spot_img
Homeຂ່າວທ້ອງຖິ່ນແຂວງໄຊຍະບູລີກຽມກໍາລັງພົນ 600 ກວ່າຄົນເພື່ອກຽມພ້ອມຮັບມືກັບໄພນໍ້າຖ້ວມ

ແຂວງໄຊຍະບູລີກຽມກໍາລັງພົນ 600 ກວ່າຄົນເພື່ອກຽມພ້ອມຮັບມືກັບໄພນໍ້າຖ້ວມ

Published on

ສະພາບການຕອນນີ້ທົ່ວທຸກພາກໃນປະເທດລາວກຳລັງປະເຊີນກັບໄພນ້ຳຖ້ວມ ໃນນັ້ນແຂວງໄຊຍະບູລີກໍໄດ້ມີການແຈ້ງເຕືອນປະຊາຊົນ ຍ້ອນມີລະດັບນ້ຳທີ່ຂຶ້ນສູງຫຼາຍ ແລະ ມີນ້ຳຖ້ວມສູງໃນບາງເຂດ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ການນໍາທຸກພາກສ່ວນຂອງແຂວງ ຈຶ່ງເຝົ້າລະວັງ ແລະ ກຽມກໍາລັງພົນ 600 ກວ່າຄົນເພື່ອຕອບໂຕກັບໄພດັ່ງກ່າວ.

ໃນຕອນເຊົ້າຂອງວັນທີ 12 ສິງຫາ 2022 ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ຫົວໜ້າຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງໄດ້ຖະແຫຼງຂ່າວວ່າ: ເພື່ອເປັນການເຝົ້າລະວັງ ແລະ ຕອບໂຕ້ຕໍ່ໄພນໍ້າຖ້ວມທີ່ອາດຈະເກີດຂື້ນຢູ່ເທດສະບານແຂວງ ໄຊຍະບູລີ, ການນໍາຂອງແຂວງກໍ່ຄືຄະນະກໍາມະການຄຸ້ມຄອງໄພພິບັດແມ່ນໄດ້ລົງຕິດຕາມກວດກາ ແລະ ໃຫ້ການຊ່ວຍເຫຼືອຜົນກະທົບໄພພິບັດໃນເບື້ອງຕົ້ນ, ຮອດປະຈຸບັນຕາມການລາຍງານເບື້ອງຕົ້ນ ທົ່ວແຂວງເກີດມີນໍ້າຖ້ວມ 5 ເມືອງ, ເສັ້ນທາງຕັດຂາດລະຫວ່າງເມືອງ ໄຊຍະບູລີ ຫາ ເມືອງ ຫົງສາ, ພື້ນທີ່ການຜະລິດ ແລະ ສັດລ້ຽງຂອງປະຊາຊົນໄດ້ຮັບຜົນເສຍຫາຍຈໍານວນໜຶ່ງ, ສະເພາະເທດສະບານເມືອງ ໄຊຍະບູລີ ລະດັບແມ່ນນໍ້າຮຸ່ງແມ່ນຂຶ້ນເຖິງຈຸດສ່ຽງໄພຢູ່ໃນລະດັບ 5-6,5 ແມັດ, ຈຸດອັນຕະລາຍແມ່ນ 7 ແມັດ, ສໍາລັບແຜນການຕອບໂຕ້ເບື້ອງຕົ້ນແມ່ນໄດ້ປະກາດພາວະສຸກເສີນແຈ້ງເຕືອນການເຝົ້າລະວັງຜ່ານທາງໂທລະໂຄ່ງຂອງແຕ່ລະບ້ານ, ແຈ້ງອອກທາງວິທະຍຸ ແລະ ໃຫ້ລົດໂຮງໝໍ, ຕໍາຫຼວດ ເປີດໂວດແຈ້ງເຕືອນປະຊາຊົນຕາມຫົນທາງ, ພ້ອມດຽວກັນກໍ່ໄດ້ລະດົມກໍາລັງພົນເພື່ອເຂົ້າຊ່ວຍເຫຼືອປະຊາຊົນເມື່ອນໍ້າຂຶ້ນຖ້ວມຈໍານວນ 600 ກວ່າຄົນ, ໃນນັ້ນ: ມີກໍາລັງທະຫານແຂວງ 115 ຄົນ, ທະຫານຮາບທີ2 ມີ 300 ຄົນ, ຕໍາຫຼວດ 50 ຄົນ, ຊາວໜຸ່ມຈາກບັນດາພະແນກການອ້ອມຂ້າງແຂວງ 200 ຄົນ, ມີໜ່ວຍກູ້ໄພແຂວງ ແລະ ແພດໝໍຈໍານວນ 20 ຄົນ, ນອກນີ້ຍັງມີພາຫະນະປະເພດລົດບັນທຸກ ແລະ ລົດກະບະ 18 ຄັນ, ລົດກູ້ຊີບກູ້ໄພ 3 ຄັນ, ເຮືອ 3 ລໍາ, ເຄື່ອງຜະລິດນໍ້າກິນ-ນໍ້າໃຊ້ 1 ເຄື່ອງ ແລະ ຍັງມີຢາປົວພະຍາດຈໍານວນໜຶ່ງ, ໃນຕອນເຊົ້າຂອງວັນດຽວກັນ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ໄດ້ໂອ້ລົມ ແລະ ເໜັ້ນໜັກ ພ້ອມທັງໃຫ້ກໍາລັງໃຈກັບບັນດາກໍາລັງພົນ 600 ກວ່າຄົນ ເພື່ອຕອບໂຕ້ກັບໄພພິບັດທີ່ອາດຈະເກີດຂຶ້ນໂດຍສະເພາະແມ່ນ ໄພນໍ້າຖ້ວມ, ໂດຍແບ່ງເປັນກຸ່ມອອກລາດຕະເວນຢູ່ບັນດາບ້ານທີ່ມີຄວາມສ່ຽງລຽບແມ່ນໍ້າຮຸ່ງ ເພື່ອກຽມພ້ອມຊ່ວຍເຫຼືອປະຊາຊົນໃຫ້ທ່ວງທັນກັບເຫດການ.

ແຫຼ່ງຂ່າວຈາກ Lao National Radio

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...