spot_img
Homeແຈ້ງການປ່ອຍນ້ຳແຈ້ງການປ່ອຍລະບາຍນ້ຳເຂື່ອນໄຟຟ້ານ້ຳລີກ 1/2

ແຈ້ງການປ່ອຍລະບາຍນ້ຳເຂື່ອນໄຟຟ້ານ້ຳລີກ 1/2

Published on

ອີງຕາມ ຫນັງສືສະເຫນີຂອງ ເຂື່ອນໄຟຟ້ານ້ຳລິກ 1/2 ສະບັບເລກທີ 2022-OA/NLPC-LAO-007, ລົງວັນທີ 15 ສິງຫາ 2022.

ກະຊວງພະລັງງານ ແລະ ບໍ່ ແຮ່ (ພບ), ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ ໃນວັນທີ 18/08/2022 ນີ້ທາງເຂື່ອນໄຟຟ້ານໍ້າລີກ 1/2 ມີແຜນຈະເປີດປະຕູນ້ໍານອງອອກຈາກອ່າງເກັບນ້ໍາຫນ້າເຂື່ອນຊື່ງປະຈຸ ບັນລະດັບນ້ໍາຢູ່ຫນ້າເຂື່ອນແມ່ນໃກ້ຈະຮອດລະດັບ 300 masl ເຊີ່ງເປັນລະດັບນ້ໍາທີ່ຢູ່ໃນລະດັບເຕືອນໄພ ແລະ ຈະ ຕ້ອງໄດ້ເປີດປະຕູນ້ໍາເພື່ອລະບາຍອອກ.

ດັ່ງນັ້ນ, ເພື່ອເປັນການຮັບມືຈາກຜົນກະທົບທີ່ອາດຈະເກີດຂື້ນໃນເຂດພື້ນ ທີ່ຕອນລຸ່ມເຂື່ອນ ແລະ ຕາມສາຍນ້ໍາລີກ. ສະນັ້ນ, ກະຊວງພະລັງງານ ແລະ ບໍ່ແຮ່ ຈື່ງຂໍແຈ້ງມາຍັງທ່ານ ລະອຽດລຸ່ມນີ້:
ໃຫ້ ແຂວງວຽງຈັນ ແຈ້ງເຖິງ ຫ້ອງວ່າການ ເມືອງເຟືອງ ລວມທັງບ້ານ ທີ່ຢູ່ໃກ້ຂອບເຂດພື້ນທີ່ລຸ່ມເຂື່ອນ ກະກຽມຍົກຍ້າຍສິ່ງຂອງທີ່ຈໍາເປັນ ໂດຍສະເພາະ ກິດຈະການເຮືອນແພ ເພື່ອຮັບປະກັນບໍ່ໃຫ້ໄດ້ຮັບຜົນກະທົບ ຕໍ່ການເປີດປະຕູລະບາຍນ້ໍາ;
ໃຫ້ກິດຈະການເຮືອນແພ ແລະ ກິດຈະການ ທ່ອງທ່ຽວອື່ນໆ ຢຸດຮັບນັກທ່ອງທ່ຽວຊົ່ວຄາວ ໃນໄລຍະດັ່ງກ່າວຈົນ ກ່ວາຈະມີແຈ້ງການ ຈາກ ກະຊວງພະລັງງານ ແລະ ບໍ່ແຮ່ ຕື່ມ.

ແຈ້ງໃຫ້ປະຊາຊົນທີ່ຢູ່ເຂດພຶ້ນທີ່ຕອນລຸ່ມໂຄງການນ້ໍາລິກ 1/2 ກະກຽມຄວາມພ້ອມ ເພື່ອຮັບມືຕໍ່ເຫດການ ສຸກເສີນ ທີ່ອາດຈະເກີດຂື້ນ ທຸກກໍລະນີ.

ຖ້າໄດ້ຮັບການແຈ້ງເຕືອນ ແມ່ນໃຫ້ກະກຽມຍົກຍ້າຍຊັບ ສິນລວມທັງກິດຈະການຕ່າງໆ ເອົາໄປໄວ້ບ່ອນທີ່ສູງ; ຂະແຫນງການທີ່ກ່ຽວຂ້ອງ ກະກຽມ ຮັບມືຕາມພາລະບົດບາດຫນ້າທີ່ ແລະ ຄວາມຮັບຜິດຊອບຂອງຂະແຫນງການຕົ້ນ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...