Homeຂ່າວຕ່າງປະເທດເຫດການປະທ້ວງໃນອີຣັກເສຍຊີວິດຢ່າງໜ້ອຍ 15 ຄົນ

ເຫດການປະທ້ວງໃນອີຣັກເສຍຊີວິດຢ່າງໜ້ອຍ 15 ຄົນ

Published on

ມີຄົນເສຍຊີວິດແລ້ວ 15 ຄົນ ຈາກການປະທະລະຫວ່າງ ກອງກຳລັງຄວາມໝັ້ນຄົງ ກັບ ກຸ່ມຜູ້ສະໜັບສະໜູນ ມຸກຕາດາ ອັລ-ຊາດ ນັກບວດນິກາຍຊີອະ ທີ່ທຳນຽບລັດຖະບານໃນກຸງ ແບກແດດ ຂອງອີຣັກ.

ເຈົ້າໜ້າທີ່ກ່າວວ່າ: ມີຜູ້ໄດ້ຮັບບາດເຈັບຫຼາຍສິບຄົນ ຫຼັງຈາກຜູ້ປະທ້ວງທີ່ສະໜັບສະໜູນ ມຸກຕາດາ ອັລ-ຊາດ ນັກບວດນິກາຍຊີອະ ແລະ ນັກການເມືອງຊື່ດັງຂອງອີຣັກ ເຊິ່ງມີຈຸດຢືນຕໍ່ຕ້ານຕະເວັນຕົກ ຜູ້ປະທ້ວງໄດ້ບຸກລ້ອມທຳນຽບປະທານາທິບໍດີໃນກຸງແບກແດດ ຫຼັງຈາກທີ່ ມຸກຕາດາ ອັລ-ຊາດ ປະກາດຢຸດບົດບາດທາງການເມືອງ ເຊິ່ງເຮັດໃຫ້ຖະໜົນຫຼາຍສາຍເຕັມໄປດ້ວຍລົດກະບະທີ່ຂົນມືປືນ ແລະ ເຄື່ອງຍິງປືນ.

 

 

ມຸກຕາດາ ອັລ-ຊາດ ແມ່ນຜູ້ນຳພັນທະມິດເພື່ອການປະຕິວັດ ປະກາດຢຸດຕິບົດບາດທາງການເມືອງໃນວັນຈັນທີ່ຜ່ານມາ ໂດຍໃຫ້ເຫດຜົນກ່ຽວກັບ ຄວາມລົ້ມເຫຼວຂອງຝ່າຍຊີອະ ໂດຍລາວຈະປະທ້ວງດ້ວຍການອົດອາຫານຈົນກວ່າຄວາມຮຸນແຮງຈະຢຸດລົງ.

ຫຼັງຈາກເຫດການນີ້ໄດ້ເກີດຂຶ້ນ ອີຣານ ໄດ້ປະກາດປິດຊາຍແດນທີ່ຕິດຈອດກັບອີຣັກ, ໃນດ້ານຂອງແພດກ່າວວ່າ ຝ່າຍຜູ້ສະໜັບສະໜູນ ມຸກຕາດາ ອັລ-ຊາດ 15 ຄົນ ຖືກຍິງເສຍຊີວິດ ແລະ ມີຜູ້ປະທ້ວງອີກ 350 ຄົນໄດ້ຮັບບາດເຈັບ.

ແຫຼ່ງຂ່າວຈາກ ຣອຍເຕີ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...