Homeຂ່າວພາຍ​ໃນຄະນະຜູ້ແທນສະພາສະຫະລັດອາເມຣິກາ ຊຸດທີ 2 ເດີນທາງຮອດໄຕ້ຫວັນ

ຄະນະຜູ້ແທນສະພາສະຫະລັດອາເມຣິກາ ຊຸດທີ 2 ເດີນທາງຮອດໄຕ້ຫວັນ

Published on

ຄະນະຜູ້ແທນສະພາຊຸດທີ 2 ເດີນທາງຮອດໄຕ້ ແລະ ກຽມພົບກັບຜູ້ນຳຂອງໄຕ້ຫວັນ ເຖິງວ່າໃນ 2 ອາທິດແລ້ວນີ້ ຈີນໄດ້ຈັດການຊອບຮົບໃຫຍ່ເພື່ອຕອບໂຕ້ການທີ່ປະທານສະພາສະຫະລັດໄດ້ມາໄຕ້ຫວັນນີ້.

ສຳນັກຂ່າວ CNA ໄດ້ລາຍງານວ່າ: ຄະນະຜູ້ແທນສະພາຄອງເກຣສ ສະຫະລັດອາເມຣິກາ ຊຸດທີ 2 ເດີນທາງຮອດໄຕ້ຫວັນແລ້ວ ໃນວັນທີ 14 ສິງຫາ 2022 ໂດຍຈະຢ້ຽມຢາມເປັນເວລາ 2 ມື້ ເຊິ່ງພວກເຂົາໄດ້ພົບກັບ ນາງ ໄຊ່ ອິງເຫວິນ ປະທານາທິບໍດີໄຕ້ຫວັນ ເພື່ອຫາລືຄວາມສຳພັນທາງດ້ານການຄ້າ ແລະ ຄວາມໝັ້ນຄົງລະຫວ່າງປະເທດທັ້ງ 2 ຝ່າຍ.

ດ້ານສຳນັກງານປະທານາທິບໍດີໄຕ້ຫວັນ ເປີດເຜີຍວ່າ ຄະນະຜູ້ແທນຈະເຂົ້າຢ້ຽມປະທານາທິບໍດີໄຕ້ຫວັນ ໃນເຊົ້າວັນຈັນ ວັນທີ 15 ສິງຫາ 2022 ພ້ອມລະບຸວ່າ ການມາຢ້ຽມເທື່ອນີ້ ເປັນການສະແດງໃຫ້ເຫັນວ່າສະພາຄອງເກຣສ ສະຫະລັດອາເມຣິກາ ສະໜັບສະໜູນໄຕ້ຫວັນ.

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...