spot_img
Homeຂ່າວຕ່າງປະເທດຕຳຫຼວດເກົາຫຼີໃຕ້ບຸກຈັບແມ່ຂ້າລູກຍັດກະເປົາໃນນິວຊີແລນ

ຕຳຫຼວດເກົາຫຼີໃຕ້ບຸກຈັບແມ່ຂ້າລູກຍັດກະເປົາໃນນິວຊີແລນ

Published on

ຕຳຫຼວດເກົາຫຼີໃຕ້ຈັບກຸມຜູ້ກໍ່ເຫດ ທີ່ເປັນຜູ້ຂ້າເດັກນ້ອຍ 2 ຄົນ ແລະ ຍັດໃສ່ກະເປົາເດີນທາງໃນນິວຊີແລນ.

ສຳນັກງານຕຳຫຼວດແຫ່ງຊາດຂອງເກົາຫຼີໃຕ້ ເປີດເຜີຍວ່າ ສາມາດຈັບກຸມຜູ້ຕ້ອງຫາທີ່ອະພາດເມັ້ນ ໃນເມືອງອຸລຊານ ປະເທດເກົາຫຼີໃຕ້ ຈາກການຕິດຕາມທີ່ຢູ່ ແລະ ຫຼັກຖານຈາກກ້ອງວົງຈອນປິດ ແລະ ຕຳຫຼວດປະເທດນິວຊີແລນກ່າວຫາວ່າ ລາວແມ່ນຜູ້ກໍ່ເຫດຂ້າລູກຕົນເອງ 2 ຄົນ ດ້ວຍອາຍຸ 7 ປີ ແລະ 10 ປີ ໃນປີ 2018 ໃນເມືອງ ໂອກແລນ ປະເທດນິວຊີແລນ ຈາກນັ້ນຈຶ່ງລົບໜີໄປເກົາຫຼີໃຕ້ຫຼັງກໍ່ເຫດ ແລະ ພະຍາຍາມລີ້ການຈັບກຸມມາຕະຫຼອດ.

ຕຳຫຼວດເກົາຫຼີໃຕ້ ແລະ ຕຳຫຼວດນິວຊີແລນ ເຊື່ອວ່າ ຜູ້ຍິງຄົນນີ້ເປັນແມ່ຂອງເດັກທັງ 2 ຄົນ ແລະ ເກົາຫຼີໃຕ້ກຳລັງສົ່ງມອບຜູ້ຕ້ອງຫາໃຫ້ສຳນັກງານໄອຍະການ ເພື່ອກຽມສົ່ງຜູ້ກ່ຽວນັ້ນຂ້າມແດນ.

ຈາກການລາຍງານສາມາດຮູ້ໄດ້ວ່າ ຜູ້ກ່ຽວເປັນຄົນສັນຊາດນິວຊີແລນ ທີ່ເກີດໃນເກົາຫຼີໃຕ້ ອາຍຸ 42 ປີ ໂດຍການຄົ້ນພົບຮ່າງທີ່ເສຍຊີວິດຂອງເດັກທັງ 2 ເກີດຈາກຄອບຄົວໜຶ່ງໃນນິວຊີແລນ ຊື້ສິນຄ້າຂະໜາດໃຫຍ່ຈາກການປະມູນສິນຄ້າເກົ່າ ໃກ້ເມືອງໂອກແລນ ແລະ ໄດ້ກະເປົາທາງເດີນຂະໜາດໃຫຍ່ 2 ອັນ ທີ່ບັນຈຸຮ່າງທີ່ເສຍຊີວິດຂອງເດັກນ້ອຍ 2 ຄົນ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...