spot_img
Homeຂ່າວພາຍ​ໃນຍີ່ປຸ່ນຊ່ວຍເຫຼືອເລື່ອງອາຫານທ່ຽງຂອງເດັກນັກຮຽນຊັ້ນປະຖົມໃນ ສປປ ລາວ

ຍີ່ປຸ່ນຊ່ວຍເຫຼືອເລື່ອງອາຫານທ່ຽງຂອງເດັກນັກຮຽນຊັ້ນປະຖົມໃນ ສປປ ລາວ

Published on

ນະຄອນຫຼວງວຽງຈັນ – ທ່ານ ເຄນິຊິ ໂກບາຍາຊິ ເອກອັກຄະລັດຖະທູດຍີ່ປຸ່ນ ໄດ້ມອບຕູ້ຄອນເທນເນີປາກະປ໋ອງຈໍານວນ 32 ຕູ້ໃຫ້ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ ກ່າວຮັບໂດຍທ່ານ ຮສ. ດຣ. ພຸດ ສິມມາລາວົງ ທີ່ສາງອົງການອາຫານໂລກ (WFP) ທີ່ນະຄອນຫຼວງວຽງຈັນ. ນັກຮຽນ 132,450 ຄົນ ໃນ 1,423 ໂຮງຮຽນປະຖົມ ໃນທົ່ວປະເທດຈະໄດ້ ຮັບປະທານອາຫານທ່ຽງ ເພື່ອສຸຂະພາບທີ່ປະກອບໄປດ້ວຍ ປາທູ ແລະ ປາຊາດີນ ຂອງຍີ່ປຸ່ນ ທີ່ບັນຈຸຢູ່ໃນກະປ໋ອງ.

ຍີ່ປຸ່ນບໍ່ພຽງແຕ່ໃຫ້ການສະໜັບສະໜູນອາຫານໃນໂຮງຮຽນເທົ່ານັ້, ແຕ່ຍັງໄດ້ຊ່ວຍເຫຼືອຊຸມຊົນໃຫ້ຟື້ນຕົວຈາກໄພພິບັດເຊັ່ນ: ໄພພິບັດນໍ້າຖ້ວມດ້ວຍການບໍລິຈາກເຂົ້າສານ, ພ້ອມທັງສ້າງຄວາມອາດສາມາດໃນການປັບຕົວຕໍ່ກັບການປ່ຽນແປງທາງທຳມະຊາດໃນໄລຍະຍາວໂດຍຜ່ານການສ້າງທະນາຄານເຂົ້າຊຸມຊົນ ແລະ ພື້ນຖານໂຄງລ່າງອື່ນໆ.

ປາກະປ໋ອງ ຈຳນວນ 402 ໂຕນ ທີ່ໄດ້ຮັບບໍລິຈາກເມື່ອບໍ່ດົນມານີ້ ແມ່ນມີມູນຄ່າປະມານ 3,6 ລ້ານດອລລາສະຫະລັດເຊິ່ງຈະ​ຊ່ວຍ​ໃຫ້​ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ເພີ່ມ​ທະວີ​ການດຳເນີນວຽກງານ​ອາຫານ​ໃນ​ໂຮງຮຽນ​ແຫ່ງ​ຊາດ​ຢູ່ 31 ​ເມືອງ ​ແລະ 8 ​ແຂວງ ​ໂດຍເປັນການຊ່ວຍ​ເພີ່ມ​ງົບປະມານ​ເຂົ້າ​ງົບປະມານ​ຂອງ​ລັດຖະບານ​ສຳລັບ​ວຽກງານນີ້. ໂຄງການອາຫານທ່ຽງໃນໂຮງຮຽນໄດ້ຖືກນໍາສະເໜີຢ່າງເປັນທາງການໃນປີ 2010, ນັບຕັ້ງແຕ່ນັ້ນມາໄດ້ວຽກງານດັ່ງກ່າວໄດ້ຂະຫຍາຍຕົວ ແລະ ພັດທະນາ, ໂດຍໄດ້ຮັບການສະຫນັບສະຫນູນຈາກບັນດາອົງການຊ່ວຍເຫຼືອສາກົນຈໍານວນຫຼາຍເຊັ່ນ: ທະນາຄານໂລກ, ອົງການບັນເທົາທຸກຂອງກາໂຕລິກ ແລະ ອົງການອາຫານໂລກ.

ປະຈຸບັນ ງົບປະມານທີ່ໄດ້ຈາກການຊ່ວຍເຫຼືອຂອງຍີ່ປຸ່ນ ແມ່ນໄດ້ນຳໃຊ້ເຂົ້າໃນການຮັບປະກັນຄວາມຍືນຍົງຂອງໂຄງການ ໂດຍສະໜອງການຝຶກອົບຮົມໃຫ້ແກ່ພະນັກງານລັດຢູ່ທຸກຂັ້ນ, ເຊັ່ນດຽວກັບຊຸມຊົນທ້ອງຖິ່ນເພື່ອຈັດຕັ້ງປະຕິບັດ, ຕິດຕາມໂຄງການໃຫ້ປະສົບຜົນສຳເລັດ ແລະ ເປັນການປະກອບສ່ວນດ້ານແຮງງານ ແລະ ພືດຜົນທາງການກະເສດຂອງຊຸມຊົນ.

“ທ່ານ ຮສ. ດຣ. ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະກິລາ ກ່າວວ່າ: ອາຫານໃນໂຮງຮຽນຊ່ວຍເພີ່ມອັດຕາການເຂົ້າໂຮງຮຽນ ແລະ ຊ່ວຍໃຫ້ລູກຂອງພວກເຮົາຢູ່ໃນໂຮງຮຽນໄດ້ດົນຂຶ້ນ. ການລົງທຶນໃນດ້ານໂພຊະນາການ, ສຸຂະພາບ ແລະ ການສຶກສາຂອງເດັກນ້ອຍ ແມ່ນເປັນການຊ່ວຍໃຫ້ພວກເຂົາກາຍເປັນຜູ້ໃຫຍ່ທີ່ມີຄຸນນະພາບ ແລະ ໃນຂະນະດຽວກັນກໍ່ເປັນການຊ່ວຍທຳລາຍວົງຈອນຂອງການຂາດສານອາຫານອີກດ້ວຍ. ປັດຈຸບັນນີ້ ຄອບຄົວ ແລະຊຸມຊົນເລີ່ມເຫັນຜົນປະໂຫຍດຂອງອາຫານເພື່ອສຸຂະພາບຜ່ານວຽກງານອາຫານໃນໂຮງຮຽນຫຼາຍຂຶ້ນ,  ເຊິ່ງເປັນນິມິດໝາຍທີ່ດີ ເພາະມັນຈະເປັນການຊ່ວຍຫຼຸດຜ່ອນຄວາມທຸກຍາກໃນໄລຍະຍາວ”

ທ່ານ ເຄນິຊິ ໂກບາຍາຊິ  ​ເອກ​ອັກຄະ​ລັດຖະທູດ​ຍີ່ປຸ່ນ​ປະຈຳ ສປປ ລາວ ກ່າວວ່າ: ຄວາມໝັ້ນຄົງດ້ານສະບຽງອາຫານແມ່ນມີຄວາມສຳຄັນຢ່າງຕໍ່ເນື່ອງໃນ ສປປ ລາວ. ການປັບປຸງໂພຊະນາການໂດຍສະເພາະເດັກນ້ອຍແມ່ນມີຄວາມສຳຄັນໃນລັກສະນະທີ່ຊ່ວຍຮັບປະກັນສຸຂະພາບຂອງຄົນລຸ້ນໃໝ່ ແລະ ການເຂົ້າເຖິງການສຶກສາຂັ້ນພື້ນຖານ, ເຊິ່ງເປັນບົດບາດທີ່ສຳຄັນໃນການເສີມສ້າງ ແລະ ພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ. ຍີ່ປຸ່ນ ​ໃນ​ຖານະທີ່​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດກັບ ສປປ ລາວ, ຈະ​ສືບ​ຕໍ່​ໃຫ້ການ​ສະໜັບສະໜູນ ສປປ ລາວ ​ໃນ​ຂົງ​ເຂດ​ທີ່​ກ່ຽວຂ້ອງ​ເຊັ່ນ: ການ​ຊ່ວຍ​ເຫລືອ​ດ້ານ​ສະບຽງ​ອາຫານ, ດ້ານກະສິກຳ ​ແລະ ການ​ສຶກສາ, ​ໂດຍ​ການ​ຮ່ວມ​ມື​ກັບ​ອົງການ​ສາກົນ​ຕ່າງໆເຊັ່ນ: ​ໂຄງການ​ອາຫານ​ໂລກເປັນຕົ້ນ.

ພິທີມອບ-ຮັບຄັ້ງນີ້ ໄດ້ມີການເປັນສັກຂີພິຍານຂອງຄະນະຜູ້ແທນລັດຖະບານຈາກປະເທດຍີ່ປຸ່ນ ທີ່ເດີນທາງມາຢ້ຽມຢາມ ສປປ ລາວ ໂດຍ ທ່ານ ມາຊາຮີໂຣ່ ໂກມູຣະ, ອະດີດຮອງລັດຖະມົນຕີກະຊວງການເງິນ ແລະ ສະມາຊິກສະຫະພັນລັດຖະສະພາ. ຄະນະຜູ້ແທນໄດ້ມີໂອກາດລົງໄປຢ້ຽມຢາມວຽກງານອາຫານໃນໂຮງຮຽນ ແລະ ກິດຈະກຳອື່ນໆທີ່ກ່ຽວຂ້ອງຢູ່ແຂວງສາລະວັນ, ເພື່ອເປັນສັກຂີພິຍານວ່າ ໂຮງຮຽນສາມາດກາຍເປັນສູນກາງຂອງການພັດທະນາຊຸມຊົນໄດ້ແນວໃດ ຜ່ານການຊ່ວຍເຫຼືອ ແລະ ຈັດຕັ້ງປະຕິບັດວຽກງານອາຫານໃນໂຮງຮຽນ ແລະ ພື້ນຖານໂຄງລ່າງອື່ນໆ.

ທ່ານ ຢານ ເດວບາເຣີ, ຜູ້ອໍານວຍການ ແລະ ຜູ້ຕາງຫນ້າຂອງ ອົງການອາຫານໂລກ ປະຈໍາສປປລາວ ກ່າວວ່າ “ພວກເຮົາກໍ່ຄືອົງການອາຫານໂລກໄດ້ອຸທິດ ແລະ ພະຍາຍາມສຸດຄວາມສາມາດໃນການພັດທະນາໂຮງຮຽນໃນທົ່ວ ສປປ ລາວ ເພື່ອປັບປຸງສຸຂະພາບ ແລະ ເສີມສ້າງດ້ານໂພຊະນາການຂອງເດັກນ້ອຍ. ນອກຈາກອັດຕາການເຂົ້າຮຽນເພີ່ມຂຶ້ນ, ການເຂົ້າຮຽນ ແລະ ຜົນການຮຽນທີ່ດີຂຶ້ນຂອງເດັກນ້ອຍ, ພວກເຮົາຍັງເຊື່ອໃນຜົນປະໂຫຍດຂອງວຽກງານອາຫານໃນໂຮງຮຽນທີ່ຈະເປັນທ່າແຮງໜຶ່ງຂອງຊຸມຊົນທີ່ຈະ ຊ່ວຍເຫຼືອພວກເຂົາອອກຈາກຄວາມທຸກຍາກໂດຍການສ້າງໂອກາດ ແລະ ລາຍຮັບໃຫ້ແກ່ຊຸມຊົນ. ດ້ວຍ​ການ​ສະໜັບສະໜູນ​ຈາກ​ລັດຖະບານ​ຍີ່ປຸ່ນ ​ແລະ ການ​ຮ່ວມ​ມື​ທີ່​ມີ​ມາ​ແຕ່​ດົນ​ນານ​ກັບ​ກະຊວງ​ສຶກສາ​ທິການ ​ແລະ ກິລາ, ຂ້າພະເຈົ້າເຊື່ອວ່າພວກ​ເຮົາ​ຈະສາມາດ​ບັນລຸເປົ້າໝາຍເທື່ອລະບາດກ້າວໄປພ້ອມໆກັນ ​”

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...