Homeຂ່າວວັກຊີນປ້ອງກັນໂຄວິດ-19ວັກ​ຊິນປ້ອງ​ກັນ​ໂຄ​ວິດ-19 ​ແບບ​ສູບເຂົ້າປອດ

ວັກ​ຊິນປ້ອງ​ກັນ​ໂຄ​ວິດ-19 ​ແບບ​ສູບເຂົ້າປອດ

Published on

ອີງຕາມ​ຂ່າວ​ຈາກ​ ຮົງ​ກົງ ໃນວັນ​ທີ 4 ​ກັນຍາ​ນີ້, ຄັງ​ຊິ​ໂນ ​ໄບ​ໂອ​ໂລ​ຈິກ​ສ (CanSino Biologics) ບໍລິສັດ ຜະລິດ​ ວັກ​ຊິນ​ ຂອງ​ຈີນ​ແຈ້ງວ່າ: ໜ່ວຍ​ງານ ​ຄວບ​ຄຸມ​ ດ້ານ​ການ​ຢາ ຂອງ​ຈີນ ​ໄດ້​ອະນຸມັດ​ໃຫ້​ວັກ​ຊິນ ປ້ອງ​ກັນ​ໂຄ​ວິດ-19 ​ແບບ​ສູບເຂົ້າປອດ ຂອງ​ບໍລິສັດ ​ເປັນ​ກໍລະນີ​ ສຸກ​ເສີນ​ແລ້ວ ກາຍ​ເປັນ​ຊະນິດ​ທຳ​ອິດຂອງ​ໂລກ ​ໂດຍ​ໃຊ້​ວັກ​ຊິນ ​ເຂັມ​ກະ​ຕຸ້ນ ການ​ອະນຸມັດ​ນີ້ ຈະ​ມີ​ຜົນ​ທາງ​ບວກ ​ຕໍ່​ຜົນ​ການ ​ດຳ​ເນີນ​ງານ​ ຂອງ​ບໍລິສັດຫາກ​ໜ່ວຍ​ງານລັດຖະບານ ທີ່​ກ່ຽວຂ້ອງ ຈັດ​ຊື້ ​ແລະ ນຳ​ໄປ​ໃຊ້ ​ໃນ​ການ​ຮັບ​ມື​ກັບ​ ການລະບາດ ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໃນ​ຕໍ່ໜ້າ.

ປັດຈຸບັນ ​ເມືອງ​ເຊີງ​ຕູ ທາງ​ຕາ​ເວັນ​ຕົກ​ ສ່ຽງ​ໃຕ້ ​ໄດ້​ໃຊ້​ ມາດ​ຕະການ ​ປິດ​ເມືອງ ​ໃນ​ຈຳນວນ ​ປະ​ຊາກ​ອນ ປະມານ 21ລ້ານ​ຄົນ ຫລັງ​ຈາກ ຈີນ ກວດ​ພົບ​ຜູ້​ຕິດ​ເຊື້ອ​ລາຍ​ໃໜ່ 1.848 ຄົນ.

ທີ່ມາ: ຂປລ

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...