spot_img
Homeຂ່າວຕ່າງປະເທດປະຊາຊົນອົດສະຕຣາລີໄດ້ຖືກສໍ້ໂກງຈາກນັກຕົ້ມຕຸ໋ນອອນລາຍ

ປະຊາຊົນອົດສະຕຣາລີໄດ້ຖືກສໍ້ໂກງຈາກນັກຕົ້ມຕຸ໋ນອອນລາຍ

Published on

ມີປະຊາຊົນອົດສະຕຣາລີໄດ້ຖືກຕົວະຕົ້ມຈາກແກ້ງຄໍເຊັນເຕີ ເຊິ່ງກຸ່ມນັ້ນແມ່ນມາຈາກລາວ ກຳປູເຈຍ ແລະ ມຽນມາ.

ສຳນັກຂ່າວທາງການຂອງອົດສະຕຣາລີໄດ້ລາຍງານວ່າ: ທຸກໆປີປະຊາຊົນອົດສະຕຣາລີຖືກ ນັກຕົ້ມຕຸ໋ນຕົວະເງິນໄປຫຼາຍເຖິງ ພັນລ້ານໂດລາ ໂດຍຜູ້ທີ່ສໍ້ໂກງ ຫຼື ແກ້ງຄໍເຊັນເຕີ ໄດ້ພັດທະນາວິທີການທີ່ໃຊ້ຄຳເວົ້າໂນ້ມນ້າວຈິດໃຈຄົນໃຫ້ເຂົ້າມາລົງທຶນກັບພວກເຂົາ, ແຕ່ຄົນພວກນີ້ກໍໄດ້ຖືກບັງຄັບໃຫ້ມາເຮັດວຽກແບບນີ້.

ໂດຍທັງສອງຝ່າຍກໍໄດ້ຕົກເປັນເຫຍື່ອ ຄົນຈຳນວນນີ້ເປັນຕົກໃນກຸ່ມຂະບວນການຄ້າມະນຸດ ຖືກບັງຄັບເຮັດວຽກເພື່ອບັນລຸຕາມເປົ້າໝາຍທີ່ຕ້ອງໄດ້ໂທຫາ ແລະ ຕົວະຕົ້ມກຸ່ມຄົນທີ່ເປັນເປົ້າໝາຍ.

ຄະນະກົມການແຂ່ງຂັນ ແລະ ຜູ້ບໍລິໂພກແຫ່ງອົດສະຕຣາລີ (ACCC) ໃນເດືອນກໍລະກົດພົບວ່າ ມີຜູ້ຖືກສໍ້ໂກງ ຫຼາຍກວ່າ 2 ພັນລ້ານໂລດາ ທີ່ເສຍໄປໃນປິ 2021, ມີຢ່າງໜ້ອຍ 701 ລ້ານໂດລາ ທີ່ຖືກຕົວະໃຫ້ລົງທຶນ ແລະ 143 ລ້ານໂດລາທີ່ຕົວະຈາກການໃຊ້ ໂປຣໄຟລປອມໃນໂຊຊ່ຽວມິເດຍ ເພື່ອໄປສ້າງຄວາມສຳພັນກັບຄົນແປກໜ້າ ແລ້ວຊັກຊວນໃຫ້ໂອນເງິນ ຫຼື ລົງທຶນ ກ່ອນທີ່ຈະປິດໜີໄປພ້ອມກັບເງິນ.

ແຕ່ການຄົ້ນພົບເຫຼົ່ານີ້ ຈະເຫັນໄດ້ຢູ່ໃນກຸ່ມອາຊະຍາກອນໃນປະເທດກຳປູເຈຍ ມຽນມາ ແລະ ລາວ ທີ່ຄວບຄຸມໂດຍກຸ່ມທີ່ມີອິດທິພົນກຸ່ມຄົນບໍ່ດີຈາກປະເທດໃກ້ຄຽງ ຫຼາຍໆຄົນຕ້ອງໄດ້ຕົກເປັນທາດ ຕ້ອງໄດ້ເຮັດວຽກຕັ້ງແຕ່ 8 ໂມງເຊົ້າ ຫາ 11 ໂມງຄ່ຳ  ໄດ້ຮັບທໍລະມານຮ່າງກາຍຈາກການທຸບຕີ ຫຼື ຂົ່ມຂູ່ພວກເຂົາຖ້າຫາກວ່າເຮັດເງິນໄດ້ບໍ່ພຽງພໍ.

ໃນປີກາຍນີ້ ມີຜູ້ຊາຍ ສັນຊາດຫວຽດນາມ ອາຍຸ 25 ປີ ແຮັກເຂົ້າລະບົບຈັດການ ແລະ ປິດການດຳເນີນການຕົ້ມຕຸ໋ນ ແລ້ວພະຍາຍາມໜີ ຈາກການໂດດປ້ອງຢ້ຽມ ແຕ່ຂາຂອງລາວໄດ້ຫັກໃນລະຫວ່າງການລົບໜີ.

ທ່ານ ແຈນ ຊານເຕຍໂກ (Jan Santiago) ໄດ້ກ່າວໄວ້ໃນ Global Anti-Scam Organisation (GASO) ອົງກອນຕ້ານການຕົ້ມຕຸ໋ນສາກົນ ເດືອນ ມິຖຸນາ ເພື່ອສະໜັບສະໜູນໃຫ້ປະຊາຊົນທົ່ວໂລກຜູ້ທີ່ຕົກເປັນເຫຍື່ອຂອງນັກຕົ້ມຕຸ໋ນ ວ່າ: “ການສໍ້ໂກງທາງອອນລາຍເປັນອົງກອນໜຶ່ງໃນອາຊີຕະເວັນອອກສຽງໃຕ້ ທີ່ໄດ້ຈ້າງແຮງງານຫຼາຍພັນຄົນເພື່ອມາສໍ້ໂກງຜ່ານອອນລາຍ ພວກເຂົາມີອົງກອນທີ່ຄ້າຍກັບບໍລິສັດ, ມີເຄື່ອຂ່າຍກັບທາງກົດໝາຍ, ມີເຄຶ່ອຂ່າຍການຟອກເງິນຢ່າງເປັນມືອາຊີບ ແລະ ຂະຫຍາຍເປັນວົງກວ້າງໃນທົ່ວໂລກ. ພວກເຂົາໄດ້ຄິດຄົ້ນເທັກນິກວິສະວະກຳທາງສົງຄົມເພື່ອສໍ້ໂກງ ແລະ ຂົ່ມຂູ່ ໂດຍເຮັດທຸລະກຳການເງິນຜ່ານສະກຸນເງິນດິຈິຕອລ”.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...