Homeຂ່າວຕ່າງປະເທດເຫດກາດຍິງໃນສະໜາມບິນແຄນເບີລາປະເທດອົດສະຕຣາລີ

ເຫດກາດຍິງໃນສະໜາມບິນແຄນເບີລາປະເທດອົດສະຕຣາລີ

Published on

ຜູ້ຄົນໃນສະໜາມບິນຖືກອົບພະຍົບອອກ ຫຼັງຈາກທີ່ເກີດເຫດມືປືນກາດຍິງໃນສະໜາມບິນແຄນເບີລາ ໃນປະເທດອົດສະຕຣາລີ.

ພາບໃນຂະນະຈັບຜູ້ກໍ່ເຫດ

ວັນທີ 14 ສິງຫາ 2022 ທີ່ຜ່ານມາ ສຳນັກທາງກາງຂອງອົດສະຕຣາລີ ໄດ້ລາຍງານວ່າ: ຕຳຫຼວດທ່ານໜຶ່ງໃນສະໜາມບິນໄດ້ຈັບໂຕຜູ້ກໍ່ເຫດກາດຍິງ ໃນຂະນະທີ່ສັນຍານເຕືອນໄພສຸກເສີນພາຍໃນສະໜາມບິນດັງ, ຜູ້ກໍ່ເຫດເຂົ້າໄປໃນສ່ວນຂອງຜູ້ໂດຍສານຂາອອກໃນຕອນສວຍ ເວລາປະມານ 13:30 ໂມງ ໂດຍຖ້າຢູ່ປະມານ 5 ນາທີ ກ່ອນທີ່ຈະເອົາປືນອອກມາ ແລະ ຍິງລົວໆ ໃສ່ແກ້ວແວ່ນຂະໜາດໃຫຍ່ໃນສະໜາມບິນ ປະມານ 5 ລູກ ແຕ່ບໍ່ໄດ້ຍິງໃສ່ຜູ້ໂດຍສານ ຫຼື ເຈົ້າໜ້າທີ່ໃນສະໜາມບິນ.

ແກ້ວແວ່ນທີ່ຜູ້ກໍ່ເຫດໄດ້ຍິງໃສ່

ເຈົ້າໜ້າທີ່ສະໜາມບິນ ກໍອົບພະຍົບຄົນພາຍໃນສະໜາມບິນອອກ ແລະ ປິດສະໜາມບິນ ກ່ອນທີ່ຈະປະກາດຍົກເລີກທຸກສາຍການບິນຊົ່ວຄາວ ແລະ ເມື່ອຈັບໂຕຜູ້ກໍ່ເຫດແລ້ວ ຈຶ່ງເປີດສະໜາມບິນເປັນປົກກະຕິ ໂດຍທີ່ຫຼາຍສາຍການບິນຖືກຍົກເລີກ.

ຜູ້ໂດຍສານທີ່ຖືກອົບພະຍົບອອກມານອກສະໜາມບິນ

ບົດຄວາມຫຼ້າສຸດ

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...