spot_img
Homeຂ່າວພາຍ​ໃນຊີ້ແຈງກ່ຽວກັບນາຍໜ້າທີ່ສວຍໂອກາດໃນກົມກົງສູນ

ຊີ້ແຈງກ່ຽວກັບນາຍໜ້າທີ່ສວຍໂອກາດໃນກົມກົງສູນ

Published on

ຖະແຫລງຂ່າວຊີ້ແຈງ ຂອງກົມກົງສຸນ, ກະຊວງການຕ່າງປະເທດ ຕໍ່ປະກົດການຂອງນາຍຫນ້າມາຢືນລຽນແຖວແລະຮຽກເກັບເງິນປະຊາຊົນ ທີ່ມາລໍຍື່ນຄຳຮ້ອງຂໍຫນັງສືຜ່ານແດນ ຢູ່ບໍລິເວນຕໍ່ຫນ້າກົມກົງສຸນ.

ວັນທີ 14 ມິຖຸນາ 2022 ຜ່ານມາ ທ່ານ ສີສຸພັນ ມະນີວັນ, ຮອງຫົວຫນ້າ ກົມກົງສຸນ ແລະ ຕາງຫນ້າໃຫ້ກົມກົງສຸນ, ກະຊວງ ການຕ່າງປະເທດ ມາຖະແຫລງວ່າ: ຈາກສະພາບການຕົວຈິງ ໃນການເຮັດຫນັງສືຜານແດນຂອງພົນລະ ເມືອງລາວ ໃນໄລຍະປະຈຸບັນ ລວມທັງ ປະກົດການຫຍໍ້ ທໍ້ຕ່າງໆ ທີ່ເກີດຂຶ້ນຢູ່ບໍ່ລິເວນຫນ້າກົມກົງສຸນ ດັ່ງປະກົດເປັນຂ່າວຕາມສື່ອອນລາຍ ດັ່ງນີ້:

ຕໍ່ກັບສະພາບການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ບໍລິເວນດ້ານຫນ້າຂອງກົມກົງສຸນ ໃນວັນທີ 12 ກໍລະກົດ 2022 ຜ່ານມານີ້, ກົມກົງສຸນ ເຫັນວ່າ ເປັນການເຄື່ອນໄຫວທີ່ລະເມີດລະບຽບກົດໝາຍ ແລະ ສ້າງຄວາມເສື່ອມເສຍ ກໍ່ຄືພະນັກງານກົມກົງສຸນ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ. ເຫດການທີ່ເກີດຂຶ້ນ ແມ່ນເກີດຂຶ້ນໃນເວລາແຕ່ຂ້ອນ ແຈ້ງ ແລະ ເວລາເຊົ້າໆ ກ່ອນທີ່ພະນັກງານ ຂອງພວກເຮົາຈະເດີນທາງມາປະຕິບັດຫນ້າທີ່ວຽກງານ.

ພະນັກງານຂອງກົມກົງສຸນນັ້ນ, ທາງກົມກົມສຸນ ຂໍຊີ້ແຈງ ແລະ ຢືນຢັນວ່າ ແມ່ນບໍ່ມີມູນຄວາມຈິງ ບໍ່ມີສາມີ ຫລື ພັນລະຍາ ຂອງພະນັກງານກົມກົງສຸນຕາມທີ່ກ່າວຫາ, ຊຶ່ງສາມີ ຫລື ພັນລະຍາຂອງພະນັກງານກົມກົງສຸນ ກໍລ້ວນແມ່ນພະນັກງານລັດຖະກອນ ທີ່ປະຕິບັດຫນ້າທີ່ຢູ່ ກະຊວງ ຫລື ອົງການຈັດຕັ້ງລັດອື່ນໆ. ສ່ວນໃນເຫດການທີ່ມີບຸກຄົນແອບອ້າງ ໄດ້ກະທໍາການຮຽກເງິນຈາກປະຊາຊົນທີ່ມາຢືນລຽນແຖວຢູ່ຫນ້າກົມກົງສຸນ ກ່ອນທີ່ຈະເຂົ້າໄປ ຍື່ນເອກະສານ ຄໍາຮ້ອງຂໍຫນັງສືຜ່ານແດນກໍເຊັ່ນດຽວກັນ ແມ່ນບໍ່ມີສ່ວນກ່ຽວຂ້ອງໃດໆ ກັບພະນັກງານກົມກົງສຸນ, ແຕ່ເປັນການສວຍໂອກາດຂອງພວກນາຍໜ້າ ທີ່ມາເຄື່ອນໄຫວຫາຜົນປະໂຫຍດຢູ່ບໍລິເວນດັ່ງກ່າວ, ຊຶ່ງຜ່ານມາ ພວກເຮົາກໍ່ໄດ້ພະຍາຍາມຊອກວິທີແກ້ໄຂ ແຕ່ກໍ່ຍັງມີການເຄື່ອນໄຫວຢູ່ ແລະ ມີທ່າອ່ຽງແຮງຂຶ້ນ. ປະຈຸບັນ, ກົມກົງສຸນ ກຳລັງປຶກສາກັບ ປກສ ເມືອງ ແລະ ບ້ານ ເພື່ອເກັບກຳຂໍ້ມູນລະອຽດຂອງກຸ່ມຄົນດັ່ງກ່າວ ເພື່ອດຳເນີນການຕາມລະບຽບກົດໝາຍ.

ເພື່ອຊ່ວຍຫຼຸດລະດັບຄວາມແອອັດຂອງຈຳນວນທີ່ມາຍື່ນຂໍໜັງສືຜ່ານແດນຢູ່ກົມກົງສຸນລົງ ໃຫ້ຜູ້ທີ່ອາໄສຢູ່ນະຄອຫລວງວຽງຈັນ ແລະ ແຂວງໃກ້ຄຽງ ໄປຍື່ນຄຳຮ້ອງໄດ້ຢູ່ກົມກົງສຸນ, ກະຊວງການຕ່າງ ປະເທດ. ສຳລັບຜູ້ທີ່ອາໄສຢູ່ແຂວງອື່ນໆ ແມ່ນສາມາດໄປຍື່ນຄຳຮ້ອງຢູ່ສູນຮັບຄຳຮ້ອງຂໍຫນັງ ສືຜ່ານແດນຢູ່ຕ່າງແຂວງທີ່ເຫັນວ່າມີຄວາມສະດວກ ຊຶ່ງພວກເຮົາມີສູນຮັບຄຳຮ້ອງຕັ້ງຢູ່ ແຂວງອຸ ດົມໄຊ, ແຂວງຊຽງຂວາງ, ແຂວງໄຊຍະບູລີ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ.

ກົມກົງສຸນ ຂໍຮຽກຮ້ອງມາຍັງປະຊາຊົນທີ່ມາຍື່ນຄຳຮ້ອງຂໍຫນັງສືຜ່ານແດນຢູ່ກົມກົງສຸນວ່າ ບໍ່ມີຄວາມຈໍາເປັນ ທີ່ຈະມາ ລໍລຽນແຖວຖ້າແຕ່ເດິກດື່ນທ່ຽງຄືນ ອັນຈະເປັນຊ່ອງວ່າງໃຫ້ກຸ່ມຄົນ ແອບອ້າງ ມາຫາຜົນປະໂຫຍດຈາກທ່ານ ໂດຍໄຮ້ເຫດຜົນ.

ປົກກະຕິ ກົມກົງສຸນ ເລີ່ມກວດເອກະ ສານ ໃຫ້ທຸກຄົນທີ່ມາຍື່ນ ເລີ່ມແຕ່ເວລາ 7:00 ໂມງ – 11:30 ໂມງ ແລະ ເວລາ 13:00 ໂມງ – 16:00 ໂມງ ແຕ່ວັນຈັນ ເຖິງ ວັນພະຫັດ, ສ່ວນວັນສຸກຕອນເຊົ້າຈະຮັບສໍາພາດໃຫ້ແຕ່ຜູ້ ທີ່ໄດ້ ຄິວນັດຫມາຍໃນມື້ຜ່ານມານັ້ນ ຊຶ່ງຫມາຍວ່າ ທຸກຄົນທີ່ມາຍື່ນຈະໄດ້ຮັບການກວດກາເອກະສານ ແລະ ຮັບຄິວ ສຳພາດທຸກຄົນ ຈຶ່ງບໍ່ຈໍາເປັນມາຢືນເຂົ້າແຖວແຕ່ເດິກດື່ນລໍຖ້າຢູ່ນອກກົມກົງສຸນ ເພື່ອເຂົ້າໄປສຳພາດເກັບຂໍ້ມູນຢູ່ສະ ຖານທີ່ພາຍໃນກົມກົງສຸນ.

ຂ່າວຈາກ ກົມການຂ່າວ ກະຊວງການຕ່າງປະເທດ

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...