາຍກວ່າ 440 ສົບ ໃນເມືອງອິຊູມ

Published on

ເຈົ້າໜ້າທີ່ຂອງຢູເຄຣນພົບຂຸມສົບທີ່ຝັງຮ່າງຜູ້ເສຍຊີວິດ ຫຼາຍເຖິງ 440 ສົບ ໃນເມືອງອິຊູມ ທີ່ຢູເຄຣນສາມາດຍຶດຄືນໄດ້ຈາກຣັດເຊຍໃນບໍ່ເທົ່າໃດມື້ກ່ອນໜ້ານີ້ ແລະ ຄາດວ່າຜູ້ຄົນເຫຼົ່ານີ້ໄດ້ເສຍຊີວິດຈາກການ ຖືກລູກປືນໃຫຍ່ຍິງໂຈມຕີ ແລະ ການໂຈມຕີທາງອາກາດ.

ກະຊວງປ້ອງກັນປະເທດຢູເຄຣນ ໄດ້ລາຍງານວ່າ ພົບຂຸມສົບ ເຊິ່ງມີຂະໜາດໃຫຍ່ທີ່ສຸດໃນເມືອງອິຊູມ ພາຍຫຼັງການຍຶດຄືນຈາກຣັດເຊຍ ໂດຍພົບການຝັງຮ່າງຜູ້ເສຍຊີວິດ ທີ່ບໍ່ມີການລະບຸຊື່ໄວ້ ປະມານ 440 ສົບ.

ຫົວໜ້າຕຳຫຼວດສືບສວນ ຂອງເຂດພື້ນທີ່ຄາຄີຟໃນຢູເຄຣນ ກ່າວກັບສະຖານີໂທລະທັດສະກາຍນິວ ຂອງອັງກິດວ່າ ຜູ້ເສຍຊີວິດບາງສ່ວນ ຕາຍຍ້ອນເພາະຖືກລູກປືນໃຫຍ່ຍິງໂຈມຕີ ແລະ ບາງສ່ວນກໍ່ຕາຍຈາກການຖືກໂຈມຕີທາງອາກາດ ຂະນະທີ່ ທ່ານ ເຊເລນສະກີ ປະທານາທິບໍດີຢູເຄຣນ ຫາກໍໄດ້ລົງໄປກວດກາ-ຢ້ຽມຢາມ ເມືອງອິຊູມໃນວັນພຸດທີ່ຜ່ານມານີ້.

ຫຼາຍຮ້ອຍຄົນທີ່ເສຍຊີວິດໃນລະຫວ່າງການຍຶດຄອງຂອງຣັດເຊຍ ໄດ້ຖືກຝັງໄວ້ບ່ອນນີ້ ໂດຍມີການລະບຸໄວ້​ຢູ່​ເທິງ​ໄມ້​ກາງ​ແຂນ​ເທິງ​ຂຸມ​ຝັງ​ສົບ ແທນການຂຽນຊື່ ຊາວ​ເມືອງອິຊູມຢືນຢັນ​ວ່າ ສົບ​ຂອງ​ຜູ້​ເສຍ​ຊີວິດທີ່​ໄດ້​ຖືກ​ຝັງ​ໄວ້​ໃນ​ປ່າ ຈະຖືກນຳໄປກວດ DNA ເພື່ອລະບຸຕົວຕົນ.

ແນວໃດກໍ່ຕາມ ຍັງບໍ່ສາມາດກວດສອບຂໍ້ກ່າວຫາຂອງຢູເຄຣນໄດ້ ສ່ວນຣັດ​ເຊຍ​ກໍຍັງ​ບໍ່​ທັນ​ໃຫ້​ຄວາມ​ເຫັນ​ກ່ຽວ​ກັບ​ການ​ກ່າວ​ຫາ​ດັ່ງ​ກ່າວ ທາງດ້ານນັກ​ຂ່າວຂອງ AP ​ໄດ້​ເດີນ​ທາງ​ໄປທີ່​ຂຸມ​ຝັງ​ສົບ​ໃຫຍ່​ໃນ​ປ່າ​ໃນ​ວັນ​ພະ​ຫັດ​ວານນີ້ ພົບ​ແຜ່ນ​ຈາລຶກ​ທີ່ສະ​ແດງ​ໃຫ້​ເຫັນ​ວ່າ ທະຫານ​ຢູເຄຣນ 17 ຄົນ​ໄດ້​ຖືກ​ຝັງຢູ່ ​ໃນ​ຂະນະ​ທີ່​ອ້ອມ​ຮອບ​ຂຸມ​ຝັງ​ສົບຈຳນວນຫຼາຍທີ່ມີ​ແຕ່​ໄມ້​ກາງ​ແຂນ.

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...