Homeຂ່າວຕ່າງປະເທດນາຍົກແອັດສະປາຍ ຖະແຫລງປະຊາມະຕິຄາຕາລັນ ແຍກເອກະລາດ ບໍ່ມີຜົນພຽງພໍ

ນາຍົກແອັດສະປາຍ ຖະແຫລງປະຊາມະຕິຄາຕາລັນ ແຍກເອກະລາດ ບໍ່ມີຜົນພຽງພໍ

Published on

578967-01

 

ນາຍົກລັດຖະມົນຕີແອັດສະປາຍ ຖະແຫລງການລົງຄະແນນແຍກເອກະລາດ ຂອງແຄວ້ນຄາຕາລັນ ບໍ່ພຽງພໍ

ສຳລັບການແຍກເປັນປະເທດເອກະລາດໄດ້.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 13 ພະຈິກນີ້ວ່າ ທ່ານ ມາຣິອາໂນ ຣາຮອຍ ນາຍົກລັດຖະມົນຕີແອັດ

ສະປາຍ ປະກາດວ່າ ການລົງຄະແນນສຽງຂອງປະຊາຊົນຊາວຄາຕາລັນ ເມື່ອວັນອາທິດທີ່ຜ່ານມາ ບໍ່ສາມາດຈັດ

ເປັນການລົງປະຊາມະຕິໄດ້ ເນື່ອງຈາກ 2 ໃນ 3 ຂອງປະຊາຊົນຊາວຄາຕາລັນ ປະຕິເສດທີ່ຈະເຂົ້າຮ່ວມລົງປະຊາ

ມະຕິໃນເລື່ອງນີ້ ເຊິ່ງສາມາດເວົ້າໄດ້ວ່າ ບໍ່ແມ່ນເປັນການລົງຄະແນນສຽງຕາມລະບອບປະຊາທິປະໄຕ ເຊິ່ງເປັນ

ພຽງການປຸກລະດົມທາງການເມືອງເທົ່ານັ້ນ.

 

ຢ່າງໃດກໍຕາມ ຜູ້ນຳຂອງແອັດສະປາຍກ່າວວ່າ ຜົນທີ່ອອກມານັ້ນ ໄດ້ສະແດງເຖິງຄວາມລົ້ມເຫລວຂອງຄາຕາ

ລັນ ທີ່ຢາກຈະແຍກຕົວອອກເປັນເອກະລາດຈາກແອັດສະປາຍ ເນື່ອງຈາກປະຊາຊົນອີກຈຳນວນຫລາຍ ບໍ່ເຫັນ

ດີກັບແນວຄິດອັນນີ້.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...