spot_img
Homeຂ່າວຕ່າງປະເທດເອີຣົບສະເໜີແຜນຈຳກັດລາຄາກາສທຳມະຊາດຂອງຣັດເຊຍ

ເອີຣົບສະເໜີແຜນຈຳກັດລາຄາກາສທຳມະຊາດຂອງຣັດເຊຍ

Published on

ຄະນະກຳມະທິການເອີຣົບ ສະເໜີແຜນຈຳກັດລາຄາກາສທຳມະຊາດຂອງຣັດເຊຍ ເພື່ອຫຼຸດງົບປະມານໃນການເຮັດສົງຄາມຂອງມອສໂກ ທັ້ງນີ້ກໍ່ບໍ່ສົນຣັດເຊຍທີ່ວ່າ ຈະຢຸດການສົ່ງພະລັງງານທັງໝົດໃຫ້ເອີຣົບ.

ສຳນັກຂ່າວ ຣອຍເຕີ ລາຍງານວ່າ ໃນວັນພຸດ ທີ 7 ກັນຍາ 2022 ທີ່ຜ່ານມາ ຄະນະກຳມະທິການເອີຣົບ (EC) ສະເໜິແຜນຈຳກັດລາຄາກາສທຳມະຊາດຂອງຣັດເຊຍ ໂດຍທາງປະທານ EC ໄດ້ກ່າວວ່າ ສະຫະພາບເອີຣົບຕ້ອງຕັດລາຍໄດ້ຂອງຣັດເຊຍທີ່ ປູຕິນ ໃຊ້ເພື່ອສະໜັບສະໜູນການເຮັດສົງຄາມໃນຢູເຄຣນ.

ທັ້ງນີ້ ບັນດາປະເທດໃນເອີຣົບ ກ່າວຫາຣັດເຊຍວ່າ ກຳລັງໃຊ້ການສົ່ງອອກາສເປັນອາວຸດ ເພື່ອຕອບໂຕ້ການຂວ້ຳບາດຂອງບັນດາປະເທດຕະເວັນຕົກ ໂດຍລັດຖະບານຣັດເຊຍໄດ້ປະຕິເສດ, ແຕ່ໃນອາທິດແລ້ວນີ້ ຣັດເຊຍປະກາດປິດທໍ່ສົ່ງກາສ ນອດ ສະຕຣີມ 1 ທີ່ປ່ອຍກາສທຳມະຊາດຜ່ານເຢຍລະມັນ ຢ່າງບໍ່ມີກຳນົດ ແລະ ກ່າວໂທດວ່າ ເປັນເພາະການຂວ້ຳບາດ.

ການຕໍ່ສູ້ດ້ານພະລັງງານ ເຮັດໃຫ້ສະຫະພາບເອີຣົບ ຕັດສິນໃຈຫຼຸດການອາໄສກາສ ແລະ ນ້ຳມັນຈາກ ຣັດເຊຍ ໂດຍໃນວັນສຸກ ທີ 9 ກັນຍາ ບັນດາລັດຖະມົນຕີກະຊວງພະລັງງານຂອງສະຫະພາບເອີຣົບ ຈະປະຊຸມກັນ ເພື່ອຫາວິທີປົກປ້ອງຜູ້ບໍລິໂພກ ແລະ ທຸລະກິດ ຈາກຄ່າໄຟທີ່ພວກເຂົາກຳລັງຈະປະເຊີນໃນລະດູໜາວນີ້.

ທາງເອີຣົບກ່າວວ່າ ມີກາສທຳມະຊາດເກັບໄວ້ແລ້ວ 82% ຈາກຄວາມຕ້ອງການທັງໝົດ ນອກຈາກນັ້ນຍັງຫຼຸດການນຳເຂົ້າກາສທຳມະຊາດຈາກ 40% ເຫຼືອແຕ່ 9% ແລ້ວ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...