spot_img
Homeຂ່າວພາຍ​ໃນໂຮງກັ່ນນ້ຳມັນເຊື້ອໄຟຂອງບໍລິສັດ ເປໂຕຼລາວ ມີກໍາລັງການຜະລິດ 1 ລ້ານໂຕນ/ປີ

ໂຮງກັ່ນນ້ຳມັນເຊື້ອໄຟຂອງບໍລິສັດ ເປໂຕຼລາວ ມີກໍາລັງການຜະລິດ 1 ລ້ານໂຕນ/ປີ

Published on

ໂຮງກັ່ນນ້ຳມັນເຊື້ອໄຟ ແລະ ເຄມີພັນຂອງບໍລິສັດ ເປໂຕຼລາວ ຈໍາກັດ ໃນໄລຍະ 1 ມີກໍາລັງການຜະລິດ 1 ລ້ານໂຕນ/ປີ, ຫາກສ້າງສໍາເລັດທັງ 3 ໄລຍະຕາມເcຜນການ ຈະມີກໍາລັງການຜະລິດທັງຫມົດ 3 ລ້ານໂຕນ/ປີ ຊຶ່ງຈໍານວນຕົວເລກການຜະລິດ ດັ່ງກ່າວນີ້ ແມ່ນໄດ້ລາຍງານໃນໂອກາດການຢ້ຽມຢາມໂຮງກັ່ນນໍ້າມັນຂອງທ່ານ ດາວວົງ ພອນເເກ້ວ ລັດຖະມົນຕີກະຊວງພະລັງງານ ເເລະ ບໍ່ເເຮ່ ເມື່ອບໍ່ດົນມານີ້.

ທ່ານ WANG DENG TAO ຮອງຜູ້ອໍານວຍການ ບໍລິສັດ ເປໂຕຼລາວ ຈໍາກັດ ໄດ້ລາຍງານໃຫ້ຮູ້ວ່າ: ໂຮງກັ່ນນ້ຳມັນເຊື້ອໄຟ ແລະ ເຄມີພ້ນຂອງບໍລິສັດ ເປໂຕລາວ ຈໍາກັດ ໄດ້ດໍາເນີນການກໍ່ສ້າງ ເເລະ ເເບ່ງການດໍາເນີນງານອອກເປັນ 3 ໄລຍະ ຊຶ່ງປະຈຸບັນ ສໍາເລັດການກໍ່ສາ້ງໂລຍະທີ່ 1 ທີ່ມີກໍາລັງການຜະລິດ 1 ລ້ານໂຕນ/ປີ, ບົນພື້ນຖານນີ້ ທີ່ສາມາດພັດທະນາໂຄງການໄລຍະທີ 2 ແລະ ໂຄງການໄລຍະທີ 3 ຈະໃຊ້ເວລາໃນການພັດທະນາ ທັງ 3 ໂລຍະຕາມແຜນປະມານ 10 ປີ.

ປະຈຸບັນ, ໂຮງກັ່ນນໍ້າມັນ ໄບໂຕລາວ ຈໍາກັດ ຍັງບໍ່ທັນຈໍາຫນ່າຍນໍ້າມັນທີ່ຜະລິດເເລ້ວອອກສູ່ສັງຄົມໃຫ້ໄດ້ຊົມໃຊ້ໄດ້ເທື່ອ ເພາະວ່າໂຄງສ້າງລາຄາຈໍາຫນ່າຍນໍ້າມັນ ສະເພາະຂອງບໍລິສັດຍັງບໍ່ທັນໄດ້ສໍາເລັດ ແລະ ຖືກຮັບຮອງຈາກລັດຖະບານ.

ທ່ານ WANG DENG TAO ໃຫ້ຮູ້ອີກວ່າ: ບໍລິສັດ ເປໂຕຼລາວ ຈໍາກັດ ໄດ້ຖືກສ້າງຕັ້ງຂຶ້ນໃນເດືອນກັນຍາ ປີ 2014 ຊຶ່ງເປັນບໍລິສັດຮ່ວມທຶນລະຫວ່າງ ກຸ່ມບໍລິສັດກໍ່ສ້າງ ແລະ ລົງທຶນແຂວງຢຸນນານ (YCIH) ສປ ຈີນ, ບໍລິສັດລັດວິສາຫະກິດນໍ້າມັນເຊື້ອໄຟລາວ (LSFC) ເເລະ ວິສາຫະກິດຂອງຝ່າຍຈີນ ມີຊື່ຫຍໍ້ວ່າ ບໍລິສັດ ເປໂຕຼລາວ ຈໍາກັດ ເພື່ອດໍາເນີນກິດຈະການເປັນໂຮງກັ່ນນໍ້າມັນເຊື້ອໄຟ ແລະ ເຄມີພັນ ທີ່ຕັ້ງຢູ່ໃນເຂດເສດຖະກິດພິເສດກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ, ໂດຍມີທຶນຈົດທະບຽນ 36.960.000 ໂດລາ, ມີຄວາມສາມາດກັ່ນນໍ້າມັນໄດ້ 3 ລ້ານໂຕນ/ປີ.

ໃນໂອກາດນີ້, ທ່ານ ລັດຖະມົນຕີ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຄວາມເອົາໃຈໃສ່ຈັດຕັ້ງປະຕິບັດccຜນການດໍາເນີນກິດຈະການຂອງບໍລິສັດ ສໍາເລັດຕາມແຜນການທີ່ວາງໄວ້ ໂດຍສະເພາະແມ່ນການກໍ່ສ້າງພື້ນ ຖານໂຄງລ່າງ, ໂຮງງານ, ການຕິດຕັ້ງອຸປະກອນ ແລະ ເຄື່ອງຈັກການຜະລິດໄລຍະທີ 1 ສໍາເລັດ ໂດຍພື້ນຖານ ຊຶ່ງເປັນໂຮງງານກັ່ນນໍ້າມັນccຫ່ງທີ່ 2 ຂອງ ສປປ ລາວ ທີ່ໄດ້ຮັບອະນຸຍາດຈາກ ລັດຖະບານລາວ ເພື່ອດໍາເນີນທຸລະກິດກໍ່ນນໍ້າມັນດິບໃຫ້ເປັນນໍ້າມັນ ສໍາເລັດຮູບ.

ຂໍ້ມຸນຈາກ ສູນຂ່າວສານລະລັງງານ ເເລະ ບໍ່ເເຮ່

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...