spot_img
Homeຂ່າວທົ່ວໄປທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ຝຣັ່ງ

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ຝຣັ່ງ

Published on

ໃນວັນທີ 22 ກໍລະກົດ 2022 ທີ່ຜ່ານ, ຢູ່ທີ່ ທຳ ນຽບ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຝຣັ່ງ, ນະຄອນຫລວງປາຣີ, ທ່ານ ຄຳອິນ ຄິດຈະເດດ ໄດ້ຍື່ນສານຕາຕັ້ງ ຕໍ່ພະນະທ່ານ ແອມມານູຍແອນ ມາຄຣົງ (H.E. Emmanuel MACRON), ປະທານາທິບໍດີ ແຫ່ງປະເທດ ສາທາລະນະລັດ ຝຣັ່ງ ເພື່ອເປັນເອກອັກຄະຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປລາວ ປະຈຳ ປະເທດ ສາທາລະນະລັດ ຝຣັ່ງ.

ໃນໂອກາດດັ່ງກ່າວນີ້, ທ່ານທູດລາວ ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມຮັກແພງ ແລະ ຄວາມອວຍພອນໄຊອັນປະເສີດ ເພື່ອສັນຕິພາບ, ມິດຕະພາບ, ຄວາມສົມບູນພູນສຸກ, ການພົວພັນຮ່ວມມືທີ່ດີ ຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປລາວ ຝາກເຖິງ ພະນະທ່ານ ປະທານປະເທດ ແຫ່ງ ສາ ທາລະນະລັດຝຣັ່ງ ແລະ ພ້ອມທັງ ຜ່ານທ່ານໄປຍັງ ລັດຖະບານ ແລະປະຊາຊົນຝຣັ່ງ ທຸກທົ່ວໜ້າ.

ທ່ານ ທູດລາວ ໄດ້ສະແດງຄວາມດີໃຈທີ່ໄດ້ຖືກແຕ່ງເປັນເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳປະເທດ ສາທາ ລະນະລັດ ຝຣັ່ງ ແລະ ໄດ້ໃຫ້ຄຳໝັ້ນສັນຍາວ່າ ໃນໄລຍະທີ່ດຳລົງຕຳແໜ່ງ, ຕົນຈະເຮັດສຸດຄວາມສາມາດໃນການເພີ້ມ ທະວີ ການສົ່ງເສີມ ສຳພັນໄມຕີ, ການຮ່ວມມືຂອງສອງປະເທດທີ່ດີມາແຕ່ດົນນານໃຫ້ດີຂຶ້ນ ແລະ ໄດ້ສະແດງຄວາມຂອບໃຈຕໍ່ ພະນະທ່ານ ປະທານາທິບໍດີ, ລັດຖະບານ ແລະ ປະຊາຊົນຝຣັ່ງ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອທາງດ້ານການພັດທະນາເສດຖະກິດສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ ແລະ ຫວັງວ່າ ຈະໄດ້ຮັບການສືບຕໍ່ຮ່ວມມືຢ່າງດີໃນຕໍ່ໜ້າ.

ພ້ອມກັນນັ້ນ, ທ່ານ ປະທານາທິບໍດີ ມາຄຣົງ ໄດ້ສະແດງຄວາມຊົມເຊີຍ ທູດລາວຄົນໃໝ່ ແລະ ໄດ້ຝາກຄວາມຢື້ຢາມຖາມຂ່າວ, ຄວາມຮັກແພງ, ຄວາມອວຍພອນໄຊອັນປະເສີດ ແລະ ມິດຕະພາບການພົວພັນທີ່ດີ ມາມາຍັງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປລາວ, ລັດຖະບານ ແລະ ປະຊາຊາຊົນລາວທຸກທົ່ວໜ້າ.

ສຳລັບສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຝຣັ່ງ ໄດ້ສ້າງສາຍພົວພັນການທູດນຳກັນໃນວັນທີ 22 ຕຸລາ 1953; ສປປລາວ ມີສະຖານທູດຕັ້ງຢູ່ ນະຄອນຫລວງປາຣີ ແລະ ສາທາລະນະລັດ ຝຣັ່ງ ມີສະຖານທູດຕັ້ງຢູ່ ນະຄອນຫລວງວຽງຈັນ.

ແຫຼ່ງຂ່າວ: Lao National Radio

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...