Homeຂ່າວຢາເສບຕິດພິທີປະກາດຍົກຍ້າຍ-ແຕ່ງຕັ້ງ ຫົວຫນ້າ ປກສ ນະຄອນຫຼວງວຽງຈັນ

ພິທີປະກາດຍົກຍ້າຍ-ແຕ່ງຕັ້ງ ຫົວຫນ້າ ປກສ ນະຄອນຫຼວງວຽງຈັນ

Published on

ໃນວັນທີ 4 ສິງຫາ 2022, ກະຊວງ ປກສ ໄດ້ຈັດພິທີປະກາດຍົກຍ້າຍ-ແຕ່ງຕັ້ງ ຫົວຫນ້າ ປກສ ນະຄອນຫຼວງວຽງຈັນ, ເປັນປະທານໂດຍ ພົອ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປກສ, ມີແຂກຮັບເຊີນຈາກປົກຄອງນະຄອນຫຼວງວຽງຈັນ, ການນໍາກະຊວງ, ຫ້ອງວ່າການ, ກົມໃຫຍ່ ພ້ອມດ້ວຍກົມກອງອ້ອມຂ້າງ ກະຊວງ ຕະຫຼອດຮອດພະນັກງານອ້ອມຂ້າງ ປກສ ນະຄນຫຼວງວຽງຈັກເຂົ້າຮ່ວມ.

ໂອກາດນີ້ ພົອ ວິໄລ ຫຼ້າຄໍາຟອງ ໄດ້ໂອ້ລົມວ່າ: ການແຕ່ງຕັ້ງຫົວຫນ້າກອງບັນຊາການຜູ້ໃຫມ່ ແມ່ນການປັບປຸງການຈັດຕັ້ງ, ບູລະນະບຸກຄະລາ ກອນ ໃຫ້ຄົບຖ້ວນຕາມຫຼັກການ; ເຊິ່ງການແຕ່ງຕັ້ງຄັ້ງນີ້ ເປັນການຕອບສະຫນອງຕາມຄວາມ ຮຽກຮ້ອງຕ້ອງການຂອງຫນ້າທີ່ການເມືອງ ແລະ ທັງເປັນການມອບຫມາຍຫນ້າທີຈາກຂັ້ນເທິງ, ພ້ອມທັງເນັ້ນສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ເຂົ້າໃຈວ່າ ແມ່ນການມອບຫມາຍຫນ້າທີ, ຕ້ອງໄດ້ສືບຕໍ່ ເຮັດເປັນຫມູ່ຄະນະ ແລະ ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ມີຄວາມສະຫງົບ, ສາມາດປະຕິບັດຫນ້າທີ່ການເມືອງຂອງຕົນ ໃຫ້ໄດ້ຮັບຜົນສໍາເລັດ, ຜູ້ທີ່ມາຮັບຫນ້າທີ່ໃຫມ່ ຈະຕ້ອງແກ້ໄຂຫຼາຍບັນຫາ ໂດຍສະເພາະສະພາບປະກົດການຫຍໍ້ທໍ້ໃນນະຄອນຫຼວງວຽງຈັກໃຫ້ຫຼຸດໜ້ອຍລົງ.

ສຳລັບການຍົກຍ້າຍ ແລະ ແຕ່ງແຕັ້ງແມ່ນມີດັ່ງນີ້: ພົຈວ ຄອນສະຫວັນ ສົມພາໄຊ ຮອງຫົວຫນ້າກົມໃຫຍ່ການເມືອງ ປກສ ໄດ້ຜ່ານຄໍາ ສັ່ງຂອງ ນາຍົກລັດຖະມົນຕີ ສະບັບເລກທີ 11/ນຍ, ລົງວັນທີ 2 ສິງຫາ 2022 ວ່າດ້ວຍ ການຍົກ ຍ້າຍນາຍຕໍາຫຼວດໄປຮັບຫນ້າທີ່ໃຫມ່ ດັ່ງນີ້: ພ້ອ ສຸກພະຈັນ ບຸດດາຄໍາ ຫົວຫນ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ (ຜູ້ເກົ່າ) ໄປຮັບຫນ້າທີ່ໃຫມ່ຢູ່ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ.

ພ້ອມທັງຜ່ານດໍາລັດ 220/ນຍ, ລົງວັນທີ 2 ສິງຫາ 2022 ວ່າດ້ວຍ ການແຕ່ງຕັ້ງຫົວຫນ້າ ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ໂດຍໄດ້ແຕ່ງຕັ້ງ: ພ້ອ ປອ ບົວພັນ ຝອງມະນີ ຮອງຫົວຫນ້າກົມໃຫຍ່ຕໍາຫຼວດ ຫົວຫນ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກະຊວງ ປກສ ເປັນ ຫົວຫນ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ (ຜູ້ໃຫມ່).

ແຫຼ່ງຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...