spot_img
Homeຂ່າວພາຍ​ໃນແກ້ໄຂບັນຫາການຂາຍເຂົ້າໃສ່ບາດໃຫ້ນັກທ່ອງທ່ຽວ

ແກ້ໄຂບັນຫາການຂາຍເຂົ້າໃສ່ບາດໃຫ້ນັກທ່ອງທ່ຽວ

Published on

ໃນວັນທີ 25 ກໍລະກົດ 2022 ຜ່ານມາ, ຢູ່ທີ່ຫ້ອງປະຊຸມຫ້ອງການທ່ອງທ່ຽວແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການແກ້ໄຂບັນຫາການຂາຍເຂົ້າໃສ່ບາດໃຫ້ນັກທ່ອງທ່ຽວ, ໂດຍເປັນປະທານຂອງທ່ານວັນນະເດດ ພົງສຸດທິ ຫົວໜ້າຫ້ອງການບໍລິຫານພະແນກ ຖວທ, ມີຫົວໜ້າຫ້ອງການ ຖວທ ເມືອງຈອມເພັດ, ຮອງຫົວໜ້າຫ້ອງການ ຖວທ ນະຄອນຫຼວງພະບາງ, ບັນດາຫົວໜ້າຂະເເໜງການທີ່ກ່ຽວຂ້ອງ, ຕໍາຫຼວດທ່ອງທ່ຽວ, ປະທານກຸ່ມຜູ້ນຳທ່ຽວ, ອໍານາດການປົກຄອງບ້ານທີ່ກ່ຽວຂ້ອງພາຍໃນເທດສະບານນະຄອນ ຫຼວງພະບາງ ຕະຫຼອດຮອດພະນັກງານວິຊາການຈາກຂະເເໜງຄຸ້ມຄອງການທ່ອງທ່ຽວເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງການຂາຍເຂົ້າໃສ່ບາດໃຫ້ນັກທ່ອງທ່ຽວ ຂອງຫ້ອງການ ຖວທ ນະຄອນ ຫຼວງພະບາງ ແລະຫ້ອງການ ຖວທ ເມືອງຈອມເພັດ, ຈາກນັ້ນບັນດາທ່ານຜູ້ເຂົ້າຮ່ວມກໍໄດ້ພ້ອມກັນມີຄວາມຄິດຄວາມເຫັນແລກປ່ຽນກັນຫຼາຍບັນຫາ, ເພື່ອແນ່ໃສ່ຊອກຫາຊ່ອງທາງແກ້ໄຂບັນຫາຫາງສຽງສັງຄົມກໍຄືປະກົດການຫຍໍ້ທໍ້ກ່ຽວກັບຄວາມບໍ່ເປັນລະບຽບຮຽບຮ້ອຍໃນການຂາຍເຂົ້າໃສ່ບາດ ໃຫ້ນັກທ່ອງທ່ຽວໃຫ້ໝົດໄປ; ເຊິ່ງໄດ້ມີຄວາມເປັນເອກະພາບກັນ, ສະເໜີໃຫ້ຫ້ອງການ ຖວທ ນະຄອນຫຼວງພະບາງສືບຕໍ່ເກັບກຳ ແລະສະໜອງຂໍ້ມູນຈໍານວນຜູ້ຂາຍເຂົ້າທັງໝົດ, ຈໍານວນທີ່ໄດ້ອອກບັດອະນຸຍາດຂາຍເຂົ້າ, ຈໍານວນທີ່ຍັງບໍ່ໄດ້ອອກບັດອະນຸຍາດຂາຍເຂົ້າ, ປະກອບມີຈັກໜ່ວຍ, ຈໍານວນເດັກນ້ອຍທີ່ມາເຄື່ອນໄຫວເກັບເຂົ້າໃສ່ບາດ, ມາຈາກບ້ານໃດ, ເພື່ອເປັນຂໍ້ມູນໃນການວາງມາດຕະການແກ້ໄຂໃນໄລຍະຕໍ່ໄປ,

ກອງປະຊຸມເຫັນດີໃຫ້ຜູ້ຂາຍເຂົ້າໃຫ້ນັກທ່ອງທ່ຽວໃສ່ບາດ ນັ່ງຂາຍຢູ່ບ່ອນເກົ່າ, ເວລານັກທ່ອງທ່ຽວໃສ່ບາດໝົດກໍມາຊື້ໃໝ່ດ້ວຍຕົນເອງ, ຫ້າມບໍ່ໃຫ້ຜູ້ຂາຍເຂົ້າໃສ່ບາດ ເຄື່ອນໄຫວຍັດຍອກຊູຊີຂາຍໃຫ້ນັກທ່ອງທ່ຽວດ້ວຍຄວາມບໍ່ພໍໃຈ, ເຊິ່ງທັງໝົດນັ້ນ, ກໍເພື່ອສ້າງພາບພົດຄວາມສວຍງາມປະດັບເອ້ໃຫ້ແກ່ແຫຼ່ງທ່ອງທ່ຽວທີ່ຕິດພັນກັບວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວຫຼວງພະບາງເມືອງມໍລະດົກໂລກໃຫ້ມີຄວາມຍືນຍົງຕະຫຼອດໄປ.

ສ່ວນມາດຕະການໃນການແກ້ໄຂບັນຫາຫາງສຽງຂອງສັງຄົມກໍຄືປະກົດການຫຍໍ້ທໍ້ນັ້ນ, ພາກສ່ວນກ່ຽວຂ້ອງຈະໄດ້ເອົາໃຈໃສ່ສຶກສາອົບຮົມຜົນໄດ້ຜົນເສຍຂອງຄວາມບໍ່ເປັນລະບຽບຮຽບຮ້ອຍ, ການຂາຍເຄື່ອງຊະຊາຍ, ການວາງລາຄາບໍ່ສົມເຫດສົມຜົນ ແລະອື່ນໆ, ໂດຍພື້ນຖານແມ່ນເຫັນດີເປັນເອກະພາບກັບກົດລະບຽບຂອງເຈົ້ານະຄອນວາງອອກຄືລະເມີດຄັ້ງທີ່ 1 ແມ່ນສຶກສາອົບຮົມປັບໃໝ 500,000 ກີບ (ຫ້າແສນກີບ) ແລະຢຸດບໍ່ໃຫ້ຂາຍ 6 ເດືອນ, ລະເມີດຄັ້ງທີ່ 2 ແມ່ນປັບໃໝ 1,000,000 ກີບ (ໜຶ່ງລ້ານກີບ) ແລະບໍ່ໃຫ້ຂາຍເລີຍ ແລະຖ້າຫາກລະເມີດຄັ້ງທີ່ 3 ແມ່ນດໍາເນີນຄະດີຕາມລະບຽບກົດໝາຍ.

ແຫຼ່ງຂ່າວ: ຂ່າວສານຫຼວງພະບາງ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...