Homeຂ່າວຕ່າງປະເທດເກີດເຫດເຮືອບິນລຳນ້ອຍຕົກກະທົບໃສ່ຫົນທາງໃນອາເມຣິກາ

ເກີດເຫດເຮືອບິນລຳນ້ອຍຕົກກະທົບໃສ່ຫົນທາງໃນອາເມຣິກາ

Published on

ເກີດເຫດເຮືອບິນລຳນ້ອຍຕົກລົງຫົນທາງ ໃນລັດຄາລິຟໍເນຍ ຂອງອາເມຣິກາ ແລ້ວໄດ້ເຖືອໄປຕາມຫົນທາງຈົນໄຟໄໝ້.

ໃນວັນທີ 10 ສິງຫາ 2022 ສຳນັກຂ່າວ ເດລີ່ເມວ ລາຍງານວ່າ: ເກີດອຸບັດຕິເຫດໃນທາງດ່ວນ ໃນນະຄອນລັອສແອນເຈີລິສ ລັດຄາລິຟໍເນຍ ປະເທດອາເມຣິກາ ມີອຸບັດຕິເຫດເຮືອບິນລຳນ້ອຍຕົກລົງມາກະທົບເທິງຫົນທາງ ໃນເວລາ 12.30ໂມງ ຂອງວັນອັງຄານ ທີ 9 ສິງຫາ ຕາມເວລາທ້ອງຖິ່ນ ຂະນະທີ່ມີລົດກຳລັງແລ່ນສັນຈອນຕາມຫົນທາງ, ຈົນເຮັດໃຫ້ເຮືອບິນເຖືອໄປຕາມຫົນທາງ ແລະ ມີປີກຂອງເຮືອບິນ ໄດ້ໄປຕຳກັບລົດຄັນໜຶ່ງ ຈົນເກີດໄຟໄໝ້.

ເບື້ອງຕົ້ນຄາດວ່າ ນັກບິນພະຍາຍາມຈະນຳເອົາເຮືອບິນລົງຈອດ ຍ້ອນເຮືອບິນເກີດບັນຫາຂັດຂ້ອງ ຈຶ່ງໄດ້ຕັດສິນໃຈເອົາລົງຈອດເທິງຫົນທາງ, ນັກບິນ ແລະ ຜູ້ໂດຍສານໜຶ່ງຄົນ ລອດຊີວິດ ແລ້ວໜີອອກມາຈາກເຮືອບິນໃນຂະນະທີ່ເກີດໄຟໄໝ້ໄດ້ ແລະ ບໍ່ໄດ້ຮັບບາດເຈັບແຕ່ຢ່າງໃດ.

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...