Homeຂ່າວພາຍ​ໃນແຜ່ນດິນໄຫວທີ່ແຂວງບໍ່ແກ້ວໃກ້ຊາຍແດນມຽນມາ

ແຜ່ນດິນໄຫວທີ່ແຂວງບໍ່ແກ້ວໃກ້ຊາຍແດນມຽນມາ

Published on

ເກີດແຜ່ນດິນໄຫວ 2 ຄັ້ງ ໃກ້​ກັບ​ຊາຍ​ແດນ​ຕິດ​ກັບ​ລາວ ​ໄດ້​ກະທົບ​ເຖິງ​ເຂດ​ເສດຖະກິດ​ພິ​ເສດ​ສາມ​ຫຼ່ຽມຄຳ ​ແຂວງ​ບໍ່​ແກ້ວ ແລະແຂວງຫຼວງນ້ຳທາ ລວມທັງເຂດພາກເໜືອຂອງປະເທດໄທ ແລະ ພາກຕະເວັນອອກຂອງມຽນມາ ຕອນທ່ຽງຄືນຂອງມື້ຄືນນີ້.

ອີງຕາມ​ຂໍ້​ມູນ​ຈາກ​ກະຊວງ​ພະລັງງານ ​ແລະ ​ບໍ່​ແຮ່ ໄດ້ລາຍງານວ່າ: ​ແຜ່ນດິນ​ໄຫວ​ຄັ້ງ​ທຳ​ອິດ​ວັດ​ແທກ​ໄດ້ 5,5 ຣິກ​ເຕີ ​ແລະ​ ໄດ້​ເກີດ​ຂຶ້ນ​ໃນ​ເວລາ​ປະມານ 23:30 ​ໂມງ​ຂອງ​ວັນພະຫັດ ວັນທີ 21 ກໍລະກົດ 2022.

ແຜ່ນ​ດິນ​ໄຫວ​ຄັ້ງ​ທີ 2 ​ວັດ​ແທກໄດ້ 5,2 ຣິກ​ເຕີ ​ໄດ້​ເກີດ​ຂຶ້ນ​ໃນ​ເວ​ລາ 5:20 ໂມງ​ເຊົ້າມື້ນີ້.

ລາຍງານຈາກ ຜູ້ໃຊ້ສື່ສັງຄົມອອນລາຍ ບອກວ່າ ຜົນກະທົບຈາກແຜ່ນດິນໄຫວ ໄດ້ເກີດຂຶ້ນຢູ່ທັງ ແຂວງບໍ່ແກ້ວ ແລະ ແຂວງຫຼວງນ້ຳທາ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...