spot_img
Homeຂ່າວຕ່າງປະເທດຜູ້ຍິງທີ່ລວຍທີ່ສຸດໃນອາຊີ

ຜູ້ຍິງທີ່ລວຍທີ່ສຸດໃນອາຊີ

Published on

ນາງ ຢາງ ຫຸ່ຍຢຽນ (Yang Huiyan) ບໍ່ແມ່ນຜູ້ຍິງທີ່ລວຍທີ່ສຸດໃນອາຊີແລ້ວ ເນື່ອງຈາກປະເຊີນກັບວິກິດ ດ້ານອະສັງຫາລິມະຊັບຂອງຈີນ ທີ່ສົ່ງຜົນກະທົບຕໍ່ການພັດທະນາຂອງປະເທດລວມເຖິງ ບໍລິສັດ Country Garden Holdings ຂອງລາວ.

ອ້າງອີງຈາກສະຖິຕິຂອງ Bloomberg Billionaires Index ລາຍງານວ່າ: ໃນວັນສຸກ ທີ 29 ກໍລະກົດ 2022 ນາງ ຢາງ ຫຸ່ຍຢຽນ ໄດ້ຖືກແຊງໜ້າໂດຍນາງ ຊາວິທຣິ ເຈັນໂດ (Savitri Jindal) ຄົນອິນເດຍ ເຊິ່ງລາວມີຊັບສິນທັງໝົດ 11,3 ຕື້ໂດລາ ທີ່ມາຈາກບໍລິສັດຂອງລາວ Jindal Group ເປັນບໍລິສັດທີ່ກ່ຽວກັບອຸດສາຫະກຳຕ່າງໆ ລວມເຖິງໂລຫະ ແລະ ການຜະລິດໄຟຟ້າ. ນອກຈາກນີ້ ນາງ ຢາງ ຍັງຕົກລົງມາຕ່ຳກວ່າ ນາງ ຟ່ານ ຫົງເຫວີ່ຍ (Fan Hongwei) ມະຫາເສດຖີຄົນຈີນ ຈາກບໍລິສັດ Hengli Petrochemical ທີ່ຜະລິດເສັ້ນໄຍສານເຄມີ.

ກ່ອນໜ້ານີ້ໃນ​ປີ 2005 ນາງ ຢາງ ໄດ້​ສືບ​ທອດ​ຫຸ້ນ​ສ່ວນ​ຂອງ​ພໍ່​ຂອງລາວ ​ໃນ​ການ​ພັດ​ທະ​ນາ​ອະ​ສັງ​ຫາ​ລິ​ມະ​ຊັບ ແລະ ໄດ້ກາຍ​ເປັນ​ອັນດັບໜຶ່ງ​ ໃນ​ເສດ​ຖີ​ທີ່​ໜຸ່ມ​ທີ່​ສຸດ​ໃນ​ໂລກ. ​ໃນ​ໄລຍະ 5 ປີ​ທີ່​ຜ່ານ​ມາ, ລາວ​ໄດ້​ກາຍ​ເປັນ​ຜູ້ຍິງ​ທີ່​ລວຍ​ທີ່​ສຸດ​ຂອງ​ອາຊີ ​ເຊິ່ງສະທ້ອນ​ເຖິງ​ການ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ​ຂອງ​ຂະ​ແໜງ​ຊັບ​ສິນ​ຂອງ​ຈີນ.

ນາງ ຊາວິທຣິ ເຈັນໂດ (Savitri Jindal) ອາຍຸ 72 ປີ ຕິດອັນດັບ 10 ຄົນທີ່ລວຍທີ່ສຸດໃນປະເທດອິນເດຍ, ລາວໄດ້ເປັນປະທານຂອງ Jindal  Group ຫຼັງຈາກສາມີຂອງລາວ ຜູ້ກໍ່ຕັ້ງ OP Jindal ໄດ້ເສຍຊີວິດໃນອຸປະຕິເຫດເຮືອບິນເຮລິຄອບເຕີຕົກໃນປີ 2005, ບໍລິສັດຜະລິດເຫຼັກ ແລະ ຊີມັງ, ພະລັງງານ ແລະ ໂຄງສ້າງພື້ນຖານ.

ມີຜູ້ຍິງ 68 ຄົນ ທີ່ຢູ່ໃນການຈັດອັນດັບຂອງ 500 ຄົນທີ່ລວຍທີ່ສຸດໃນໂລກຂອງ Bloomberg.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...