Homeຂ່າວຕ່າງປະເທດຈີນສາມາດຜະລິດນ້ຳມັນດິບເພີ່ມຂຶ້ນ 4%

ຈີນສາມາດຜະລິດນ້ຳມັນດິບເພີ່ມຂຶ້ນ 4%

Published on

ສຳນັກງານສະຖິຕິແຫ່ງຊາດຈີນ ເປີດເຜີຍການຜະລິດນ້ຳມັນດິບຂອງຈີນ ໃນຊ່ວງ 6 ເດືອນທຳອິດຂອງປີ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ດ້ວຍການເຕີບໃຫຍ່ 4% ເມື່ອທຽບກັບປີຕໍ່ປີ.

ວັນທີ 17 ກໍລະກົດ ສຳນັກຂ່າວຊິນຫົວ ໄດ້ລາຍງານວ່າ: ຜົນຜະລິດນ້ຳມັນດິບຂອງຈີນ ໃນຊ່ວງເດືອນ ມັງກອນ ຫາ ມິຖຸນາ ລວມມີ 102,88 ລ້ານໂຕນ ຂະນະດຽວກັນຈີນນຳເຂົ້ານ້ຳມັນດິບ 252,52 ລ້ານໂຕນ ຫຼຸດລົງ 3,1% ເມື່ອທຽບກັບປີຕໍ່ປີ.

ທັ້ງນີ້ ຜົນຜະລິດນ້ຳມັນດິບຂອງຈີນສະເພາະເດືອນມມິຖຸນາ ເພີ່ມເຂຶ້ນ 3,6% ເທົ່າກັບ 17,19 ລ້ານໂຕນ ສ່ວນການນຳເຂົ້ານ້ຳມັນດິບຫຼຸດລົງ 10,7% ເທົ່າກັບ 35,82 ລ້ານໂຕນ.

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...