spot_img
Homeຂ່າວພາຍ​ໃນຄົນຮ້າຍໃຊ້ອາວຸດປືນຍິງເຈົ້າໜ້າທີ່ເສຍຊີວິດ 1 ສະຫາຍ

ຄົນຮ້າຍໃຊ້ອາວຸດປືນຍິງເຈົ້າໜ້າທີ່ເສຍຊີວິດ 1 ສະຫາຍ

Published on

ໃນຄັ້ງວັນທີ 14 ກັນຍາ 2022, ເປົ້າໝາຍຢາເສບຕິດໃຊ້ປືນແກັບຍິງເຈົ້າໜ້າທີ່ຕຳຫຼວດເສຍຊີວິດ 1 ສະຫາຍໃນຂະນະທີ່ອອກກວດກາພິສູດແຫຼ່ງຂ່າວຕາມຫຼັກວິຊາສະເພາະທີ່ໄດ້ຮັບແຈ້ງຈາກພົນລະເມືອງດີ, ເຊິ່ງເຫດການດັ່ງກ່າວ ເກີດຂຶ້ນທີ່ບ້ານນາຄາ ເມືງຊຳເຫນືອ ແຂວງຫົວພັນ.

ເຈົ້າຫນ້າທີ່ ປກສ ເມືອງຊຳເຫນືອ ໃຫ້ຂໍ້ມູນວ່າ : ໃນວັນທີ 12 ກັນຍາ 2022 ກອງບັນຊາການ ປກສ ເມືອງຊຳເໜືອ ໄດ້ແຕ່ງຕັ້ງກຳລັງວິຊາສະເພາະ ເພື່ອແກ້ໄຂບັນຫາຢາເສບຕິດ ແລະ ສະພາບການອື່ນໆ ທີ່ກ່ຽວພັນເຖິງຄວາມບໍ່ສະຫງົບ ທາງດ້ານການເມືອງ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ.

ຕົກມາຮອດເວລາ 4:00 ເຊົ້າຂອງວັນທີ 14 ກັນຍາ 2022 ພົນລະເມືອງດີລາຍງານ ວ່າມີບຸກຄົນ ມີການເຄື່ອນໄຫວກ່ຽວກັບບັນຫາຢາເສບຕິດ ແລະ ມີອາວຸດລ່າເນື້ອໄວ້ໃນຄອບຄອງ ເມື່ອທີມງານເດີນທາງໄປໃກ້ຊິຮອດຄຸ້ມພູປຽດປະມານ 900 ແມັດ, ໄດ້ເຫັນຊາຍຄົນໜຶ່ງບໍ່ຮູ້ຊື່ ຖືອາວຸດລ່າເນື້ອປະເພດປືນແກັບ ຍ່າງປົນກັບນັກຮຽນກຳລັງຍ່າງໄປເຂົ້າໂຮງຮຽນ. ຈາກນັ້ນເຈົ້າໜ້າທີ່ ປກສ ກຸ່ມບ້ານ ໄດ້ສະແດງໂຕ ຈະກວດກາຊາຍທີ່ຖືອາວຸດລ່າເນື້ອນັ້ນ ພໍຍ່າງໄປຮອດຫ່າງຈາກຊາຍຄົນນັ້ນປະມານ 3 ແມັດ, ຊາຍຄົນດັ່ງກ່າວໄດ້ໃຊ້ປືນແກັບທີ່ຜູ້ກ່ຽວຖືຢູ່ຍິງໃສ່ ຮອ ຊອມ ສີສົມທອງ ໄດ້ຮັບບາດເຈັບສາຫັດ. ຫຼັງຈາກນັ້ນ, ເຈົ້າໜ້າທີ່ໄດ້ເອົາຕົວເຈົ້າໜ້າທີ່ ທີ່ຖືກຍິງສົ່ງໂຮງໝໍແຂວງຫົວພັນ ແລະ ຜູ້ກ່ຽວໄດ້ເສຍຊີວິດໃນເວລາຕໍ່ມາ.

ປັດຈຸບັນ ກອງບັນຊາການ ປກສ ແຂວງຫົວພັນໄດ້ແຕ່ງຕັ້ງອົງການວິຊາສະເພາະລົງກວດກາລົງສະຖານທີ່ເກີດເຫດລົງເກັບກຳຂໍ້ມູນ ສືບສວນ – ສອບສວນຊອກຄົ້ນຫາຜູ້ກະທໍາຜິດມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ຂ່າວ: ໜັງສືພິມຄວາມສະຫງົບ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...