spot_img
Homeຂ່າວຕ່າງປະເທດກຸ່ມທີ່ຢູ່ເບື້ອງຫຼັງຂອງເຫດການລົດລະເບີດຈົນເຮັດໃຫ້ລູກສາວຜູ້ໃກ້ຊິດປູຕິນເສຍຊີວິດ

ກຸ່ມທີ່ຢູ່ເບື້ອງຫຼັງຂອງເຫດການລົດລະເບີດຈົນເຮັດໃຫ້ລູກສາວຜູ້ໃກ້ຊິດປູຕິນເສຍຊີວິດ

Published on

ດາຢາ ດູກິນາ (Darya Dugina) ລູກສາວຂອງພັນທະມິດກັບປະທານາທິບໍດີຂອງຣັດເຊຍ ທ່ານ ວະລາດີເມຍ ປູຕິນ ເຊິ່ງນາງໄດ້ຖືກສັງຫານໃນເຫດລົດລະເບີດ ທີ່ເຂດຊານເມືອງ ຂອງມອສໂກ ປະເທດຣັດເຊຍ ໃນຕອນແລງວັນເສົາ ທີ 20 ສິງຫາ ທີ່ຜ່ານມາ, ເຊິ່ງອະດີດຊະມາຊິກຂອງລັດຖະສະພາດູມາຂອງຣັດເຊຍ ທີ່ຖືກໄລ່ອອກເນື່ອງຈາກຮ່ວມຂະບວນປະທ້ວງໃນເຄຣມລິນ (Kremlin) ໄດ້ຖືກກ່າວຫາວ່າ NRA ຢູ່ໃນເບື້ອງຫຼັງເຫດລົດລະເບີດລູກສາວ.

ຫຼັງຈາກທີ່ມີເຫດການລົດລະເບີດ ນາງ ດູກິນາ ລູກສາວຂອງ ອາເລັກຊານ ດູກິນ ທີ່ເປັນພັນທະມິດກັບທ່ານ ປູຕິນ ຜູ້ນຳຣັດເຊຍ, ຈາກເຫດການນັ້ນທາງຝ່າຍຣັດເຊຍກໍໄດ້ສົງໄສວ່າຝ່າຍຢູເຄຣນເປັນເບື້ອງຫຼັງຂອງເຫດການນີ້ ແຕ່ຝ່າຍຢູເຄຣນກໍອອກມາເວົ້າໃນທາງໂທລະທັດວ່າ ພວກເຂົາບໍ່ໄດ້ກ່ຽວພັນກັບເຫດການນີ້ແຕ່ຢ່າງໃດ ແລະ ພວກເຂົາບໍ່ແມ່ນກຸ່ມຄົນອາຊະຍາກອນ ທີ່ຈະເຮັດເລື່ອງແບບນີ້ໄດ້.

Ilya Ponomarev ນັກການເມືອງຂອງຣັດເຊຍ ອະດີດຊະມາຊິກຂອງລັດຖະສະພາດູມາຂອງຣັດເຊຍ ກ່າວຕໍ່ສື່ທາງໂທລະທັດວ່າ ເບື້ອງຫຼັງຂອງເຫດການນີ້ແມ່ນກຸ່ມ National Republican Army (NRA) ທີ່ເຮັດວຽກໃຫ້ກັບຣັດເຊຍ ແລະ ອຸທິດຕົນໃຫ້ກັບການລ້າງລະບອບການປົກຄອງຂອງປູຕິນ.

ກຸ່ມ National Republican Army (NRA)ປະກາດວ່າ ປູຕິນແມ່ນຜູ້ຍາດຊິງອຳນາດ ແລະ ອາຊະຍາກອນສົງຄາມ ແລ້ວຍັງສົ່ງທະຫານໄປຕາຍຈຳນວນຫຼາຍ. ນອກ​ນີ້​ຍັງ​ໄດ້​ເອີ້ນ​ເຈົ້າ​ໜ້າ​ທີ່​ຂອງ​ລັດຖະບານຣັດ​ເຊຍ ​ແລະ​ ຄະນະ​ບໍລິຫານ​ງານ​ຂອງ​ພາກ​ພື້ນ ​ແລະ​ ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ວ່າ ເປັນ​ຜູ້​ສົມຮູ້​ຮ່ວມ​ຄິດ​ກັບ​ຜູ້​ຮຸກ​ຮານ.

NRA ກ່າວວ່າ “ເປົ້າໝາຍຂອງພວກເຂົາແມ່ນການໂຄນລົ້ມ ແລະ ທຳລາຍປູຕິນ, ແລະຍັງໄດ້ເຕືອນເຈົ້າໜ້າທີ່ຣັດເຊຍອີກວ່າ ຖ້າພວກເຂົາບໍ່ລາອອກ ກໍ່ຈະຖືກທຳລາຍຄືກັນ, ພ້ອມຮຽກຮ້ອງໃຫ້ປະຊາຊົນຣັດເຊຍຍົກທົງ ສີຂາວ-ຟ້າ-ຂາວ ແທນການຍົກທົງ 3 ສີທີ່ໜ້າອັບອາຍຂາຍໜ້າ”.

ແຫຼ່ງຂ່າວຈາກ  Newsweek

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...