Homeຂ່າວທົ່ວໄປເຈົ້າໜ້າທີ່ຢັ້ງຢືນການຮົ່ວຊຶມດັ່ງກ່າວບໍ່ມີຜົນກະທົບຕໍ່ຕົວເຂື່ອນ

ເຈົ້າໜ້າທີ່ຢັ້ງຢືນການຮົ່ວຊຶມດັ່ງກ່າວບໍ່ມີຜົນກະທົບຕໍ່ຕົວເຂື່ອນ

Published on

ຈາກກໍລະນີໄດ້ມີບຸກຄົນ ຫຼື ຫຼາຍແຫຼ່ງຂ່າວທີ່ໄດ້ນຳເອົາຂໍ້ມູນທີ່ບໍ່ໄດ້ເປັນທາງການອອກມາສະເໜີກ່ຽວກັບຄວາມປອດໄພຂອງໂຄງການເຂື່ອນໄຟຟ້ານໍ້າເທີນ 1 ໄປໃນທາງລົບ ເຮັດໃຫ້ສັງຄວາມເກີດຄວາມເຂົ້າໃຈຜິດ.

ອີງຕາມການລາຍງານຂອງໂທລະພາບແຫ່ງຊາດລາວໃຫ້ຮູ້ວ່າ: ເລີ່ມແຕ່ວັນທີ 1 ເມສາ 2021 ຈົນເຖິງການເດືອນມີນາ 2022 ໄດ້ປາກົດເຫັນມີນໍ້າຮົ່ວຊຶມ ທາງດ້ານຂົວຂອງເຂື່ອນ ທີ່ປຶກສາໄດ້ວິເຄາະການຮົ່ວຊຶມຂອງນໍ້າ ແລະ ຢັ້ງຢືນວ່າ ການຮົ່ວຊຶມດັ່ງກ່າວບໍ່ມີຜົນກະທົບຕໍ່ຕົວເຂື່ອນ ພ້ອມທັງແນະນຳວິທີແກ້ໄຂຕໍ່ບໍລິສັດໃກການແກ້ໄຂບັນຫາການຮົ່ວຊຶມ ແລະ ຢັ້ງຢືນຈຸດຮົ່ວຊຶມໃຫ້ຊັດເຈນ.

ຕໍ່ກັບເຫດການດັ່ງກ່າວ, ທ່ານ ບຸນຍັງ ເພັງສຸວັນ ທີ່ປຶກສາໃນການພົບພັນກັບລັດຖະບານ ແລະ ຄະນະຮັບຜິດຊອບໄດ້ອອກມາແຈ້ງໃຫ້ຮູ້ວ່າ: ທີມງານໄດ້ລົງກວດກາພາກສະໜາມຮຽບຮ້ອຍແລ້ວ ແລະ ໜັ່ນໃຈວ່າເຂື່ອນໄຟຟ້າຈະດຳເນີນພັດທະນາໄປສູ່ຄວາມສຳເລັດ ບົນພື້ນຖານຄວາມປອດໄພ ແລະ ຄວາມຖືກຕ້ອງ 100%.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...