Homeຂ່າວຕ່າງປະເທດແຜ່ນດິນໄຫວ 6,8 ຣິກເຕີ ທີ່ມົນທົນເສສວນປະເທດຈີນເຮັດໃຫ້ຄົນເສຍຊີວິດແລ້ວ 46 ຄົນ

ແຜ່ນດິນໄຫວ 6,8 ຣິກເຕີ ທີ່ມົນທົນເສສວນປະເທດຈີນເຮັດໃຫ້ຄົນເສຍຊີວິດແລ້ວ 46 ຄົນ

Published on

ເກີດເຫດແຜ່ນດິນໄຫວຢ່າງຮຸນແຮງ ຂະໜາດ 6,8 ຣິກເຕີ ສະເທືອນທົ່ວມົນທົນເສສວນຂອງຈີນ ເປັນແຜ່ນດິນໄຫວທີ່ຮຸນແຮງສຸດໃນຮອບ 5 ປີ ສະເທືອນໄປໄກ ຈົນເຮັດໃຫ້ມີຄົນເສຍຊີວິດແລ້ວ ຢ່າງໜ້ອຍ 46 ຄົນ.

ສຳນັກຂ່າວຊິນຫົວ ໄດ້ລາຍງານວ່າ: ໃນວັນທີ 5 ກັນຍາ 2022 ເກີດແຮງສັ່ນສະເທືອນຂອງແຜ່ນດິນໄຫວໄດ້ເກີດຂຶ້ນໃນຊ່ວງຕອນສວຍ ເວລາປະມານ 12:52 ໂມງ ຕາມເວລາທ້ອງຖິ່ນ ໂດຍການວັດແຮງສັ່ນສະເທືອນຢູ່ທີ່ 6,8 ຣິກເຕີ ສູນກາງແຜ່ນດິນໄຫວຢູ່ເມືອງຫຼູ່ຕິ່ງ (Luding) ເຊິ່ງເປັນເມືອງແຖບພູຜາ ເຮັດໃຫ້ຖະໜົນຫຼາຍສາຍ ແລະ ບ້ານເຮືອນປະຊາຊົນໄດ້ຮັບຄວາມເສຍຫາຍຈາກແຜ່ນດິນໄຫວຈຳນວນຫຼາຍ.

ໃນເບື້ອງຕົ້ນ ເຈົ້າໜ້າທີ່ທາງການຂອງຈີນລະບຸວ່າ ຈາກການແຜ່ນດິນໄຫວ ມີຄົນເສຍຊີວິດແລ້ວ 46 ຄົນ ຂະນະທີ່ຜູ້ໄດ້ຮັບບາດເຈັບມີຈຳນວນຫຼາຍກວ່າ 30​ ຄົນ.

ແຜ່ນດິນໄຫວເທື່ອນີ້ນັບເປັນແຜ່ນດິນໄຫວທີ່ແຮງທີ່ສຸດນັບຕັ້ງແຕ່ ປີ 2008 ໂດຍວັດແທກໄດ້ 8 ຣິກເຕີ ແລະ ເຮັດໃຫ້ມີຄົນເສຍຊີວິດເກືອບ 70.000 ຄົນ.

ທ່ານ ສີ ຈິ້ນຜິງ ປະທານາທິບໍດີຂອງຈີນ ໄດ້ສັ່ງໃຫ້ທຸກໜ່ວຍງານເລັ່ງໃຫ້ຄວາມຊ່ວຍເຫຼືອຕໍ່ຜູ້ປະສົບໄພແຜ່ນດິນໄຫວໃນມົນທົນເສສວນ ໂດຍໃຫ້ຄວາມສຳຄັນທີ່ສຸດຕໍ່ພາລະກິດການຊ່ວຍຊີວິດປະຊາຊົນ ນອກຈາກນີ້ ຍັງສັ່ງໃຫ້ກອງທັບປົດປ່ອຍປະຊາຊົນຈີນ ແລະ ຕະຫຼວດ ເຂົ້າຊ່ວຍເຫຼືອແກ່ປະຊາຊົນໃນເຂດທີ່ໄດ້ຮັບຄວາມເສຍຫາຍຈາກແຜ່ນດິນໄຫວຮ່າງຮີບດ່ວນ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...