spot_img
Homeຂ່າວຕ່າງປະເທດຈີນກ່າວວ່າຈະບໍ່ປ່ອຍໃຫ້ໂລກຕົກເຂົ້າສູ່ "ສົງຄາມເຢັນຄັ້ງໃໝ່"

ຈີນກ່າວວ່າຈະບໍ່ປ່ອຍໃຫ້ໂລກຕົກເຂົ້າສູ່ “ສົງຄາມເຢັນຄັ້ງໃໝ່”

Published on

ວັນທີ 24 ສິງຫາ 2022 ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ສະຫະ​ປະຊາ​ຊາດ​ ເນັ້ນໜັກວ່າ ຈະປົກປ້ອງສະເຖຍລະພາບທາງຍຸດທະສາດລະດັບໂລກ ແລະ ລະວັງບໍ່ໃຫ້ກໍ່ເກີດບັນຫາ ແລະ ເພີ່ມຄວາມຮຸນແຮງຂອງການແບ່ງແຍກ.

ສຳນັກຂ່າວປະເທດຈີນ ໄດ້ລາຍງານວ່າ: ທ່ານຈ່າງຈວິ່ນ ຜູ້ຕາງຫນ້າຖາວອນຂອງຈີນປະຈໍາອົງການສະຫະປະຊາຊາດ ກ່າວຕໍ່ກອງປະຊຸມສະພາຄວາມໝັ້ນຄົງກ່ຽວກັບຄວາມຂັດແຍ້ງໃນຢູເຄຣນວ່າ “ວິກິດການຢູເຄຣນ ແລະ ສະຖານະການເຄັ່ງຕຶງຢູ່ສາກົນ ໃນຍຸກສະໄໝນີ້ແມ່ນຕ້ອງການຄວາມສາມັກຄີ ແລະ ການຮ່ວມມືກັນເພື່ອຮ່ວມກັນຕ້ານກັບສິ່ງທ້າທາຍ ຕ້ອງລະມັດລະວັງສິ່ງທີ່ຈະເຮັດໃຫ້ເກີດບັນຫາ ແລະ ຕ້ອງປົກປ້ອງສະເຖຍລະພາບທາງຍຸດທະສາດຂອງໂລກ, ບໍ່ຄວນປ່ອຍໃຫ້ໂລກກ້າວເຂົ້າສູ່ ສົງຄາມເຢັນຄັ້ງໃໝ່”

ທ່ານຈ່າງຈວິ່ນ ກ່າວຕື່ມອີກວ່າ: “ຄວາມປອດໄພຂອງປະເທດຕົນ ບໍ່ຄວນໃຫ້ປະເທດອື່ນໄດ້ຄອບຄອງ”.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...