Homeຂ່າວພາຍ​ໃນຜົນສຳເລັດກອງປະຊຸມສົນທະນາດ້ານສິດທິມະນຸດ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ຄັ້ງທີ 11

ຜົນສຳເລັດກອງປະຊຸມສົນທະນາດ້ານສິດທິມະນຸດ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ຄັ້ງທີ 11

Published on

ໃນວັນທີ 13 ກໍລະກົດ 2022 ຜ່ານມາ ສປປ ລາວ ແລະ ສະຫະພາບເອີຣົບ ຈັດກອງປະຊຸມສົນທະນາດ້ານສິດທິມະນຸດ ຄັ້ງທີ 11  ທີ່ສຳນັກງານໃຫຍ່ ສະຫະພາບເອີຣົບ(ອີຢູ) ນະຄອນຫລວງ ບຣຸກແຊນ, ປະເທດແບນຊິກ.

ກອງປະຊຸມຈັດຂຶ້ນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ດວງມະນີ ຍອດສີອຸດົມ ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ, ທັງເປັນຫົວໜ້າຄະນະຜູ້ແທນຝ່າຍລາວ ແລະ ທ່ານ ນາງ ບາບະຣາ ພຣິງເກີລ ຫົວໜ້າກົມອາຊີຕາເວັນອອກ ແລະ ອາຊຽນ, ກຳມະທິການຕ່າງປະເທດຂອງສະຫະພາບເອີຣົບ, ທັງເປັນຫົວໜ້າຄະນະຜູ້ແທນຂອງຝ່າຍສະຫະພາບເອີຣົບ, ມີຜູ້ເຂົ້າຮ່ວມຈາກກະຊວງ, ຂະແໜງການກ່ຽວຂ້ອງຂອງ ສປປ ລາວ ເປັນຕົ້ນ ທີ່ ນະຄອນ ຫລວງບຣຸກແຊນ ແລະ ເຈົ້າໜ້າທີ່ ກ່ຽວຂ້ອງຂອງສະຫະພາບເອີຣົບ.

ໃນກອງປະຊຸມ, ທັງສອງຝ່າຍໄດ້ສົນທະນາ ແລະ ແລກປ່ຽນນໍາກັນ ກ່ຽວກັບຄວາມຄືບໜ້າ ໂດຍລວມໃນວຽກງານສົ່ງເສີມ ແລະ ປົກປ້ອງສິດທິມະນຸດຂອງກັນ ແລະ ກັນໃນໜຶ່ງປີຜ່ານມາ ນັບແຕ່ການປຶກສາຫາລື ຄັ້ງທີ 10 ໃນເດືອນກໍລະກົດ ປີ 2021 ທີ່ຜ່ານມາ ເປັນຕົ້ນ ບັນຫາທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດສິດທິທາງດ້ານການເມືອງ ແລະ ພົນລະເຮືອນ, ສິດທິດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທຳ, ສິດທິຂອງແມ່ຍິງ, ເດັກນ້ອຍ, ສິດຂອງຄົນພິການ ແລະ ສິດຂອງຊົນເຜົ່າ, ວຽກງານບັງ ຄັບປະຕິບັດກົດໝາຍຂອງເຈົ້າໜ້າທີ່, ການເຂົ້າເຖິງຂະບວນການຍຸຕິທໍາຂອງພົນລະເມືອງ, ການຮ່ວມມືກັບກົນໄກສິດທິມະນຸດພາກພື້ນ ແລະ ສາກົນ ແລະ ບັນຫາອື່ນໆສະເພາະທີ່ສອງຝ່າຍມີຄວາມເປັນຫ່ວງ ແລະ ສົນໃຈຮ່ວມກັນ, ພ້ອມທັງຄວາມຄືບໜ້າໃນການກະ ກຽມຫລຸດພົ້ນ ຈາກປະເທດດ້ອຍພັດທະນາຂອງ ສປປ ລາວໃນປີ 2026.

ສອງຝ່າຍ ປະຕິບັດວຽກງານສິດທິມະນຸດຂອງກັນ ແລະ ກັນ ໃນໄລຍະຜ່ານມາ, ພ້ອມທັງໃຫ້ຄວາມສໍາຄັນຕໍ່ເວທີການປຶກສາຫາລືດັ່ງກ່າວ ໃນວຽກງານສິດທິມະນຸດ, ທັງເປັນເວທີ ໃນການໂຄສະນາ ເຜີຍແຜ່ນະໂຍບາຍທີ່ຖືກຕ້ອງເປັນທໍາຂອງພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ໃນວຽກງານສົ່ງເສີມ ແລະ ປົກປ້ອງສິດທິມະນຸດ. ນອກຈາກການພົບປະສົນທະນານໍາກັນແລ້ວ, ສະຫະພາບເອີຣົບ ຍັງໄດ້ຈັດການສໍາມະນາພາຍໃຕ້ຫົວຂໍ້ “ການພັດທະນາຊາວໜຸ່ມ” ໃນວັນທີ 11 ກໍລະກົດ 2022 ໃນນາມເປັນກິດຈະກໍາຂ້າງຄຽງ ໂດຍມີເຂົ້າຮ່ວມຈາກສູນກາງຊາວໜຸ່ມ ແລະ ບັນດາສະມາຄົມຕ່າງໆຂອງ ສປປ ລາວ ແລະ ສະຫະພາບເອີຣົບ ທີ່ເຮັດວຽກໃນຂົງເຂດຊາວໜຸ່ມ ໂດຍມີຈຸດປະສົງເພື່ອແລກ ປ່ຽນປົດຮຽນ ແລະ ປະສົບການນໍາກັນ ແລະ ກັນໃນວຽກງານພັດທະນາຊາວໜຸ່ມ ແລະ ການມີສ່ວນຮ່ວມຂອງຊາວໜຸ່ມ ໃນການພັດທະນາ.

ກອງປະຊຸມສົນທະນາດ້ານສິດທິມະນຸດ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບແມ່ນກົນໄກ ສົນທະນາແລກປ່ຽນຄຳຄິດຄຳເຫັນແບບບໍ່ເປັນທາງການ ທີ່ຈັດຂຶ້ນປີລະຄັ້ງ ໂດຍມີການຜັດປ່ຽນກັນເປັນເຈົ້າພາບ, ຄັ້ງທີ 12 ແມ່ນຈະຈັດຂຶ້ນຢູ່ ສປປ ລາວ ໂດຍຝ່າຍລາວຈະເປັນເຈົ້າພາບ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...