Homeຂ່າວພາຍ​ໃນໂຮງໝໍໃນນະຄອນຫຼວງວຽງຈັນບໍ່ມີຕຽງພຽງພໍສຳລັບຜູ້ປ່ວຍທີ່ເປັນໄຂ້ເລືອດອອກ

ໂຮງໝໍໃນນະຄອນຫຼວງວຽງຈັນບໍ່ມີຕຽງພຽງພໍສຳລັບຜູ້ປ່ວຍທີ່ເປັນໄຂ້ເລືອດອອກ

Published on

ໂຮງໝໍໃນນະຄອນຫຼວງວຽງຈັນບໍ່ມີຕຽງພຽງພໍ ເພື່ອຮອງຮັບຜູ້ປ່ວຍທີ່ເປັນໄຂ້ເລືອດອອກ.

ວັນທີ 10 ສິງຫາ 2022 ອ້າງອີງຈາກ ວຽງຈັນທາຍ ໄດ້ລາຍງານວ່າ: ໂຮງໝໍບາງແຫ່ງໃນນະຄອນຫຼວງວຽງຈັນ ໄດ້ປ່ຽນຫ້ອງປະຊຸມ ເປັນຫ້ອງທີ່ຮອງຮັບຜູ້ປ່ວຍ ເນື່ອງຈາກຂາດສະຖານທີ່ປິ່ນປົວຄົນເຈັບ, ໃນຂະນະທີ່ບາງບ່ອນຍັງຂໍຕຽງນອນຈາກປະຊາຊົນຕື່ມອີກ ເພື່ອໃຫ້ສາມາດຮັບມືກັບຈໍານວນຜູ້ປ່ວຍໄຂ້ເລືອດອອກທີ່ເພີ່ມຂຶ້ນ.

ຈໍານວນຜູ້ທີ່ເປັນພະຍາດໄຂ້ເລືອດອອກ ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍໃນລະຫວ່າງເດືອນພຶດສະພາ ຫາ ເດືອນກໍລະກົດ.

ກະຊວງສາທາລະນະສຸກ ແລະ ແພດໝໍ ໃນໂຮງໝໍຕ່າງໆທົ່ວປະເທດ ພະຍາຍາມຮັບມືກັບການເພີ່ມຂຶ້ນຂອງ ກໍລະນີຜູ້ປ່ວຍໄຂ້ເລືອດອອກ ແມ່ນສູງຜິດປົກກະຕິເມື່ອທຽບໃສ່ປີ 2019.

ກະຊວງ​ສາທາລະນະສຸກ ​ມີ​ແຜນ​ຈະ​ຍົກຍ້າຍ​​ແພດໝໍ​ທີ່ຢູ່​ໂຮງໝໍ​ໃຫຍ່​ໃນ​ນະຄອນຫຼວງ​ວຽງ​ຈັນ ​ໄປ​ຢູ່​ໂຮງໝໍນ້ອຍໆທົ່ວນະຄອນທີ່ມີບຸກຄະລາກອນບໍ່ພຽງພໍ.

ທ່ານ ດຣ. ຄໍາຫຼ້າ ຈູມລິວົງ ຮອງອຳນວຍການໂຮງໝໍເສດຖາທິລາດ ກ່າວຕໍ່ສື່ມວນຊົນໃນວັນຈັນທີ່ຜ່ານມານີ້ວ່າ ປີນີ້ມີຜູ້ປ່ວຍໄຂ້ເລືອດອອກເພີ່ມຂຶ້ນ ແລະ ມີຄົນມາຮັບການປິ່ນປົວພະຍາດຫຼາຍຂຶ້ນ, ຈຳນວນຄົນເຈັບທີ່ເປັນໄຂ້ເລືອດອອກຢູ່ໂຮງໝໍ ເສດຖາທິລາດ ແມ່ນສູງຜິດປົກກະຕິ.

ກະຊວງສາທາລະນະສຸກກ່າວວ່າ ການປ່ຽນແປງຂອງດິນຟ້າອາກາດ ກໍເປັນສ່ວນໜຶ່ງທີ່ພະຍາດໄຂ້ເລືອດອອກລະບາດໃນໄລຍະນີ້ ໂດຍມີຝົນຕົກ ຜິດປົກກະຕິ ໃນຕົ້ນລະດູຝົນ ເຮັດໃຫ້ເກີດມີຍຸງລາຍ ທີ່ເປັນຕົວແຜ່ພະຍາດ.

ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ໄດ້ຕິດຕາມ ສະຖານະການ ຂອງການຕິດເຊື້ອ ທີ່ຈະເພີ້ມຂຶ້ນ ຍ້ອນວ່າລະດູຝົນ ຍັງສືບຕໍ່ໃຫ້ມີຍຸງລາຍ ເປັນຈຳນວນຫຼວງຫຼາຍ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...