Homeຂ່າວພາຍ​ໃນພິທີມອບ-ຮັບໜ້າທີ່ ຫົວໜ້າກອງບັນຊາການ ປກສ ນວ (ຜູ້ໃໝ່)

ພິທີມອບ-ຮັບໜ້າທີ່ ຫົວໜ້າກອງບັນຊາການ ປກສ ນວ (ຜູ້ໃໝ່)

Published on

ອີງຕາມການລາຍງານຂອງ ປກສ ນະຄອນຫຼວງວຽງຈັນ ໃນວັນທີ 15 ສິງຫາ 2022, ຢູ່ຫ້ອງປະຊຸມ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ມີພິທີມອບ-ຮັບໜ້າທີ່ ຫົວໜ້າກອງບັນຊາການ ປກສ ນວ (ຜູ້ໃໝ່) ລະຫວ່າງ ພັອ ສຸກພະຈັນ ບຸດດາຄໍາ ຫົວໜ້າກອງບັນຊາການ ປກສ ນວ (ຜູ້ເກົ່າ) ແລະ ພັອ ປອ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນວ (ຜູ້ໃໝ່) ເພື່ອເປັນການປັບປຸງຕາມຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ໃຫ້ມີຄຸນນະພາບສູງຂຶ້ນກວ່າເກົ່າ.

ໃນພິທີດັ່ງກ່າວ, ມີ ພຈົວ ສີພອນ ຈັນສົມວົງ ຮອງເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ພ້ອມດ້ວຍ ຄະນະພັກ-ຄະນະບັນຊາ, ຄະນະກອງບັນຊາການ, ຄະນະຫ້ອງ, ຫົວໜ້າ-ຮອງກອງບັນຊາການ ປກສ ເມືອງ ແລະ ພະນັກງານຫຼັກແຫຼ່ງກອງບັນຊາການ ແລະ ຜ່ານລະບົບ ກອງປະຊຸມທາງໄກ Video comferent ເຂົ້າຮ່ວມ ເປັນສັກຂີພະຍານ.

ໃນພິທີ ພັອ ສຸກພະຈັນ ບຸດດາຄໍາ ຫົວໜ້າກອງບັນຊາການ ປກສ ນວ (ຜູ້ເກົ່າ) ໄດ້ກ່າວອຳລາໜ້າທີ່ ເພື່ອໄປຮັບໜ້າທີ່ໃໝ່ ຢູ່ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ແລະ ພັອ ປອ ບົວພັນ ຟອງມະນີ ໄດ້ກ່າວຮັບໜ້າທີ່ ເປັນຫົວໜ້າກອງບັນຊາການ ປກສ ນວ (ຜູ້ໃໝ່) ທັງໃຫ້ຄຳໝັ້ນສັນຍາວ່າ: ຈະສືບຕໍ່ຊີ້ນຳ-ນຳພາ ວຽກງານທີ່ໄດ້ຮັບມອບໝາຍ ໃຫ້ສຸດຄວາມສາມາດ ຈະນໍາເອົາຄວາມຮູ້, ຄວາມສາມາດ ແລະ ປະສົບການຕົວຈິງຜ່ານມາ ນໍາມາໝູນໃຊ້ເຂົ້າໃນການຊີ້ນໍາ-ນໍາພາ, ພ້ອມທັງ ຈະປັບປຸງ ແລະ ແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງບາງດ້ານ ເພື່ອໃຫ້ບັນລຸຜົນຕາມລະດັບຄາດໝາຍ ໃຫ້ໄດ້ຮັບຜົນສໍາເລັດທາງດ້ານປະລິມານ ແລະ ຄຸນນະພາບສູງ, ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ ການເມືອງໃນໄລຍະໃໝ່. ຫຼັງຈາກນັ້ນ ທັງ 2 ທ່ານ ກໍໄດ້ລົງນາມ ເຊັນໃນບົດບັນທຶກມອບ-ຮັບໜ້າທີ່ ຢ່າງເປັນທາງການ.

ແຫຼາງຂ່າວ: ປ້ອງກັນຄວາມສະຫງົບນະຄອນຫຼວງ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...